ທ່ານ ວັນທາ ແສງເມືອງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ Miguel Diaz-Canel ປະທານປະເທດ ແຫ່ງສາທາລະນະລັດ ກູບາ ເມື່ອບໍ່ດົນມານີ້ ທີ່ ສ ກູບາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສາທາລະນະລັດ ກູບາ.

ໃນໂອກາດດັ່ງກ່າວ ທ່ານປະທານປະເທດ Miguel Diaz-Canel ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາດໍາລົງຕໍາແໜ່ງຂອງທ່ານເອກອັກຄະລັດຖະທູດລາວຄົນໃໝ່ ປະຈໍາ ສາທາລະນະລັດ ກູບາ ພ້ອມທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ກູບາ ໄດ້ຮັບການເສີມຂະຫຍາຍຖານອ້າຍນ້ອງແບບໃກ້ຊິດ ແລະ ເພື່ອນຮ່ວມອຸດົມການອັນດຽວກັນ ທ່ານປະທານປະເທດ ແຫ່ງສາທາລະນະລັດ ກູບາ ຍັງໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ເວລາໃດກໍໃຫ້ການສະໜັບສະໜູນສາທາລະນະລັດ ກູບາ ທັງຢູ່ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນີ້ ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງສອງພັກ-ລັດຖະບານ ແລະ ປະຊາຊົນສອງຊາດ ກູບາ ແລະ ລາວ ຈະໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດອັນຈົບງາມໃນການປະຕິບັດໜ້າທີ່ວຽກງານການທູດຄັ້ງນີ້.

ໂອກາດດຽວກັນ ທ່ານເອກອັກຄະລັດຖະທູດລາວ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານອ້າຍນ້ອງເພື່ອນມິດ ຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງເຖິງທ່ານ Miguel Diaz-Canel ແລະ ຜ່ານທ່ານ ໄປຍັງທ່ານ Raul Castro Ruz ກໍຄືປະຊາຊົນກູບາ ພ້ອມໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງປະເທດທີ່ເປັນມູນເຊື້ອມາແຕ່ຍາວນານ ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ພ້ອມທັງເຫັນດີເປັນເອກະພາບທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນ ດ້ານສາທາລະນະສຸກ ການສຶກສາ ກີລາ ແລະ ຂະແໜງການອື່ນໆ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ

ທ່ານເອກອັກຄະລັດຖະທູດ ຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ ລັດຖະບານ ແລະ ປະຊາຊົນກູບາ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດໃນໄລຍະຜ່ານມາ.