ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຫົງສາ ແຂວງໄຊຍະບູລີ ຄັ້ງທີ 9 ສະໄໝທີ VIII ສໍາເລັດລົງຢ່າງຈົບງາມ ແຕ່ວັນທີ 18-19 ກໍລະກົດ 2022 ຢູ່ສະໂມສອນຂອງເມືອງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄໍາຫຼ້າ ຜີວວັນນາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ພ້ອມດ້ວຍສະຫາຍ ວັນດາວ ແວວທະນັດສີ ກຳມະການພັກແຂວງ ເລຂາຄະນະພັກຮາກຖານພະແນກການເງິນແຂວງ ມີຄະນະປະຈໍາພັກເມືອງ ຄະນະພັກເມືອງ ເລຂາຄະນະພັກຮາກຖານ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໄລຍະ 6 ເດືອນຜ່ານມາ ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວສະມາຊິກພັກ ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ ໂດຍສະເພາະ ແມ່ນໄດ້ນໍາພາຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຕ່ລະຂັ້ນ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ 2 ວາລະແຫ່ງຊາດ ພ້ອມທັງເອົາໃຈໃສ່ປັບປຸງກົນໄກການຄຸ້ມຄອງລາຍຮັບໃຫ້ໄປຕາມທ່າແຮງຂອງເມືອງ ສໍາຫຼວດຖານຫົວໜ່ວຍທຸລະກິດ ເພື່ອຂຸດຄົ້ນຫາແຫຼ່ງລາຍຮັບໃໝ່ທີ່ບົ່ມຊ້ອນມອບເຂົ້າງົບປະມານ ປັດຈຸບັນ ທົ່ວເມືອງໄດ້ຫັນເອົາຫົວໜ່ວຍວິສາຫະກິດ ເຂົ້າສູ່ລະບົບທັງໝົດ 279 ຫົວໜ່ວຍ ໃນນີ້ ມີຫົວໜ່ວຍວິສາຫະກິດ 228 ຫົວໜ່ວຍ ແລະ ອົງການຈັດຕັ້ງລັດ 51 ຫົວໜ່ວຍ.

ດ້ານໂຄງການລົງທຶນຂອງລັດ ມີ 11 ໂຄງການ ມູນຄ່າທັງໝົດ 173,35 ຕື້ກີບ (ທຶນບ້ວງພັດທະນາຊົນນະບົດ 3 ໂຄງການ ມູນຄ່າ 127,63 ຕື້ກີບ ທຶນພັດທະນາທ້ອງຖິ່ນຂອງໂຄງການໄຟຟ້າຫົງສາ 8 ໂຄງການ ມູນຄ່າ 45,72 ຕື້ກີບ) ທຶນສະໜັບສະໜູນຂອງບໍລິສັດໄຟຟ້າຫົງສາ 7 ໂຄງການ ມູນຄ່າທັງ ໝົດ 7,54 ຕື້ກີບ ແລະ ນໍາພາຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໜົດ 2,31 ຕື້ກີບ ເທົ່າກັບ 41,54% ຂອງແຜນການປີ ທຽບໃສ່ໄລຍະດຽວກັນປີຜ່ານມາ ຫຼຸດລົງ 18,09% ນໍາພາການປູກພືດລະດູຝົນ ປະຕິບັດໄດ້ 3.502 ເຮັກຕາ ເທົ່າກັບ 76,72% ຂອງແຜນການ ໃນນີ້ ການຜະລິດເຂົ້ານາປີ 1.575 ເຮັກຕາ ສໍາເລັດ 100% ການຜະລິດເຂົ້າເນີນສູງ (ເຂົ້າໄຮ່) ເນື້ອທີ່ 1.545 ເຮັກຕາ ເທົ່າກັບ 154,56% ຂອງແຜນການ ສົ່ງເສີມການປູກພຶດເປັນສິນຄ້າ 579,66 ເຮັກຕາ ແລະ ປູກພືດຜັກຕ່າງໆ ເນື້ອທີ່ທັງໝົດ 70,75 ເຮັກຕາ ສົ່ງເສີມການຜະລິດອຸດສາຫະກໍາ-ຫັດຖະກໍາໄດ້ທັງໝົດ 33,34 ຕື້ກີບ ເທົ່າກັບ 39% ຂອງແຜນການປີ ມູນຄ່າການຈໍາໜ່າຍ 39,42 ຕື້ກີບ ເທົ່າກັບ 36% ຂອງແຜນການປີ ນອກຈາກນັ້ນ ບັນດາສະຫາຍຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄໍາເຫັນ ລົງເລິກວິເຄາະບັນຫາຄົງຄ້າງ ທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.


ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ໄດ້ຈັດພິທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ໃຫ້ 84 ໜ່ວຍພັກພາຍໃນເມືອງຢ່າງສົມກຽດ.
