ມະຫາວິທະຍາໄລຊູໂຈລາວ ຈະສະໜອງທຶນການສຶກສາໃຫ້ແກ່ນັກສຶກສາຜູ້ທີ່ຜ່ານການສອບເສັງຄັດເລືອກ

    ມະຫາວິທະຍາໄລຊູໂຈລາວ ໄດ້ຮັບນັກສຶກສາ ແລະ ຈັດຕັ້ງການຮຽນ-ການສອນ ສໍາລັບນັກສຶກສາລະດັບປະລິນຍາຕີ ນັບແຕ່ປີ 2012 ເປັນຕົ້ນມາ ໂດຍໄດ້ຮັບການອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ.

    ທ່ານ ພູວຽງ ແກ້ວມະນີ ຮອງອະທິການບໍດີ ມະຫາວິທະຍາໄລຊູໂຈລາວ ຜູ້ປະຈຳການ ໃຫ້ຮູ້ບໍດົນມານີ້ວ່າ  ເພື່ອເປັນການສົ່ງເສີມໃຫ້ນັກສຶກສາລາວຜູ້ທີ່ຮຽນດີ ຮຽນເກ່ງ ໃຫ້ໄດ້ຮັບໂອກາດ ແລະ ເງື່ອນໄຂໃນການເຂົ້າເຖິງການສຶກສາຊັ້ນສູງ ພ້ອມທັງເປັນການປະກອບສ່ວນເຂົ້າໃນການຊ່ວຍສ້າງບຸຄະລາກອນລະດັບສູງໃຫ້ແກ່ ສປປ ລາວ ໃນສົກສຶກສາ 2022-2023 ນີ້ ມະຫາວິທະຍາໄລຊູໂຈລາວ ໄດ້ມີແຜນຈະຈັດການສອບເສັງຄັດເລືອກເອົານັກສຶກສາເພື່ອເຂົ້າຮຽນໃນຫຼັກສູດປະລິນຍາຕີທັງໝົດ 50 ຄົນ ໃນນັ້ນ ຍັງຈະໄດ້ມີການສະໜອງທຶນການສຶກສາໃຫ້ແກ່ນັກສຶກສາຜູ້ທີ່ຜ່ານການສອບເສັງຄັດເລືອກ ແລະ ໄດ້ຮັບຄະແນນດີເດັ່ນຈໍານວນໜຶ່ງຄື ທຶນການສຶກສາມິດຕະພາບລາວ-ຈີນ 12 ທຶນ ຜູ້ໄດ້ຮັບທຶນຈະບໍໄດ້ເສຍຄ່າຮຽນໃນປີທີ 1 ທຶນດອກຈຳປາ 13 ທຶນ ຜູ້ໄດ້ຮັບທຶນຈະໄດ້ຈ່າຍຄ່າຮຽນ 50% ຂອງຄ່າຮຽນໃນປີທີ 1. ສຳລັບທຶນມິດຕະພາບລາວ-ຈີນ ຕ້ອງເປັນນັກສຶກສາທີ່ຜ່ານການສອບເສັງຄັດເລືອກທີ່ໄດ້ຄະແນນຜ່ານເກນມາດຕະຖານຂຶ້ນເມືອ 12 ອັນດັບຕົ້ນ ແມ່ນຈະໄດ້ຮັບທຶນການສຶກສາປະເພດດັ່ງກ່າວດ້ວຍການຍົກເວັ້ນຄ່າຮຽນ 100% ຂອງຄ່າຮຽນປີທີ 1 ແລະ ປີຕໍ່ໄປຈະໄດ້ປະເມີນແບບປີຕໍ່ປີຕາມຜົນການຮຽນ ການຂຶ້ນຫ້ອງ ການປະຕິບັດລະບຽບວິໄນ ແລະ ການມີສ່ວນຮ່ວມໃນກິດຈະກໍາຂອງໂຮງຮຽນ ສ່ວນທຶນດອກຈໍາປາ ເປັນນັກສຶກສາທີ່ຜ່ານການສອບເສັງຄັດເລືອກທີ່ໄດ້ຄະແນນຜ່ານເກນມາດຕະຖານຂຶ້ນເມືອ ອັນດັບທີ 13-25 ແມ່ນຈະໄດ້ຮັບທຶນການສຶກສາປະເພດດັ່ງກ່າວດ້ວຍການຍົກເວັ້ນຄ່າຮຽນເຄິ່ງຄ່າຂອງຄ່າຮຽນປີທີ 1 ສໍາລັບປີຖັດໄປ ແມ່ນຈະໄດ້ປະເມີນແບບປີຕໍ່ປີຕາມຜົນການຮຽນ ການຂຶ້ນຫ້ອງ ການປະຕິບັດລະບຽບວິໄນ ແລະ ການມີສ່ວນຮ່ວມໃນກິດຈະກໍາຂອງໂຮງຮຽນ.

