ຂະແໜງທີ່ດິນ ສ້າງຄວາມອາດສາມາດນໍາໃຊ້ເຄື່ອງມືທີ່ທັນສະໄໝດ້ານລະບົບແຜນທີ່

    ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດເຝິກອົບຮົມຄວາມຮູ້ດ້ານວິຊາການກ່ຽວກັບເຕັກໂນໂລຊີ ຂໍ້ມູນພື້ນທີ່    ພາຍໃຕ້ການສະໜັບສະໜູນຂອງໂຄງການຮ່ວມມື  ລາວ-ສ ເກົາຫຼີ ຂຶ້ນໃນວັນທີ 18 ກໍລະກົດ 2022 ຢູ່ທີ່ວິທະຍາໄລເຕັກນິກຊັບພະວິຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມທີ່ດິນ ແລະ ທ່ານ ຊູນດົງປາກ ປະທານບໍລິສັດ LX ຂອງ ສ ເກົາຫຼີ ມີຕາງໜ້າຈາກກົມທີ່ດິນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ແຂວງວຽງຈັນ ແຂວງບໍລິຄຳໄຊ ແຂວງຄຳມ່ວນ ແຂວງອຸດົມໄຊ ພ້ອມດ້ວຍຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຫຊສ) 6 ຕົວເມືອງໃນນະຄອນຫຼວງ ແລະ ຕາງໜ້າວິທະຍາໄລເຕັກນິກສັບພະວິຊາ ເຂົ້າຮ່ວມ.

    ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ເປີດກ້ວາງການນໍາໃຊ້ເຄື່ອງມືທີ່ທັນສະໄໝດ້ານລະບົບແຜນທີ່ໃຫ້ກັບວິຊາການຂະແໜງທີ່ດິນໃຫ້ມີຄວາມຊຳນິຊຳນານ ທັງເປັນການແລກປ່ຽນບົດຮຽນການນໍາໃຊ້ໂປແກຣມ QGIS ເຂົ້າໃນວຽກງານຂະແໜງທີ່ດິນ ລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ ນອກຈາກນັ້ນ ພະນັກງານວິຊາການຂັ້ນສູນກາງ ແລະ ທ້ອງຖິ່ນຍັງສາມາດນຳເອົາຄວາມຮູ້ ຄວາມສາມາດດັ່ງກ່າວໄປຜັນຂະຫຍາຍ ແລະ ນໍາໃຊ້ເຂົ້າໃນວຽກງານຂະແໜງ ທີ່ດິນໃຫ້ມີຄວາມວ່ອງໄວທັນສະໄໝ ທັງເປັນການສ້າງຄວາມເຂັ້ມແຂງ ແລະ ຄວາມຊໍານິຊໍານານໃຫ້ຂັ້ນທ້ອງຖິ່ນໃນການສືບຕໍ່ວຽກງານດັ່ງກ່າວໄດ້ ການເຝິກອົບຮົມໃນຄັ້ງນີ້ ຈະດຳເນີນເປັນເວລາ 20 ວັນ ນັບແຕ່ວັນທີ 18 ກໍລະກົດ ຫາ 12 ສິງຫາ 2022.

# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!