ທີມຊາດລາວ ຮຸ່ນອາຍຸ 19 ປີ ໄດ້ຮັບເງິນສະໜັບສະໜູນ 3 ຕື້ກວ່າກີບ

   ງານລ້ຽງຕ້ອນຮັບຄະນະນໍາ ຄະນະຄູເຝິກ ແລະ ນັກກີລາບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ທີມຊາດລາວ ທີ່ສ້າງປະຫວັດສາດ ໄດ້ຮອງຊະນະເລີດ ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງແຊັມອາຊຽນ 2022 ທີ່ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 2-15 ກໍລະກົດ 2022 ໄດ້ຈັດຂຶ້ນວັນທີ 19 ກໍລະກົດ 2022 ທີ່ພັດຕະຄານເຊັນພິລາ ນະຄອນຫລວງວຽງຈັນ ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະນຳສະຫະພັນບານເຕະແຫ່ງຊາດ ຜູ້ໃຫ້ການສະໜັບສະໜູນ ຄະນະນຳ ຄູເຝິກ ນັກກີລາ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

    ສໍາລັບທັບນັກກີລາ U-19 ທີມຊາດລາວ ຊຸດນີ້ ໄດ້ສ້າງປາກົດການໃໝ່ໃນວົງການບານເຕະລາວ ດ້ວຍການສ້າງປະຫວັດສາດເຂົ້າຊີງຊະນະເລີດການແຂ່ງຂັນບານເຕະຊາຍ U-19 ຊີງແຊັມອາຊຽນ ຄັ້ງທຳອິດ ເຖິງແມ່ນວ່າ U-19 ລາວຂອງພວກເຮົາປະລາໄຊໃຫ້ U-19 ມາເລເຊຍ ທີ່ເຂົ້າຊີງ 4 ຄັ້ງຕິດຕໍ່ກັນ ດ້ວຍຜົນ 0-2 ແຕ່ກໍມາໄກໄດ້ເກີນຄາດໝາຍ ພ້ອມສ້າງສະຖິຕິໃໝ່ໃຫ້ຕົນເອງຫຼາຍຢ່າງ ເປັນຕົ້ນ: ເຂົ້າຊີງຊະນະເລີດບານເຕະຊາຍ U-19 ຊີງແຊັມອາຊຽນຄັ້ງທຳອິດ ຊະນະ 5 ລວດຄັ້ງທຳອິດ ຊະນະ U-19 ໄທ ຄັ້ງທໍາອິດ (ຈາກກ່ອນໜ້ານີ້ເສຍທັງ 5 ນັດ) ລວມທັງເອົາຊະນະ U-19 ມາເລເຊຍ ຄັ້ງທຳອິດ ໃນຮອບແບ່ງກຸ່ມຜ່ານມາ 1-0 ເຖິງວ່າຮອບຊີງ U-19 ເຮົາເສຍໃຫ້ ມາເລເຊຍ ແຕ່ການພົບກັນກ່ອນໜ້ານີ້ 4 ຄັ້ງ ພວກເຮົາເສຍທັງໝົດ.

    ສ່ວນຜົນງານຂອງ U-19 ລາວ ຄັ້ງນີ້ ເຖິງວ່າບໍ່ສາມາດຄອງແຊັມຄັ້ງນີ້ ແຕ່ກໍຄອງໃຈກອງເຊຍບານຊາວລາວຢ່າງລົ້ນເຫຼືອ ຕໍ່ກັບຜົນງານດັ່ງກ່າວ ທາງພາກລັດ ແລະ ບັນດາບໍລິສັດຫ້າງຮ້ານຕ່າງໆ ໄດ້ຮ່ວມກັນມອບເງິນສະໜັບສະໜູນ ເພື່ອເປັນລາງວັນຊົມເຊີຍຜົນງານ ຄວາມທຸ່ມເທ ແລະ ໃຫ້ກຳລັງໃຈ ລວມ 3 ຕື້ກວ່າກີບ ສ່ວນທີມຍິງ ທີມຊາດລາວ ຊຸດເຂົ້າຮ່ວມຊີງແຊັມອາຊຽນ 2022 ທີ່ຟີລິບປິນ ກໍໄດ້ຮັບເງິນສະໜັບສະໜູນຈາກສະຫະພັນບານເຕະແຫ່ງຊາດລາວ ຈໍານວນ 100 ລ້ານກີບ.

    ຜົນງານຂອງ U-19 ທີມຊາດລາວຊຸດນີ້ ເປັນນິມິດໝາຍອັນດີ ໄດ້ສ້າງພະລັງຄວາມສາມັກຄີ ຄວາມສຸກ ແລະ ພາກພູມໃຈໃຫ້ປະຊາຊົນລາວທັງພາຍໃນ ແລະ ຕ່າງປະເທດ ເປັນຂີດໝາຍອັນສຳຄັນໃນການຊຸກດັນວົງການກີລາລາວ ໂດຍສະເພາະ ກີລາບານເຕະໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ພັດທະນາໃຫ້ກ້າວໜ້າໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ ຊົມເຊີຍຄວາມເສຍສະຫຼະ ຄວາມມານະອົດທົນ ແລະ ຄວາມທຸ່ມເທຂອງຄະນະຄູເຝິກ ນັກກີລາ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງກໍາລັງໃຈທີ່ມີພະລັງອັນແຮງກ້າຂອງພີ່ນ້ອງປະຊາຊົນລາວ ເຮັດໃຫ້ U-19 ທີມຊາດລາວ ປະສົບຜົນສຳເລັດໃນຄັ້ງນີ້.

# ຂ່າວ – ພາບ :  ສີພອນ

error: Content is protected !!