    ແຜນຮັບນັກສຶກສາລະດັບປະລິນຍາຕີຂອງມະຫາວິທະຍາໄລຊູໂຈລາວ ປະຈໍາສົກສຶກສາ 2022-2023 ນີ້ ຈະຮັບທັງໝົດ 50 ຄົນ ເພື່ອເຂົ້າສຶກສາໃນສາຂາພາສາຈີນລະບົບ 4 ປີຢູ່ລາວ ຖ້າປີຕໍ່ໄປ ລັດຖະບານຈີນຫາກເປີດປະເທດ ແລະ ນັກສຶກສາລາວສາມາດເດີນທາງເຂົ້າປະເທດຈີນໄດ້ແລ້ວນັ້ນ ນັກສຶກສາຊຸດນີ້ສາມາດປ່ຽນມາຮຽນໃນລະບົບ 1 + 3 (1 ປີຢູ່ລາວ + 3 ປີຢູ່ຈີນ) ໃນສາຂາພາສາຈີນ ຫຼື ປ່ຽນໄປຮຽນໃນສາຂາເສດຖະສາດ-ການຄ້າສາກົນ ແລະ ສາຂາການເງິນສາກົນໄດ້ຕາມຄວາມສະໝັກໃຈ ສໍາລັບນັກສຶກສາ 50 ຄົນທີ່ຮັບໃໝ່ໃນສົກ 2022-2023 ນີ້ ລວມທັງຜູ້ທີ່ໄດ້ຮັບທຶນການສຶກສາໃນປີທີ 1 ແລະ ບໍ່ໄດ້ຮັບທຶນການສຶກສາ ພາຍຫຼັງເຂົ້າຮຽນແລ້ວ ທຸກໆທ້າຍສົກຮຽນນັກສຶກສາທັງໝົດຜູ້ທີ່ເສັງຜ່ານທຸກໆວິຊາ ບໍ່ຂາດຮຽນ ປະຕິບັດລະບຽບວິໄນ ແລະ ການມີສ່ວນຮ່ວມໃນກິດຈະກໍາຂອງໂຮງຮຽນໄດ້ດີ ຈະມີສິດເຂົ້າຮ່ວມການປະເມີນຜົນເພື່ອຮັບທຶນການສຶກສາໃນປີຕໍ່ໄປແບບປີຕໍ່ປີ ຍົກເວັ້ນນັກສຶກສາທີ່ໄດ້ຮັບທຶນອະທິການບໍດີຈໍານວນ 2 ຄົນແມ່ນຈະໄດ້ແຍກປະເມີນຕ່າງຫາກ ໂດຍອີງຕາມການປະເມີນຜົນຕົວຈິງ ໃນແຕ່ລະປີຈະສືບຕໍ່ໃຫ້ທຶນການສຶກສາປະເພດ “ທຶນມິດຕະພາບ ລາວ-ຈີນ” ກວມອັດຕາ 25% ແລະ “ທຶນດອກຈໍາປາ” ກວມ 25% ຂອງຈໍານວນນັກສຶກສາທັງໝົດໃນຊຸດດັ່ງກ່າວ ສໍາລັບນັກສຶກສາທີ່ບໍ່ໄດ້ຮັບທຶນ ແມ່ນສາມາດສືບຕໍ່ຮຽນດ້ວຍທຶນສ່ວນຕົວ ແລະ ມີສິດເຂົ້າຮ່ວມການປະເມີນຜົນໃນປີຕໍ່ໄປໄດ້.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!