ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ

     ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1955-20 ກໍລະກົດ 2022) ແລະ ສະຫຼຸບປະຈໍາປີ 2021 ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ຂຶ້ນໃນວັນທີ 19 ກໍລະກົດ 2022 ທີ່ກະຊວງການຕ່າງປະເທດ. ໃຫ້ກຽດເຂົ້າຮ່ວມໃນພິທີ ໂດຍສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ສະຫາຍ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ); ສະຫາຍນາງ ໄກມະນີ ອໍລະບູນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ຄະນະພັກ-ຄະນະນຳ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີປາຖະກະຖາຄັ້ງນີ້ ໄດ້ຮັບຟັງການບັນຍາຍ ຫວນຄືນປະຫວັດມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ) ຈາກສະຫາຍ ນາງ ສິລິກິດ ບຸບຜາ ຈາກນັ້ນ ໄດ້ຮັບຟັງການສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2021 ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ໂດຍ ສະຫາຍ ນາງ ໄກມະນີ ອໍລະບູນ ຊຶ່ງໄດ້ຕີລາຄາລວມກ່ຽວກັບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ປະຈໍາປີ 2021 ຊຶ່ງກະຊວງການຕ່າງປະເທດມີພະນັກງານທັງໝົດ 978 ຄົນ ໃນນັ້ນ ພະນັກງານແມ່ຍິງ 361 ຄົນ (ຢູ່ຕ່າງປະເທດ 109 ຄົນ) ຊຶ່ງກວມເອົາ 36,9% ໃນນີ້ ມີທູດແມ່ຍິງ 6 ສະຫາຍ ກົງສູນໃຫຍ່ 4 ສະຫາຍ ຂັ້ນຫົວໜ້າກົມ 1 ສະຫາຍ ແລະ ຮອງຫົວໜ້າກົມ 10 ສະຫາຍ. ເອື້ອຍນ້ອງຍິງ ນອກຈາກຈະມີໜ້າທີ່ຮັບຜິດຊອບໃນວຽກງານວິຊາສະເພາະແລ້ວ ຍັງຕ້ອງໄດ້ຮັບຜິດຊອບເບິ່ງແຍງຄອບຄົວ ແລະ ຍັງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຍາດແຍ່ງ ຂົນຂວາຍທຶນຮອນທັງທາງດ້ານວັດຖຸ ແລະ ປັດໄຈ ເພື່ອນຳໄປຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ດ້ອຍໂອກາດ ຄອບຄົວທຸກຍາກຂາດເຂີນ ເພື່ອຊ່ວຍພວກເຂົາເຈົ້າສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ໃນໂອກາດດັ່ງກ່າວນີ້ ຍັງໄດ້ມີພິທີມອບໃບຍ້ອງຍໍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ໃນໄລຍະ 5 ປີ (2016-2020) ຊຶ່ງປະກອບມີ: ໃບຍ້ອງຍໍຂອງ ສສຍລ ໃຫ້ແກ່ຄະນະພັກກະຊວງການຕ່າງປະເທດ ໃບຢັ້ງຢືນຮັກສານາມມະຍົດທຸງໄຊ 3 ດີ (ສະໄໝທີ 2) ໃຫ້ແກ່ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃບຍ້ອງຍໍ ແລະ ໃບຊົມເຊີຍ ຂອງ ສສຍລ ໃຫ້ແກ່ບັນດາໜ່ວຍ ແລະ ບຸກຄົນ ນອກຈາກນັ້ນ ຍັງມີໃບຍ້ອງຍໍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2021 ຈາກສະຫະພັນແມ່ຍິງກະຊວງການຕ່າງປະເທດອີກດ້ວຍ.

    ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສໍາຄັນຂອງເອື້ອຍນ້ອງແມ່ຍິງລາວ ເວົ້າລວມ ເວົ້າສະເພາະແມ່ນເອື້ອຍນ້ອງແມ່ຍິງຂອງກະຊວງການຕ່າງປະເທດ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ກໍຄືການສ້າງສາ ແລະ ພັດທະນາປະເທດຕະຫຼອດໄລຍະຜ່ານມາ ບໍ່ວ່າ ໃນຍາມຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນໄລຍະແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ເອື້ອຍນ້ອງຍິງ ຍາມໃດກໍເຮັດວຽກຄ່ຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍ ປະກອບສ່ວນສ້າງຜົນງານຢ່າງບໍ່ຮູ້ອິດຮູ້ເມື່ອຍ

     ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ຊີ້ທິດເຍືອງທາງໃຫ້ແກ່ເອື້ອຍນ້ອງແມ່ຍິງ ໃນການເຄື່ອນໄຫວວຽກງານໃນຕໍ່ໜ້າ ໂດຍສະເພາະໃນສະພາບການທີ່ພາກພື້ນ ແລະ ໂລກ ກໍາລັງປະເຊີນໜ້າກັບການຜັນປ່ຽນຢ່າງສັບສົນ ແລະ ໄວວາ ທັງໄພທໍາມະຊາດ ພະຍາດລະບາດ ກໍຄືການພົວພັນລະຫວ່າງບັນດາປະເທດມະຫາອໍານາດໃຫຍ່ຂອງໂລກ ທີ່ລ້ວນແຕ່ມີຜົນກະທົບຕໍ່ການພົວພັນ ກໍຄືການພັດທະນາຂອງ ສປປ ລາວ ພວກເຮົາ. ພ້ອມດຽວກັນນັ້ນ ໃຫ້ສືບຕໍ່ຮັກສາໄດ້ນາມມະຍົດທຸງໄຊ 3 ດີ ເປັນສະໄໝທີ 3 ແລະ ສະໄໝຕໍ່ໆໄປ.

# ຂ່າວ-ພາບ: ໄຊບັນດິດ

error: Content is protected !!