ຫຼາຍສາເຫດ ທີ່ພາໃຫ້ໂຄງການກໍ່ສ້າງເສັ້ນທາງບ້ານດອນນົກຂຸ້ມ-ສ້າງເຫວີຍ-ດົງສະຫວາດຊັກຊ້າ

    ໂຄງການກໍ່ສ້າງເສັ້ນທາງແຕ່ບ້ານດອນນົກຂຸ້ມ ຫາ ບ້ານສ້າງເຫວີຍ ແລະ ບ້ານດົງສະຫວາດ (ໄດ້ແບ່ງເປັນ 2 ເສັ້ນທາງ) ຕາມສັນຍາຮັບເໝົາກໍ່ສ້າງ (ແຕ່ວັນທີ 9 ພຶດສະພາ 2011 ເຖິງວັນທີ 30 ເມສາ 2015 ຕໍ່ສັນຍາ 2 ຄັ້ງ) ໂດຍແມ່ນບໍລິສັດ ເອເຊຍຮ່ວມພັດທະນາກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາ ບໍລິສັດ ວາລິນສໍາຫຼວດ-ອອກແບບກໍ່ສ້າງ ແລະ ທີ່ປຶກສາ ຈໍາກັດຜູ້ດຽວ ເປັນທີ່ປຶກສາໂຄງການ.

      ອີງຕາມບົດລາຍງານຂອງທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ໃນກອງປະຊຸມອົງການປົກຄອງ ນວ ຄັ້ງທີ 14 ເປີດກວ້າງຮ່ວມກັບອົງການປົກຄອງເມືອງ ຈັດຂຶ້ນລະຫວ່າງວັນທີ 19-20 ກໍລະກົດ 2022 ທີ່ຫ້ອງວ່າການ ນວ ໃຫ້ຮູ້ວ່າ ເສັ້ນທາງທີ 1 ເລີ່ມແຕ່ເສັ້ນທາງດອນນົກຂຸ້ມ-ສ້າງເຫວີຍ-ຈອມເພັດ ມີລວງຍາວ 4.83,54 ແມັດ ໜ້າທາງກວ້າງ 11 ແມັດ ແລະ ທາງຄົນຍ່າງເບື້ອງລະ 1,5 ແມັດ ພ້ອມໄຟເຍືອງທາງ ສັນຍາມີມູນຄ່າປະມານ 89.116,28 ລ້ານກີບ ການກໍ່ສ້າງຕົວຈິງປະຕິບັດໄດ້ 57,65% ເທົ່າກັບ ມູນຄ່າ 51.378,17 ລ້ານກີບ ຊໍາລະຮອດປີ 2022 ລວມທັງຫມົດ 43.202,6 ລ້ານກີບ ຍັງຄ້າງຊໍາລະຕາມວຽກປະຕິບັດໄດ້ 8.176.17 ລ້ານກີບ ມູນຄ່າໃນສັນຍາໄດ້ຄິດໄລ່ເງິນແຮໂຄງການ 7.364,98 ລ້ານກິບ ແຕ່ຍັງບໍ່ທັນໄດ້ນຳໃຊ້ ຄະນະກວດກາກາສູນກາງເຫັນດີໃຫ້ຕັດອອກ ເນື່ອງຈາກວ່າຖ້າທຽບໃສ່ດໍາລັດແນະນໍາ ປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ ແມ່ນບໍ່ສອດຄາອງ.

