ລະນຶກມູນເຊື້ອ ຄຸນງາມຄວາມດີຂອງປະທານສຸພານຸວົງ

    ກະຊວງຍຸຕິທຳ ຈັດປາຖະກະຖາຫວນຄືນມູນເຊື້ອວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 113 ປີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ຄົບຮອບ 67 ປີ ຂຶ້ນໃນວັນທີ 21 ກໍລະກົດ 2022 ຢູ່ກະຊວງດັ່ງກ່າວ ໃຫ້ກຽດປາຖະຖາໂດຍທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ ມີຄະນະນຳກະຊວງ ສະມາຊິກສະຫະພັນແມ່ຍິງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.

    ທ່ານ ບຸນທາ ຊົງເຢີທ່າວ ໄດ້ເລົ່າເຖິງປະຫວັດການເຄື່ອນໄຫວໃນແຕ່ລະໄລຍະຂອງປະທານ ສຸພານຸວົງ ໂດຍ ໄດ້ຍົກໃຫ້ເຫັນເຖິງຜົນງານຄຸນງາມຄວາມດີຂອງເພີ່ນ ທີ່ໄດ້ເອົາໃຈໃສ່ປະຕິບັດພາລະໜ້າທີ່ຂອງຕົນຜູກພັນກັບການປະຕິວັດອັນສູງສົ່ງ ເພື່ອຄວາມເປັນເອກະລາດ ເພື່ອຄວາມເປັນເອກະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ ທັງນີ້ກໍເພື່ອເປັນການເສີມຂະຫຍາຍມູນເຊື້ອອັນດີງາມ ແບບແຜນການດໍາລົງຊີວິດ ຄຸນສົມບັດສິນທໍາປະຕິວັດຂອງປະທານ ສຸພານຸວົງ ເພື່ອເປັນການເພີ່ມທະວີໃຫ້ຄົນທີ່ເກີດໃໝ່ໃຫຍ່ລຸນໄດ້ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງ ເຖິງຄວາມສາມາດ ອົງອາດກ້າຫານ ຄວາມເດັດດ່ຽວໜຽວແໜ້ນ ຄວາມສາມັກຄີ ເພື່ອນໍາເອົາບົດຮຽນທີ່ຍອດຍິ່ງດັ່ງກ່າວຂອງເພິ່ນ ນຳໃຊ້ເຂົ້າໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານຮຸ່ນສືບທອດທີ່ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ.

    ໃນວາລະຕໍ່ມາ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຍຸຕິທຳ ໄດ້ເຜີຍແຜ່ມູນເຊື້ອການກໍາເນີດ ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງລາວ ຂອງສູນກາງສະຫະພັນແມ່ຍິງລາວແຕ່ລະໄລຍະຜ່ານມາ ເພື່ອເປັນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ.

# ລັດເວລາ

error: Content is protected !!