ວັນທີ 14-22 ກໍລະກົດ 2022 ທີ່ເຈນີວາ ປະເທດສະວິດ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 63 ຂອງປະເທດສະມາຊິກອົງການຊັບສິນທາງປັນຍາໂລກ (WIPO).ຕາງໜ້າ ສປປ ລາວ ນໍາໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ແລະ ມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກ ອົງການຊັບສິນທາງປັນຍາໂລກ WIPO ເຂົ້າຮ່ວມ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ ກໍໄດ້ໃຫ້ກຽດຂຶ້ນກ່າວຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ ເຊິ່ງທ່ານໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານ ເອກອັກຄະລັດຖະທູດ ຕາເຕຍນາ ໂມຊຽນ (Tatiana Molcean) ໃນຖານະເປັນປະທານຂອງກອງປະຊຸມໃນຄັ້ງນີ້ ແລະ ເຮັດໃຫ້ໄດ້ຮັບໝາກຜົນ ແລະ ປະສິດທິຜົນສູງ ພ້ອມດຽວກັນນັ້ນ ທ່ານກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ດາເລັນຕັງ (Daren Tang) ຜູ້ອໍານວຍການໃຫຍ່ຂອງອົງການຊັບສິນທາງປັນຍາໂລກ (WIPO) ສໍາລັບການສືບຕໍ່ໃຫ້ການສະໜັບສະໜູນອັນສໍາຄັນຕໍ່ການພັດທະນາລະບົບຊັບສິນທາງປັນຍາ ໃນ ສປປ ລາວ ໂດຍສະເພາະ ການຊ່ວຍເຫຼືອໃນການພັດທະນາແຜນຍຸດທະສາດຊັບສິນທາງປັນຍາ ການຄົ້ນຄວ້າປັນຫາຊັບສິນທາງປັນຍາ ການຈັດຕັ້ງປະຕິບັດການຈົດທະບຽນສາກົນ ກ່ຽວກັບເຄື່ອງໝາຍ (Madrid Protocol) ແລະ ກົດໝາຍວ່າດ້ວຍເຈນີວາ ພາຍໃຕ້ອtນຸສັນຍາລິສບອນ (Lisbon) ການກະກຽມສໍາລັບການເຂົ້າເປັນສະມາຊິກຂອງສົນທິສັນຍາ ເຮັກ (Hague) WCT ແລະ WPPT ກະກຽມລະບົບການຍື່ນຄໍາຮ້ອງອອນລາຍ (E-Filing) ການສ້າງຄວາມເຂັ້ມແຂງສໍາລັບເຈົ້າໜ້າທີ່ ແລະ ທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ຂອງພວກເຮົາ ເຊັ່ນ: ກາເຟບໍລະເວນ (Bolaven Coffee) ການສ້າງສະພາບແວດລ້ອມ ຊັບສິນທາງປັນຍາກ່ຽວກັບໂຄງການສ້າງຍີ່ຫໍ້ ແລະ ການອອກແບບ ໂດຍຜ່ານສໍານັກງານ ASPAC ການສ້າງຕັ້ງສູນ TISC ແລະ ໂຄງການການສ້າງສີ່ງຫຸ້ມຫໍ່ ໂດຍຜ່ານພະແນກ LDC ແລະ ກິດຈະກໍາການເຜີຍແຜ່ຊັບສິນທາງປັນຍາ ຄຽງຄູ່ກັນນັ້ນ ສປປ ລາວ ຍັງໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງຈາກການສະໜັບສະໜູນຂອງ WIPO ພາຍໃຕ້ແຜນປະຕິບັດງານສິດ ຊັບສິນທາງປັນຍາອາຊຽນ (AIPRAP) 2016-2025 ຕາມການສະເໜີຂອງປະທານ AWGIPC.

ທ່ານ ຍັງໄດ້ກ່າວຕື່ມອີກວ່າ: ຜ່ານການໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງ WIPO ສປປ ລາວ ຈະສາມາດສະຫຼຸບແຜນຍຸດທະສາດຊັບສິນທາງປັນຍາໄດ້ໃນທ້າຍປີນີ້ ແລະ ຈະສາມາດເຂົ້າເປັນສະມາຊິກສົນທິສັນຍາ ເຮັກ (Hague) ແລະ (WCT) ໄດ້ໃນໄວໆນີ້ ເພື່ອໃຫ້ທຸລະກິດທ້ອງຖິ່ນຂອງພວກເຮົາສາມາດຊອກຫາຕະຫຼາດໄດ້ໃນຕ່າງປະເທດ ແລະ ເພື່ອຊຸກຍູ້ໃຫ້ນັກທຸລະກິດຕ່າງປະເທດເຂົ້າມາລົງທຶນໃນການພັດທະນາຜະລິດຕະພັນ ໂດຍການໃຫ້ພວກເຂົາເຂົ້າເຖິງລະບົບຊັບສິນທາງປັນຍາຂອງ ສປປ ລາວ ໄດ້ງ່າຍຂຶ້ນ.

ປັດຈຸບັນ ກົມຊັບສິນທາງປັນຍາ ກໍາລັງຈັດຕັ້ງປະຕິບັດຂໍ້ລິເລີ່ມໃໝ່ “ໜຶ່ງຜະລິດຕະພັນ ໜຶ່ງຊັບສິນທາງປັນຍາ” ເພື່ອສືບຕໍ່ສ້າງຂໍ້ລິເລີ່ມ “ໜຶ່ງເມືອງໜຶ່ງຜະລິດຕະພັນ” ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອແນໃສ່ຊ່ວຍຊຸກຍູ້ ODOPs ແລະ SMEs ໃນການນຳໃຊ້ເຄື່ອງມືຊັບສິນທາງປັນຍາ ເພື່ອເພີ່ມມູນຄ່າໃຫ້ກັບສິນຄ້າ ແລະ ການບໍລິການ ແລະ ເສີມສ້າງຄວາມສາມາດໃນການແຂ່ງຂັນທາງທຸລະກິດໄດ້.
ໃນປັດຈຸບັນ ກົມຊັບສິນທາງປັນຍາ ກໍາລັງສຶກສາ ແລະ ຄົ້ນຄວ້າກົນໄກການປົກປ້ອງພັນທຸກໍາ ພູມປັນຍາທ້ອງຖິ່ນ ແລະ ການສະແດງອອກທາງວັດທະນະທໍາພື້ນເມືອງຂອງ ສປປ ລາວ ອີກດ້ວຍ.