    ເສັ້ນທາງທີ 2 ແຕ່ເສັ້ນທາງສວນມອນ-ສ້າງເຫວີຍ-ດົງສະຫວາດ ມີລວງຍາວ 2.992,64 ແມັດ ໜ້າທາງກວ້າງ 11 ແມັດ ທາງຄົນຍ່າງເບື້ອງລະ 1,5 ແມັດ ພ້ອມໄຟເຍືອງທາງ ສັນຍາມີມູນຄ່າປະມານ 56.915,36 ລ້ານກີບ ການກໍ່ສ້າງຕົວຈິງປະຕິບັດໄດ້ 49,25% ເທົ່າກັບ 28.036,22 ລ້ານກີບ ຊໍາລະຮອດປີ 2022 ຈຳນວນ 19.875,53 ລ້ານກີບ ຍັງຄ້າງຊຳລະຕາມວຽກ 8.160,69 ລ້ານກີບ ມູນຄ່າໃນສັນຍາໄດ້ຄິດໄລ່ເງິນແຮໂຄງການ 4.703,74 ລ້ານກີບ ຄະນະກວດກາຂັ້ນສູນກາງເຫັນດີໃຫ້ຕັດອອກ ເນື່ອງຈາກວ່າຖ້າທຽບໃສ່ດໍາລັດແນະນໍາປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດແມ່ນບໍ່ສອດຄ່ອງ. ການຈັດຕັ້ງປະຕິບັດຜ່ານມາວຽກໄກ່ເກ່ຍປະຕິບັດໄດ້ 80% ວຽກທີ່ດິນປະຕິບັດໄດ້ 70% ລະບົບລະບາຍນ້ໍາປະຕິບັດໄດ້ 90% ວຽກກໍ່ສ້າງທາງຄົນຍ່າງປະຕິບັດໄດ້ 20% ວຽກເທເບຕົງໜ້າທາງທັງ 2 ເສັ້ນທາງ ປະຕິບັດໄດ້ 65% ລວງຍາວ 5,1 ກິໂລແມັດ ກວ້າງ 11 ແມັດ ລວມປະຕິບັດໄດ້ທັງໝົດ 53,45% ທຽບໃສ່ມູນຄ່າສັນຍາ. ສາຍເຫດທີ່ພາໃຫ້ໂຄງການຊັກຊ້າ ຍ້ອວ່າບໍລິສັດຜູ້ຮັບເໝົາຂາດທຶນໝູນວຽນພາຍໃນ ບໍ່ມີພາຫະນະພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ເຈົ້າຂອງໂຄງການບໍ່ສາມາດຊໍາລະສະສາງງົບປະມານໃຫ້ຜູ້ຮັບເໝົາໄດ້ຕາມເງື່ອນໄຂທີ່ລະບຸໄວ້ໃນສັນຍາ ໄລຍະຜ່ານມາພະແນກ ຍທຂ ນວ ໃນນາມເຈົ້າຂອງໂຄງການ ໄດ້ເຊີນບໍລິສັດຜູ້ຮັບເໝົາຫຼາຍຄັ້ງ ມາປະຊຸມປຶກສາຫາລືເພື່ອຊຸກຍູ້ໃຫ້ສືບຕໍ່ກໍ່ສ້າງ ແຕ່ບໍລິສັດຜູ້ຮັບເໝົາບໍ່ສາມາດລົງມືຈັດຕັ້ງປະຕິບັດໄດ້ ໃນປີ 2020 ພະແນກ ຍທຂ ນວ ໄດ້ຈັດສັນງົບປະມານບ້ວງກອງທຶນທາງມາສ້ອມແປງແກ້ໄຂສຸກເສີນເພື່ອເຮັດໃຫ້ການສັນຈອນໄປ-ມາສະດວກ ມູນຄ່າ 120 ລ້ານກີບ.

    ໃນຕໍ່ໜ້າ ພະແນກ ຍທຂ ນວ ຈະສືບຕໍ່ຊຸກຍູ້ໃຫ້ບໍລິສັດຜູ້ຮັບເໝົາ ລົງມືສືບຕໍ່ຈັດຕັ້ງປະຕິບັດບັນຕາໜ້ສວຽກທີ່ຈໍາເປັນເຊັ່ນ: ເທເບຕົງໜ້າທາງໃຫ້ເຊື່ອມຈອດ ກໍ່ສ້າງປັບປຸງລະບົບລະບາຍນໍ້າໃຫ້ຮັບປະກັນບໍ່ໃຫ້ມີນ້ໍາຖ້ວມຂັງ ເພື່ອແກ້ໄຂການສັນຈອນໄປມາ ແລະ ຫຼຸດຜ່ອນມູນຄ່າກໍ່ສ້າງລົງ ພ້ອມກັນນັ້ນ ສະເໜີຂໍງົບປະມານເພື່ອມາຊໍາລະໃຫ້ແກ່ຜູ້ຮັບເໝົາຫຼາຍຂຶ້ນຕື່ມ (ຕາມການສະເໜີຂອງຜູ້ຮັບເໝົາກໍ່ສ້າງ ເພື່ອເປັນການຊຸກຍູ້ໃຫ້ບໍລິສັດສາມາດລົງມືຈັດຕັ້ງປະຕິບັດວຽກທີ່ຍັງຄ້າງຄາຈົນສໍາເລັດ.

# ຂ່າວ-ພາບ: ອົ່ນ ໄຟສົມທອງ

error: Content is protected !!