ແຂວງສາລະວັນ ມີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ 2 ກໍລະນີ

    ການລະບາດຂອງພະຍາດໄຂ້ຍຸງລາຍຢູ່ແຂວງສາລະວັນ ໄລຍະ 6 ເດືອນຕົ້ນປີ 2022 ທົ່ວແຂວງມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 834 ກໍລະນີ ແລະ ເສຍຊີວິດ 2 ກໍລະນີ ໃນນັ້ນ ເມືອງສາລະວັນມີຜູ້ຕິດເຊື້ອຈຳນວນ 158 ກໍລະນີ ເມືອງເລົ່າງາມ 76 ກໍລະນີ ເມືອງຄົງເຊໂດນ 101 ກໍລະນີ ເມືອງລະຄອນເພັງ 166 ກໍລະນີ (ເສຍຊີວິດ 1 ກໍລະນີ) ເມືອງວາປີ 330 ກໍລະນີ (ເສຍຊີວິດ 1 ກໍລະນີ) ແລະ ເມືອງ ຕະໂອ້ຍ 1 ກໍລະນີ ສ່ວນເມືອງຕຸ້ມລານ ແລະ ເມືອງສະໝ້ວຍຍັງບໍ່ທັນພົບຜູ້ຕິດເຊື້ອ.

    ທ່ານ ທົງສະຫວັດ ປ່ຽມມະໄລ ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງສາລະວັນ ໄດ້ລາຍງານທີ່ກອງປະຊຸມຂໍການສະໜັບສະໜູນຄະນະກໍາມະການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍຢູ່ແຂວງສາລະວັນ ເຊິ່ງຈັດຂຶ້ນໃນວັນທີ 21 ກໍລະກົດ 2022 ຜ່ານມາ ທີ່ສະໂມສອນຂອງແຂວງ ທ່ານໃຫ້ຮູ້ວ່າ: ສາເຫດທີ່ກໍ່ໃຫ້ເກີດມີການແຜ່ລາມຂອງໄຂ້ຍຸງລາຍໃນປີ 2022 ແມ່ນມາຈາກດິນຟ້າອາກາດ ໃນປັດຈຸບັນມີການປ່ຽນແປງ ການດໍາເນີນການຄວບຄຸມ ໜອນນ້ຳບໍ່ຕໍ່ເນື່ອງ ແລະ ເປັນປົກກະຕິ ການເຝົ້າລະວັງ ແລະ ສືບສວນ-ສອບສວນຕອບໂຕ້ຊັກຊ້າ ແກ່ຍາວ ພາໃຫ້ເກີດການເເຜ່ລາມ ການປ່ຽນແປງສາຍພັນຂອງເຊື້ອຍຸງລາຍ D1 D2-D2 (2022).

    ແຕ່ເຖິງຢ່າງໃດກໍຕາມ ຄະນະກໍາມະການຄວບຄຸມພະຍາດຕິດຕໍ່ຂັ້ນແຂວງ ແລະ ເມືອງ ຍັງໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ ມີຄໍາສັ່ງ ແນະນໍາຂອງທ່ານເຈົ້າແຂວງ ລົງເຖິງພະແນກການ ເມືອງ ແລະ ບັນດາພາກສ່ວນອົງການຈັດຕັ້ງຕ່າງໆທາງສັງຄົມ ປັບປຸງຄະນະຊີ້ນໍາກອງເລຂາໃນຫ້ອງປະຕິບັດການສຸກເສີນດ້ານສາທາລະນະສຸກ (EOC) ຂັ້ນແຂວງ 8 ຕົວເມືອງ ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ພະນັກງານຫ້ອງການສາທາລະນະສຸກເມືອງ ແລະ ໂຮງໝໍນ້ອຍຮັບຜິດຊອບເປັນແຕ່ລະບ້ານ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!