ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ ເອື້ອຍນ້ອງແມ່ຍິງ ຄວນເສີມຂະຫຍາຍ 5 ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ຄື:


- ແມ່ຍິງລາວມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງານ ມີນ້ຳໃຈປະຢັດສັດທ່ຽງ ການໃຊ້ຈ່າຍມີການຄິດໄລ່ ຈົ່ງຢອມ ຮັກສາມູນມັງໄວ້ໃຫ້ລູກເຕົ້າ
- ມີຄວາມບໍລິສຸດຜຸດຜ່ອງ ແພງລູກ ຮັກຜົວ ຍອມທົນທຸກ ທົນຍາກ ຍອມເສຍສະຫຼະເພື່ອຄວາມສຸກຂອງຄອບຄົວ ລູກ ຜົວ ສຶກສາອົບຮົມລູກເຕົ້າຢ່າງໃກ້ຊິດ ທັງໃຫ້ຄວາມອົບອຸ່ນ ເປັນກໍາລັງໃຈໃຫ້ລູກ ຜົວ ແລະ ເປັນເຈົ້າການໃນການປັບປຸງຊີວິດການເປັນຢູ່ພາຍໃນຄອບຄົວໃຫ້ດີຂຶ້ນເລື້ອຍໆ
- ມີນ້ຳໃຈເອື້ອເຟື້ອເພື່ອແຜ່ ຮັກແພງຊ່ວຍເຫຼືອຕຸ້ມຫໍ່ກັນ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ເພື່ອ ສົ່ງເສີມກັນໃຫ້ມີການພັດທະນາໃນທຸກດ້ານ
- ມີນ້ຳໃຈຮັກຊາດແພງເຊື້ອ ຮັກບ້ານເກີດເມືອງນອນ ປົກປັກຮັກສາ ແລະ ສຶບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງແມ່ຍິງ ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ຕໍ່ການຈັດຕັ້ງ ແລະ ປະຊາຊົນມອບໝາຍໃຫ້
- ມີກິລິຍາມາລະຍາດອ່ອນຫວານ ຮັກສາມູນມໍລະດົກ ແລະ ອະນຸຮັກຮັກສາວັດທະນະທຳອັນດີງາມຂອງຊາດ ເປັນຕົ້ນແມ່ນການນຸ່ງຖື ການແຕ່ງກາຍ ການພົວພັນໃນຄອບຄົວ-ສັງຄົມ.
# ເພັດສະໝອນ