ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ກັບຄະນະນຳ ຄູເຝິກ ແລະ ນັກກີລາ ທີມຊາດລາວ ຮຸ່ນ 19 ປີ

    ພິທີປະດັບຫຼຽນໄຊແຮງງານຊັ້ນ II ຄະນະນຳ ຄະນະຄູເຝິກ ແລະ ນັກກີລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ໄດ້ຮອງແຊັມ ການແຂ່ງຂັນບານເຕະຊາຍ ຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ປະເທດອິນໂດເນເຊຍ ຈັດຂຶ້ນວັນທີ 19 ກໍລະກົດ 2022 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍມີທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ​ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ຄະນະນຳ ຄະນະຄູເຝິກ ແລະ ນັກກີລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.​

    ທ່ານ ພຸດ ສິມມາລາວົງ ໄດ້ກ່າວຈຸດປະສົງ ແລະ ລາຍງານຫຍໍ້ຜົນສຳເລັດການແຂ່ງຂັນບານເຕະ ຊາຍຊີງແຊັມອາຊຽນ ຢູ່ປະເທດອິນໂດເນເຊຍ ຫຼັງຈາກນັ້ນ ໄດ້ມີພິທີປະດັບຫຼຽນໄຊແຮງຊັ້ນ II ໃຫ້ກັບຄະນະນຳ ຄະນະຄູເຝິກ ແລະ ນັກກີລາ ຈຳນວນ 37 ທ່ານ ໂດຍແມ່ນທ່ານ ພັນຄຳ ວິພາວັນ ເປັນຜູ້ມອບ.

    ໃນໂອກາດດຽວກັນນັ້ນ ທ່ານ ພັນຄຳ ວິພາວັນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງຄະນະນຳ ຄະນະຄູເຝິກ ແລະ ນັກກີລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ໄດ້ຮອງແຊັມ ການແຂ່ງຂັນບານເຕະ ຊາຍ ຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ປະເທດອິນໂດເນເຊຍ ແລະ ພິເສດ ທ້າວ ພູນິນ ໄຊຍະສອນ ໄດ້ຮັບລາງວັນຜູ້ຮັກສາປະຕູດີເດັ່ນ ຜົນງານດັ່ງກ່າວ ແມ່ນການສ້າງຊື່ສຽງໃຫ້ກັບປະເທດຊາດ ນຳຄວາມສູກມາສູ່ກອງເຊຍບານ ລັດຖະບານຈຶ່ງໄດ້ມອບຫຼຽນໄຊແຮງງານຊັ້ນ II ເພື່ອເປັນສ້າງຜົນງານມາສູ່ປະເທດຊາດ.

    ທ້າວ ຈັນທະວີໄຊ ຂຸນທຸມພອນ ຕາງໜ້ານັກກີລາ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງມາຍັງການນຳພັກ-ລັດ ສະຫະພັນບານເຕະແຫ່ງຊາດລາວ ຄູເຝິກ ແລະ ທຸກພາກສ່ວນຂອງສັງຄົມ ທີ່ເຮັດໃຫ້ພວກເຮົາມີຜົນງານດີຄືມື້ນີ້ ແລະ ພວກເຮົາຂໍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮັກສາມູນເຊື້ອ ແລະ ນຳເອົາບົດຮຽນ ປະສົບການທີ່ໄດ້ມາ ເພື່ອພັດທະນາຕົນເອງ ແລະ ໝູ່ຄະນະໃຫ້ດີຂຶ້ນໄປເລື້ອຍໆ ເພື່ອເປັນແບບຢ່າງທີ່ດີໃຫ້ແກ່ຊາວໜຸ່ມລາວ ຫັນມາຮັກການຫຼີ້ນກີລາ ແລະ ເອົາກີລາເພື່ອສ້າງຊື່ສຽງໃຫ້ແກ່ປະເທດຊາດ.

error: Content is protected !!