6 ເດືອນຕົ້ນປີ ແຂວງສາລະວັນເສຍຫາຍຈາກໄພພິບັດມູນຄ່າ 3,6 ຕື້ກີບ

    ກອງປະຊຸມວຽກງານໄພພິບັດ 6 ເດືອນຕົ້ນປີ ແລະ ແຜນການກະກຽມຄວາມພ້ອມຕອບໂຕ້ເຫດການໄພພິບັດທີ່ອາດຈະເກີດຂຶ້ນ 6 ເດືອນທ້າຍປີ 2022 ຈັດຂຶ້ນວັນທີ 20 ກໍລະກົດ 2022 ທີ່ສະໂມສອນແຂວງ ເປັນປະທານຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ທ່ານ ບົວໄລ ແສນແກ້ວມີກໍ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ມີເຈົ້າເມືອງ ຮອງເຈົ້າເມືອງ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ 8 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສຸດດາໄລ ອິນດາວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ 6 ເດືອນຕົ້ນປີ 2022 ມີເຫດການເກີດຂຶ້ນທັງໝົດ 18 ຄັ້ງ ສ້າງຜົນເສຍຫາຍຕາມການປະເມີນຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ໄດ້ຄິດຜົນເສຍຫາຍ ເປັນມູນຄ່າ 3,6 ຕື້ກວ່າກີບ ນອນໃນ 6 ເມືອງຂອງແຂວງທີ່ໄດ້ຮັບຜົນກະທົບ ເຊັ່ນ: ເມືອງສາລະວັນ ເມືອງເລົາງານ ລະຄອນເພັງ ຄົງເຊໂດນ ວາປີ ແລະ ເມືອງຕະໂອ້ຍ ມີຈຳນວນ 14 ບ້ານ 282 ຄອບຄົວ ແລະ ຫຼັງຄາເຮືອນ ພົນລະເມືອງ 1.577 ຄົນ ໃນນັ້ນ ມີຜູ້ໄດ້ຮັບບາດເຈັບ 1 ຄົນ ໄພພິບັດດັ່ງກ່າວ ສ່ວນໃຫຍ່ແມ່ນເຫດການລົມພາຍຸ 11 ຄັ້ງ ອັກຄີໄພ 7 ຄັ້ງ ແຕ່ເຫດການທີ່ສ້າງຜົນເສຍຫາຍຫຼາຍກວ່າແມ່ນພື້ນຖານໂຄງລ່າງຂອງພໍ່ແມ່ປະຊາຊົນ ສັບຊິນ ທີ່ຢູ່ອາໄສ ມີມູນຄ່າ 1 ຕື້ກວ່າກີບ ດ້ານສະຫວັດດີການຊ່ວຍເຫຼືອສົງເຄາະຈາກພາກລັດ ເອກະຊົນ ໃນໄລຍະຜ່ານມາ ໄດ້ລົງຕິດຕາມພາກສະໜາມ ແລະ ຊ່ວຍເຫຼືອດ້ານວັດຖຸ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆລວມມູນຄ່າເກືອບ 50 ລ້ານກີບ.

    ທິດທາງແຜນການ 6 ເດືອນທ້າຍປີ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆຢ່າງຮອບດ້ານ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ການຫຼຸດຜົນກະທົບ ການກຽມຄວາມພ້ອມຢ່າງມີປະສິດທິຜົນ ແລະ ມີແຜນຕ້ອງການຊ່ວຍເຫຼືອຟື້ນຟູຮິບດ່ວນ ແລະ ຢຽວຢາ ຜູ້ທີ່ໄດ້ຮັບຜົນກະທົບ ໂດຍສະເພາະ ຕ້ອງການເຂົ້າສານ 18 ພັນກວ່າກິໂລໃຫ້ກັບ 282 ຄອບຄົວ ງົບປະມານສົມທົບປຸກສ້າງເຮືອນຈຳນວນ 201 ຫຼັງຄາເຮືອນ ເຄື່ອງນຸ່ງຫົ່ມ ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງອຸປະໂພກຕ່າງໆ 218 ຊຸດ ລວມມູນຄ່າ 400 ລ້ານກວ່າກີບ ທັງໄດ້ມອບຄວາມຮັບຜິດຊອບໃຫ້ແຕ່ອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ຄົ້ນຄວ້າວິຊາສະເພາະຂອງຕົນ ເຂົ້າໃສ່ວຽກງານດັ່ງກ່າວຢ່າງເຂັ້ມແຂງ ແລະ ມີສ່ວນຮ່ວມຫຼາຍຂຶ້ນ ຈັດສັນກຽມພ້ອມດ້ານວັດຖຸອຸປະກອນທີ່ສຳຄັນ ງົບປະມານສ້າງກົນໄກການປະສານງານ ລະຫວ່າງຄະນະກຳມະການຂັ້ນແຂວງ ເມືອງ ກຽມພ້ອມຊີ້ນໍາໆພາ ບັນຊາ ແລະ ຈັດຕັ້ງ ປະຕິບັດຢ່າງຮີບດ່ວນ.

# ເພັດສະໝອນ

error: Content is protected !!