ສະເຫຼີມສະຫຼອງວັນປະຊາກອນໂລກ ຄົບຮອບ 33 ປີ

      ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳລາວ (UNFPA) ແລະ ອົງການປົກຄອງແຂວງສະຫວັນນະເຂດ ຈັດພິທີສະເຫຼີມສະຫຼອງວັນປະຊາ ກອນໂລກ ຄົບຮອບ 33 ປີ  ພາຍໃຕ້ຫົວຂໍ້ “ຫົນທາງສູ່ຄວາມໝັ້ນຄົງດ້ານປະຊາກອນ: ສະໜັບ​ສະໜູນສິດທິ ແລະ ທາງເລືອກສຳລັບທຸກຄົນ” ຂຶ້ນໃນວັນທີ 19 ກໍລະກົດ 2022 ຢູ່ແຂວງສະຫວັນນະເຂດ ໂດຍມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ນາງ ມາຣ້ຽມ ເອຄານ ຜູ້ຕາງໜ້າອົງການ UNFPA ປະຈຳລາວ ພ້ອມດ້ວຍຄະນະນຳຈາກສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ໃນພິທີ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ໃນປີນີ້ ເປັນປີທີມີຄວາມໝາຍ ແລະ ຄວາມສໍາຄັນ ເນື່ອງຈາກວ່າ ສປປ ລາວ ກໍາລັງຫັນປ່ຽນ ແລະ ສ້າງຄວາມສາມາດ ໃນການແກ້ບັນຫາຕ່າງໆ ທີ່ໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງທີ່ບໍ່ເຄີຍມີມາໃນຫຼາຍທົດສະວັດ ເຊິ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດໂຄວິດ-19 ບໍ່ວ່າຈະເປັນທາງດ້ານເສດຖະກິດ ແລະ ສັງຄົມ ໃນນັ້ນ ແມ່ຍິງ ເດັກຍິງ ແລະ ໄວໜຸ່ມ ແມ່ນກຸ່ມທີ່ຍັງມີຄວາມສ່ຽງສູງ ແລະ ອ່ອນແອ ໃນສັງຄົມ ໂດຍສະເພາະ ຢູ່ເຂດຊົນນະບົດ ແລະ ຫ່າງໄກ ແມ່ນໄດ້ຮັບຜົນກະທົບຫຼາຍ ການ​ສົ່ງເສີມໃຫ້ທຸກຄົນມີສິດທິ ແລະ ທາງເລືອກທີ່ດີ ໃນການດຳລົງຊີວິດ ແມ່ນຄວາມຮັບຜິດຊອບຂອງ​ຄອບຄົວ ກໍຄື ພໍ່ແມ່ຜູ້ປົກຄອງ ຊຸມຊົນ ອົງການຈັດຕັ້ງທຸກຂັ້ນ ໄວ​ໜຸ່ມ​ລວມທັງທຸກຄົນໃນສັງຄົມ ສະນັ້ນ ພວກ​ເຮົາຕ້ອງ​ພ້ອມ​ກັນສົ່ງເສີມ ແລະ ສະໜັບສະໜູນໃນການຈັດຕັ້ງປະຕິບັດການ​ສົ່ງ​ເສີ່ມສິດທິດັ່ງກ່າວ ເພື່ອໃຫ້ແມ່ຍິງ ເດັກນ້ອຍ ໄວໜຸ່ມ ແລະ ຜູ້ດ້ອຍໂອກາດ ໃນແຂວງ​ສະ​ຫວັນ​ນະ​ເຂດ ກໍ​ຄື ສປປ ລາວ ໄດ້ມີສິດທິໃນການດໍາລົງຊີວິດທີ່ດີຂຶ້ນ ຫຼຸດຜ່ອນຄວາມສ່ຽງທີ່ສົ່ງຜົນກະທົບທາງລົບຕໍ່ທຸກຄົນ ສ້າງແຮງບັນດານໃຈໃຫ້ເຂົາເຈົ້າ ໃນການພັດທະນາຕົນເອງດ້ວຍທຸກ​ວິທີ​ທາງ ໂດຍສະເພາະ ການສະໜອງຂໍ້ມູນຂ່າວສານ ທີ່​ເປັນປະໂຫຍດ ຖືກຕ້ອງ ​ແລະ ທັນ​ການ ການໃຫ້ບໍລິການທາງດ້ານສຸຂະພາບຈະເລີນພັນ ແລະ ຄວາມ​ຮູ້​ທາງດ້ານເພດສຶກສາທີ່ເໝາະສົມຕາມກຸ່ມອາຍຸ ເພື່ອເຮັດໃຫ້ມີການປ່ຽນ​ແປງທີ່ດີຂຶ້ນ ແລະ ເພື່ອເປັນການຊຸກຍູ້​ໃຫ້​ເຂົາ​ເຈົ້າສາມາດປະກອບສ່ວນ​ຢ່າງ​ແຂງ​ແຮງ ເຂົ້າໃນການພັດທະນາຕົນເອງ ຄອບຄົວ ແລະ ຊຸມຊົນ ນັ້ນ​ແມ່ນການປະກອບສ່ວນເຂົ້າໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ​ແຂວງ ກໍ​ຄື ແຜນ​ພັດ​ທະ​ນາ​ເສ​ດ​ຖະ​ກິດ-ສັງ​ຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX ໃຫ້ເຕີບໂຕຢ່າງຕໍ່ເນື່ອງ ໝັ້ນທ່ຽງ ແລະ ຍືນຍົງຕາມທິດສີຂຽວ.

