6 ເດືອນຕົ້ນປີ ນວ ສາມາດຈັດເກັບລາຍຮັບໄດ້ 2.611,95 ຕື້ກີບ ເທົ່າກັບ 46,84% ຂອງແຜນການປີ 2022

    ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ວັນທີ 21 ກໍລະກົດ 2022 ທີ່ສໍານັກງານປົກຄອງ ນວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ເຊິ່ງມີບາງຕອນວ່າ:

    ການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ 2022 ແຜນລາຍຮັບໝົດປີ ຈໍານວນ 5.576,34 ຕື້ກີບ ໃນນັ້ນ ລາຍຮັບພູດສູນກາງ (ພາສີ) 4.100 ຕື້ກີບ ລາຍຮັບທ້ອງຖິ່ນ (ນວ) 1,476,34 ຕື້ກີບ ແຜນລາຍຈ່າຍທັງໝົດ 625,43 ຕື້ກີບ ໃນນັ້ນ ລາຍຈ່າຍປົກກະຕິ 502,08 ຕື້ກີບ ແລະ ລາຍຈ່າຍການລົງທຶນຂອງລັດ 123,35 ຕື້ກີບ ຜ່ານການຈັດຕັ້ງປະຕິບັດນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2022 ສາມາດຈັດຕັ້ງປະຕິບັດໄດ້ຄື: ລາຍຮັບທັງໝົດສາມາດປະຕິບັດໄດ້ 2.611,95 ຕື້ກີບ ເທົ່າກັບ 46,84% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 20,92% ເທົ່າກັບ 451,96 ຕື້ກີບ) ໃນນັ້ນ ລາຍຮັບພູດສູນກາງ (ພາສີ) ປະຕິບັດໄດ້ 1.858,30 ຕື້ກີບ ເທົ່າກັບ 45,32% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 15.23% ເທົ່າກັບ 245,66 ຕື້ກີບ) ລາຍຮັບທ້ອງຖິ່ນ (ນວ) ປະຕິບັດໄດ້ 753,65 ຕື້ກີບ ເທົ່າກັບ 51,05% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 37,69% ເທົ່າກັບ 206,30 ຕື້ກີບ) ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 276,83 ຕື້ກີບ ເທົ່າກັບ 44,26% ຂອງແຜນການປີ ດ້ານດຸ່ນດ່ຽງປະຕິບັດໄດ້ 347,85 ຕື້ກີບ ເທົ່າກັບ 40,88% ຂອງແຜນການປີ (ແຜນການປີ 850,90 ຕື້ກີບ) ສັງລວມແລ້ວ ພູດ ນວ ຈັດເກັບໃນ 6 ເດືອນຕົ້ນປີ ປະຕິບັດໄດ້ຕາມແຜນທີ່ວາງໄວ້ ສ່ວນຄາດໝາຍທີ່ຍັງບໍ່ທັນປະຕິບັດໄດ້ ແມ່ນການເກັບລາຍຮັບທີ່ສູນກາງປະຕິບັດຢູ່ ນວ ແລະ ລາຍຈ່າຍງົບປະມານ. ດ້ານກະສິກຳ-ປ່າໄມ້ ສາມາດສະໜອງສະບຽງອາຫານໃຫ້ສັງຄົມຄື: ສະໜອງເຂົ້າໄດ້ 67.177 ໂຕນ ເທົ່າກັບ 88% ຂອງແຜນການ 76.361 ໂຕນຕໍ່ປີ ສະເພາະພຶດຜັກ ປະຕິບັດໄດ້ 75.925 ໂຕນ ເທົ່າກັບ 65,5% ຂອງແຜນການປີ 115.917 ໂຕນ ການສະໜອງທາດຊີ້ນ ປາ ປະຕິບັດໄດ້ 32.882 ໂຕນ ປະຕິບັດໄດ້ 50,3 % ຂອງແຜນຄວາມຕ້ອງການປີ 65.368 ໂຕນ. ດ້ານການຜະລິດອຸດສາຫະກໍາຂະຫຍາຍ 5,56% ດ້ານການຜະລິດຫັດຖະກໍາຂະຫຍາຍຕົວ 4,34% ການສົ່ງອອກປະຕິບັດໄດ້ 1.274,93 ລ້ານໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (806,67 ລ້ານໂດລາ) ເພີ່ມຂຶ້ນ 58,04% (ແຜນການປີສົ່ງອອກບໍ່ໃຫ້ຫຼຸດ 18%) ສ່ວນດ້ານການລົງທຶນ ປະຕິບັດໄດ້ 18.810,91 ຕື້ກີບ ລື່ນແຜນ 43% ຂອງແຜນການປີ (ມະຕິສະພາ 13.300 ຕື້ກີບ) ສາມາດບັນລຸຄາດໝາຍ. ສໍາລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ສືບຕໍ່ສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວ GDP ບັນລຸຕາມແຜນທີ່ກໍານົດໄວ້ 6,5% ຄິດເປັນມູນຄ່າ GDP ຕາມລາຄາໃນປີ ປະມານ 63,076 ຕື້ກີບ GDP ສະເລ່ຍຕໍ່ຫົວຄົນເທົ່າກັບ 6.426 ໂດລາ ໃນນັ້ນ ຂະແໜງການກະສິກຳຂະຫຍາຍຕົວ ເພີ່ມຂຶ້ນ 4% ກວມເອົາ 14% ຂອງ GDP ຂະແໜງອຸດສາຫະກຳຂະຫຍາຍຕົວ ເພີ່ມຂຶ້ນ 9,5% ກວມເອົາ 50% ຂອງ GDP ຂະແໜງການບໍລິການຂະຫຍາຍຕົວເພີ່ມຂຶ້ນ 4,5% ກວມເອົາ 36% ຂອງ GDP ດ້ານລາຍຮັບ ສູ້ຊົນເກັບລາຍຮັບໃຫ້ໄດ້ 2.964,39 ຕື້ກີບ ໃນນັ້ນ ລາຍຮັບທີ່ສູນກາງປະຕິບັດຢູ່ ນວ ໃຫ້ໄດ້ 2.241,70 ຕື້ກີບ ລາຍຮັບຂອງ ນວ ໃຫ້ໄດ້ 722,58 ຕື້ກີບ (ສູ້ຊົນໃຫ້ໄດ້ເກີນແຜນ 100 ຕື້ກີບ)ດ້ານລາຍຈ່າຍຄາດຄະເນ 6 ເດືອນທ້າຍປີ ບໍ່ໃຫ້ເກີນ 348,60 ຕື້ກີບ ແລະ ດ້ານການດຸນດ່ຽງ ໃຫ້ໄດ້ 503,06 ຕື້ກີບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!