ທ່ານຮອງລັດຖະມົນຕີ ຖວທ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະ (AlBD)

    ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ ຟີໂລມີນາ ນານາ ປຣາກະຊາມ (Philomena Gnanapragasam) ຜູ້ອໍານວຍການສະຖາບັນພັດທະນາການກະຈາຍສຽງ ແລະ ພາບແຫ່ງອາຊີ-ປາຊິຟິກ (AlBD) ພ້ອມດ້ວຍຄະນະ ໃນວັນທີ 19 ກໍລະກົດ 2022 ທີ່ ກະຊວງ ຖວທ.

    ໂອກາດນີ້ ທ່ານຮອງລັດຖະມົນຕີກະຊວງ ຖວທ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານຜູ້ອໍານວຍການສະຖາບັນພັດທະນາການກະຈາຍສຽງ ແລະ ພາບແຫ່ງອາຊີ-ປາຊີຟິກໃນຄັ້ງນີ້ ເພື່ອປຶກສາຫາລືຮ່ວມກັບກະຊວງ ຖວທ ສປປ ລາວ ກໍຄືວິທະຍຸກະຈາຍສຽງແຫ່ງຊາດລາວ-ໂທລະພາບແຫ່ງຊາດລາວ ກ່ຽວກັບຄວາມເປັນໄປໄດ້ໃນການສະເໝີໃຫ້ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດສື່ອາຊີ ( Asia Media sum mit-AMS) ແລະ ບັນດາກອງປະຊຸມປິ່ນອ້ອມປະຈໍາປີ 2023 ເພື່ອເປັນການປ່ຽນແທນກອງປະຊຸມໃຫຍ່ຂອງສະຖາບັນພັດທະນາການກະຈາຍສຽງ ແລະ ພາບແຫ່ງພາກພື້ນອາຊີ-ປາຊີຟິກ (AIBD) ປະຈໍາປີ 2020 ແລະ ປີ 2022 ທີ່ ສປປ ລາວ ໄດ້ຮັບການອະນຸມັດຈາກລັດຖະບານ ໃນການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ ແຕ່ມີຄວາມຈໍາເປັນຕ້ອງຍົກເລີກ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19.

    ໂອກາດດຽວກັນ ທ່ານ ວໍລະສັກ ປຣະວົງວຽງຄຳ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ລາຍງານໃຫ້ທ່ານຮອງລັດຖະມົນຕີ ຖວທ ຮັບຊາບກ່ຽວກັບປະຫວັດຄວາມເປັນມາຂອງ 2 ກອງປະຊຸມໃຫຍ່ຂອງສະຖາບັນພັດທະນາການກະຈາຍສຽງ ແລະ ພາບແຫ່ງອາຊີ-ປາຊີຟິກ (AIBID) ເຊັ່ນ: ກອງປະຊຸມສະມັດຊາໃຫຍ່ປະຈຳປີ (General Conference – GC) ແລະ ກອງປະຊຸມສຸດຍອດສື່ອາຊີ (Asin Media Summit – AMS).

    ກອງປະຊຸມໃຫຍ່ AIBD (GC) ແມ່ນກອງປະຊຸມຢ່າງເປັນທາງການປະຈໍາປີຂອງສະຖາບັນ ໂດຍມີປະເທດສະມາຊິກ 26 ປະເທດ ຄູ່ຮ່ວມມື 23 ອົງການ ແລະ ສະມາຊິກພັນທະມິດ 67 ອົງການ ກອງປະຊຸມໃຫຍ່ສາມັນເປັນກອງປະຊຸມທີ່ເປີດໃຫ້ບັນຕາປະເທດສະມາຊິກ ເຄືອຂ່າຍ ຄູ່ຮ່ວມງານ ຜູ້ສັງເກດການ ແລະ ສື່ມວນຊົນຊັ້ນແນວໜ້າໃນການກວດກາຄືນບັນດາກິດຈະກໍາ ແລະ ໂຄງການທີ່ AIBD ໄດ້ປະຕິບັດໃນປີທີ່ຜ່ານມາ ແລະ ວາງທິດທາງແຜນການຂອງບັນດາໂຄງການໃນອະນາຄົດ ເປັນເວທີໃຫ້ບັນດາປະເທດສະມາຊິກປຶກສາຫາລືຄວາມຕ້ອງການ ໃນການພັດທະນາເພື່ອຍົກສູງອົງການຈັດຕັ້ງຂອງຕົນ.

    ນອກຈາກນັ້ນ ກອງປະຊຸມເປັນກອງປະຊຸມຕົກລົງຮັບຮອງເອົາແຜນຍຸດທະສາດ AIBD (SPT) ຂອງທີມງານ ແລະ ກອງປະຊຸມຄະນະບໍລິຫານງານ (EXBO) ໃນການກວດກາບັນດາກິດຈະກໍາທີ່ສໍາຄັນຂອງ AIBD ໃນອະນາຄົດເຊັ່ນ: ກອງປະຊຸມສຸດຍອດສື່ມວນຊົນອາຊີ (AMS) ແລະ ບັນດາກອງປະຊຸມປິ່ນອ້ອມຕ່າງໆຂອງສະຖາບັນ,

# ບຸນມີ ສີວິໄລ

error: Content is protected !!