ນາຊາຍທອງ ຫວນຄືນມູນເຊື້ອ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ

    ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນປະຫັວດສາດ ລາວ-ຫວຽດນາມ ປີ 2022 ມີຄວາມໝາຍເລິກເຊີ່ງ ແລະ ເຕັມໄປດ້ວຍຂະບວນການທີ່ຟົດຟື້ນ ວັນທີ 18 ກໍລະກົດ 2022 ຄະນະໂຄສະນາອົບຮົມເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ົດ້ຈັດພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ຂຶ້ນທີ່ສະໂມສອນເມືອງນາຊາຍທອງ ໃຫ້ກຽດປາຖະກະຖາໂດຍທ່ານ ເຂັມເພັດ ແພງດວງຈັນ ອະດີດຄະນະພັກ ນວ ຫົວໜ້າຄະນະໂຄສະນາອົບຮົມ ນວ ມີທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ພ້ອມດ້ວຍຮອງເລຂາພັກເມືອງ ຮອງເຈົ້າເມືອງ ຫົວໜ້າຫ້ອງການ ໜ່ວຍງານອ້ອມຂ້າງເມືອງ ນາຍບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດັ່ງກ່າວ ທ່ານ ເຂັມເພັດ ແພງດວງຈັນ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງປີສາມັກຄີມິດຕະພາບລາວ-ຫວຽດນາມ ວັນເຊັນສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5/9/1962-5/9/2022) ປະຫວັດສາດມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ເຊິ່ງສະແດງອອກຫຼາຍເຫດການທີ່ສຳຄັນທີ່ ສອງພັກ ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຮອບດ້ານ ໃນຂະບວນການຕໍ່ສູ້ປົດປ່ອຍຊາດໃຫ້ຫຼຸດພົ້ນອອກຈາກແອກຄອບຄອງຂອງຈັກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງສອງປະເທດໃນປັດຈຸບັນ.

# ຂ່າວ – ພາບ :  ວຽງມາ

error: Content is protected !!