ຍອດຜູ້ຕິດເຊື້ອສະສົມໄຂ້ຍຸງລາຍທົ່ວປະເທດ ເພີ່ມຂຶ້ນຫຼາຍກວ່າ 10 ພັນຄົນເສຍຊີວິດ 12 ຄົນ

    ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອພະຍາດດັ່ງກ່າວແມ່ນຍັງມີທ່າອ່ຽງເພີ່ມຂຶ້ນ ພຽງວັນດຽວ ຄືວັນທີ 20 ກໍລະກົດ 2022 ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເຖິງ 538 ກໍລະນີ ສະແດງໃຫ້ເຫັນອັດຕາການຕິດເຊື້ອແມ່ນນັບມື້ນັບເພີ່ມຂຶ້ນ ຖືເປັນອີກພະຍາດໜຶ່ງທີ່ທຸກຄົນຕ້ອງຮ່ວມກັນເຝົ້າລະວັງ ແລະ ປ້ອງກັນເພື່ອບໍ່ໃຫ້ມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພີ່ມຂຶ້ນ.

    ອີງຕາມການໃຫ້ຂໍ້ມູນຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໃນວັນທີ 20 ກໍລະກົດ 2022 ວ່າ: ນັບແຕ່ຕົ້ນເດືອນມັງກອນ ມາຮອດວັນທີ 20 ກໍລະກົດ 2022 ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມທົ່ວປະເທດທັງໝົດ 10.469 ກໍລະນີ ເສຍຊີວິດ 12 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອພະຍາດນີ້ກວມເກືອບເຄິ່ງໜຶ່ງຂອງຍອດຜູ້ຕິດເຊື້ອທົ່ວປະເທດ ຈຳນວນ 5.429 ກໍລະນີ ເສຍຊີວິດ 5 ຄົນ ຕໍ່ມາ ແມ່ນແຂວງສາລະວັນ 869 ກໍລະນີ ເສຍຊີວິດ 2 ຄົນ ເຊກອງ 799 ກໍລະນີ ຫຼວງນໍ້າທາ 858 ກໍລະນີ ອັດຕະປື 710 ກໍລະນີ ເສຍຊີວິດ 3 ຄົນ ສະຫວັນນະເຂດ 410 ກໍລະນີ ຫຼວງພະບາງ 327 ກໍລະນີ ວຽງຈັນ 238 ກໍລະນີ ໄຊຍະບູລີ 197 ກໍລະນີ ອຸດົມໄຊ 199 ກໍລະນີ ເສຍຊີວິດ 1 ຄົນ ຄຳມ່ວນ 159 ກໍລະນີ ຈຳປາສັກ 153 ກໍລະນີ ບໍລິຄຳໄຊ 45 ກໍລະນີ ຊຽງຂວາງ 26 ກໍລະນີ ເສຍຊີວິດ 1 ຄົນ ບໍ່ແກ້ວ 19 ກໍລະນີ ໄຊສົມບູນ 18 ກໍລະນີ ຜົ້ງສາລີ 7 ກໍລະນີ ຫົວພັນ 8 ກໍລະນີ.

    ພະຍາດໄຂ້ຍຸງລາຍ ຖືເປັນພະຍາດໜຶ່ງທີ່ສາມາດປ້ອງກັນໄດ້ ຖ້າທຸກຄົນຮ່ວມກັນເປັນເຈົ້າການໃນການປ້ອງກັນດ້ວຍການປະຕິບັດຫຼັກການ 5 ປ ເປັນປະຈຳທຸກໆອາທິດຄື: ຄື: ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່ ປ່ຽນນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້ ນໍ້າຮອງຕີນຕູ້ ຖ້ານຮອງຈອກນໍ້າ ແລະ ອື່ນໆ ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ ປັບປຸງບໍ່ໃຫ້ມີນໍ້າຄ້າງຂັງກະໂປະ ກະປ່ອງ ຮາງລິນ ຢາງຕີນລົດເກົ່າ ແລະ ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານ.

# ເພັດສະໝອນ

error: Content is protected !!