ຄະນະຜູ້ແທນຂັ້ນສູງຂອງລາວ ສຳເລັດການຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ

    ໃນຕອນບ່າຍຂອງວັນທີ 19 ກໍລະກົດ 2022 ຜ່ານມາ ຄະນະຜູ້ແທນຂັ້ນສູງ ສປປ ລາວ ນໍາໂດຍສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ສຳເລັດຢ່າງຈົບງາມ ໃນການເຂົ້າຮ່ວມງານສະເຫຼີມສະຫຼອງ 2 ວັນປະຫວັດສາດ ການພົວພັນຮ່ວມມືລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45ປີ (18/7/1977-18/7/2022) ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ແລະ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 17-19 ກໍລະກົດ 2022 ໄດ້ກັບມາເຖິງນະຄອນຫຼວງວຽງຈັນໂດຍສະຫວັດດີພາບ.

    ໃນໄລຍະເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມເປັນເວລາ 3 ວັນ ສະຫາຍ ບຸນທອງ ຈິດມະນີ ພ້ອມຄະນະ ໄດ້ຮັບການຕ້ອນຮັບຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີພົບປະສອງຝ່າຍ ກັບສະຫາຍນາງ ຫວໍ ແອັງ ຊວັນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີໄດ້ເຂົ້າຮ່ວມງານວາງສະແດງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ໄດ້ເປັນກຽດປະດັບຫຼຽນດາວຄໍາແຫ່ງຊາດ ແລະ ຫຼຽນໄຊອິດສະຫຼະຊັ້ນ I ເຊິ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ແກ່ບັນດາສະຫາຍທີ່ມີຜົນງານດີເດັ່ນ ຄຸນງາມ ຄວາມດີຕໍ່ ສປປ ລາວ ແລະ ເຂົ້າຮ່ວມພິທີໄຂງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “ສາຍພົວພັນມິດຕະພາບລາວ-ຫວຽດນາມ ໝັ້ນຄົງຂະນົງແກ່ນຊົ່ວກາລະນານ” ໄດ້ເຂົ້າຮ່ວມພິທີວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ແລະ ເຂົ້າວາງພວງມາລາໄວ້ອາໄລທີ່ສຸສານປະທານໂຮ່ຈີມິນ ອີກດ້ວຍ.

    ໃນພິທີຕ້ອນຮັບການເດີນທາງກັບມາຈາກ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງ ສປປ ລາວ ຄັ້ງນີ້ ມີສະຫາຍ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ສະຫາຍ ຫງວຽນ ບາ ຮຸ່ງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະເຂົ້າຮ່ວມ.

# ບຸນມີ ສີວິໄລ

error: Content is protected !!