ຈັນທະບູລີ ຕີລາຄາວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ໄລຍະ 5 ປີ

    ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ຂອງເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ຈັດຂຶ້ນວັນທີ 21 ກໍລະກົດ 2022 ທີ່ສຳນັກງານປົກຄອງເມືອງຈັນທະບູລີ ເປັນປະທານຂອງສະຫາຍ ດວງຕາ ສຸລິວົງ ເລຂາພັກເມືອງ ເຈົ້າເມືອງຈັນທະບູລີ ມີສະຫາຍ ບຸນໜາ ຜາທຸມມະວົງ ກຳມະ ການປະຈຳພັກ ຫົວໜ້າຄະນະຈັດຕັ້ງ ນວ ພ້ອມບັນດາຫົວໜ້າຫ້ອງການ ແລະ ເລຂາພັກບ້ານ ນາຍບ້ານ 30 ບ້ານ ພາຍໃນເມືອງເຂົ້າຮ່ວມ.

    ສະຫາຍ ນາງ ພິນລາວັນ ວົງບຸພາ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຈັນທະບູລີ ໄດ້ ລາຍງານການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ຂອງເມືອງຈັນທະບູລີ ເຊິ່ງສະຫາຍໄດ້ກ່າວບາງຕອນວ່າ: ປັດຈຸບັນ ທົ່ວອົງຄະນະພັກເມືອງຈັນທະບູລີປະກອບມີ 9 ຄະນະພັກຮາກຖານ ມີໜ່ວຍພັກທັງໝົດ 79 ໜ່ວຍພັກ ທຽບໃສ່ປີ 2015 ເພີ່ມຂຶ້ນ 4 ໜ່ວຍພັກ ໃນນີ້ ໜ່ວຍພັກຮາກຖານມີ 37 ໜ່ວຍພັກ ແລະ ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ 42 ໜ່ວຍພັກ ມີສະມາຊິກພັກທັງໝົດ 1.483 ສະຫາຍ ຍິງ 571 ສະຫາຍ ໃນນັ້ນ ເປັນສະມາຊິກພັກສົມບູນ 1.423 ສະຫາຍ ຍິງ 538 ສະຫາຍ ສະມາຊິກພັກສຳຮອງ 60 ສະຫາຍ ຍິງ 33 ສະຫາຍ ທຽບໃສ່ປີ 2015 ເພີ່ມຂຶ້ນ 247 ສະຫາຍ ຍິງ 91 ສະຫາຍ. ປັດຈຸບັນທົ່ວເມືອງຈັນທະບູລີ ມີພະນັກງານ-ລັດຖະກອນທັງໝົດ 280 ທ່ານ ຍິງ 143 ທ່ານ ຂັ້ນນະຄອນຫຼວງວຽງຈັນ 32 ທ່ານ ຍິງ 6 ທ່ານ ແລະ ຂັ້ນເມືອງ 248 ທ່ານ ຍິງ 137 ທ່ານ ແລະ ທົ່ວເມືອງຈັນທະບູລີ ມີ 24 ຫ້ອງການ 2 ກອງ ບັນຊາການ ແລະ ຂັ້ນບ້ານ 30 ບ້ານ.

    ໂອກາດນີ້ ສະຫາຍ ບຸນໜາ ຜາທຸມມະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ອົງຄະນະພັກເມືອງຈັນທະບູລີຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກ ຄະ ນະໜ່ວຍພັກ ຕ້ອງສືບຕໍ່ປັບປຸງແກ້ໄຂບັນຫາຈຸດອ່ອນ ຂໍ້ຄົງຄ້າງດ້ານອ່ອນ ເພື່ອສຸມໃສ່ 5 ປີຕໍ່ໜ້າ ທີ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງຈັນທະບູລີໄດ້ວາງໄວ້ ແລະ ບັນຫາອື່ນໆ.

    ຕອນທ້າຍກອງປະຊຸມ ໄດ້ມີການມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ໃຫ້ແກ່ 73 ໜ່ວຍພັກຮານຖານຕື່ມອີກ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!