      ອີງຕາມບົດລາຍງາຍ ສະຖານະພາບປະຊາກອນໂລກ 2022 ສະແດງໃຫ້ເຫັນເຖິງຜົນກະທົບ ດ້ານສຸຂະພາບຈະເລີນພັນ ໂດຍສະເພາະ ຕໍ່ແມ່ຍິງ ແລະ ໄວໜຸ່ມ ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການທາງດ້ານສຸະພາບຈະເລີນ ແລະ ການວາງແຜນຄອບຄົວ ໃນຊ່ວງການລະບາດຂອງໂຄວິດ-19 ເຊິ່ງເຮັດໃຫ້ມີບັນຫາ ແລະ ອັດຕາການຖືພາທີ່ບໍ່ຕັ້ງໃຈທີ່ສູງຂື້ນ ໃນທົ່ວໂລກ ກໍຄືໃນ ສປປ ລາວ ເຊິ່ງຈະນຳໄປສູ່ການເອົາລູກອອກທີ່ບໍ່ປອດໄພ ແລະ ບັນຫາສຸຂະພາບຂອງແມ່ ແລະ ເດັກນ້ອຍທີ່ຕາມມາ.   ການຖືພາທີ່ບໍ່ຕັ້ງໃຈ ແມ່ນມີເຖິງ 61% ແມ່ນຈະຢຸດຕິການຖືພາດ້ວຍການເອົາລູກອອກ ນັ້ນແມ່ນບັນຫາທີ່ສຳຄັນໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ແກ່ໄຂຢ່າງຮີບດ່ວນ  ເຊິ່ງເປັນສິ່ງທ້າທາຍ ທີ່ຈະຕ້ອງຮ່ວມແຮງຮ່ວມໃຈຂ້າມຜ່ານ ເພື່ອໃຫ້ບັນລຸການຈັດຕັ້ງປະຕິບັດແຜນດໍາເນີນງານ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD)  ແລະ ວາລະການພັດທະນາແບບຍືນຍົງ ຮອດປີ 2030 ໂດຍສະເພາະ 3 ເປົ້າ    ໝາຍຂອງການປ່ຽນແປງທີ່ສຳຄັນຄື​: ຢຸດຕິການຕາຍຂອງແມ່ຢຸດຕິຄວາມຕ້ອງການໃນການວາງແຜນຄອບຄົວທີ່ບໍ່ໄດ້ຕອບສະໜອງ ລົບລ້າງຄວາມຮຸນແຮງໂດຍອີງໃສ່ເພດ.

      ພາຍໃນງານສະເຫຼີມສະຫຼອງຄັ້ງຜູ້ເຂົ້າຮ່ວມຍັງໄດ້ຊົມການວາງສະແດງ ຮູບພາບ ເຜີຍແຜ່ຄວາມຮູ້ກ່ຽວກັບ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ສະບັບປີ 2004 ນຳສະເໜີບົດລາຍງານຂະແໜງສາທາລະນະສຸກ ກ່ຽວກັບຂໍ້ມູນຂ່າວສານ ແລະ ການບໍລິການສຸຂະພາບຈະເລີນພັນ ສະເໜີກ່ຽວກັບວຽກງານຂະແໜງການສຶກສາ ການສອນເພດສຶກສາແບບຄົບຖວ້ນ ແລະ ແຜນງານນາງນ້ອຍ ແລະ ການນຳສະເໜີກັບກ່ຽວສະຖານະການ ແລະ ຕົວເລກຂໍ້ມູນດ້ານປະຊາກອນ ຈາກອົງການ UNFPA  ເພື່ອສ້າງຄວາມເຂົ້າໃຈກ່ຽວກັບວຽກງານປະຊາກອນຈຳນວນໜຶ່ງ ໃນຕອນທ້າຍພິທີຍັງໄດ້ມອບປື້ມບົດລາຍງານການເຜີຍແຜ່ສະຖານະພາບປະຊາກອນໂລກປະຈຳປີ 2022 ໃຫ້ອົງການປົກຄອງແຂວງສະຫວັນນະເຂດຕື່ມອີກ.

error: Content is protected !!