ປຸກລະດົມທົ່ວປວງຊົນ ສ້າງຂະບວນການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ

    ປັດຈຸບັນ ພະຍາດໄຂ້ຍຸງກຳລັງລະບາດຢ່າງໜັກໃນຂອບເຂດທົ່ວປະເທດ ໃນນີ້ ນະຄອນຫຼວງວຽງຈັນ (ນວ) ເປັນເຂດທີ່ມີຜູ້ຕິດເຊື້ອຈຳນວນຫຼາຍ ດັ່ງນັ້ນ ອົງການປົກຄອງທຸກຂັ້ນຈຶ່ງໄດ້ຖືເອົາວຽກງານການສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວເປັນສຳຄັນ ແລະ ເປັນບຸລິມະສິດໃນການຈັດສັນເວລາສ້າງຂະບວນການອະນາໄມ ທໍາລາຍແຫຼ່ງເພາະພັນຍຸງລາຍທຸກໆອາທິດ ໃນສະຖານທີ່ເຮັດວຽກ ພັກອາໄສ ເມື່ອມີຄົນເປັນໄຂ້ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ໄປກວດຕາມຄລີນິກ ຫຼື ຊື້ຢາມາກິນເອງ ແລະ ປິ່ນປົວຕົນເອງຢູ່ເຮືອນ ເພາະອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້.

    ກອງປະຊຸມປຶກສາຫາລືອຳນາດການປົກຄອງຂັ້ນເມືອງ ບ້ານ ເພື່ອສ້າງຂະບວນການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍທົ່ວເມືອງ ວັນທີ 18 ສິງຫາ 2022 ທີ່ພະແນກສາທາລະນະສຸກ ນວ ມີທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້ນເມືອງໄຊເສດຖາ ທ່ານ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນວ ທ່ານນາງ ແພງຕາ ນາດາ ຫົວໜ້າຫ້ອງການສາທາລະນະສຸກເມືອງໄຊເສດຖາ ພ້ອມດ້ວຍນາຍບ້ານ ອາສາສະໝັກບ້ານ (ອສບ) ແລະ ພະນັກງານແພດໝໍເຂົ້າຮ່ວມ.

    ທ່ານ ຄຳສະຫວັນ ໂຄດໄຊ ກ່າວວ່າ ພະຍາດໄຂ້ຍຸງລາຍ ກໍຄືພະຍາດໄຂ້ເລືອດອອກ ເປັນພະຍາດຕິດຕໍ່ ໂດຍຍຸງເປັນພາຫະນະນຳເຊື້ອສູ່ຄົນ ໂດຍມັກລະບາດຢູ່ບັນດາເຂດທີ່ມີຊຸມຊົນໜາແໜ້ນ ແລ້ວຂະຫຍາຍອອກສູ່ເຂດຕ່າງໆ ນັບແຕ່ຕົ້ນປີມາຮອດວັນທີ 13 ກໍລະກົດ ທົ່ວ ນວ ມີຜູ້ຕິດເຊື້ອໄຂ້ຍຸລາຍ 4.154 ກໍລະນີ ເສຍຊີວິດ 5 ກໍລະນີ ກວມ ໃນ 9 ເມືອງ 363 ບ້ານ ໃນນີ້ ໄຊເສດຖາ ເປັນເມືອງໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍຈຳນວນຫຼາຍເຖິງ 800 ກວ່າກໍລະນີ ເສຍຊີວິດ 1 ກໍລະນີ ຕໍ່ກັບສະພາບການດັ່ງກ່າວ ອົງການປົກຄອງເມືອງຮ່ວມກັບບັນດາພາກສ່ວນກ່ຽວຂ້ອງ ປຸກລະດົມຂະບວນການຕ້ານພະຍາດໄຂ້ຍຸງລາຍເຊັ່ນ ຕິດຕາມຄົນເຈັບທີ່ເປັນພະຍາດໄຂ້ຍຸງລາຍ ສອບສວນ ແລະ ແນະນຳການປະຕິບັດ 5 ປໍ ກວດໜອນນໍ້າ ພົ່ນຢາຂ້າຍຸງ ສ້າງຂະບວນການອະນາໄມ ບ້ານໃດທີ່ມີກໍລະນີເພີ່ມຂຶ້ນຕໍ່ເນື່ອງພາຍໃນໜຶ່ງອາທິດ ສຸມກຳລັງຊາວໜຸ່ມຕະລຸມບອນລົງແຫຼ່ງເພາະພັນຂອງຍຸງລາຍ ພົ່ນຢາຂ້າເຊື້ອ ປຸກລະດົມປະຊາຊົນລ້ຽງປາຫາງນົກຍຸງ ແຈກຢາຂ້າໜອນນໍ້າຍຸງລາຍ ແລະ ອື່ນໆ.

    ໂອາກາດນີ້ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ຊ່ວຍເປັນເຈົ້າການໃນການຊີ້ນຳ-ນຳພາ ແລະ ໃຫ້ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ມາດຕະການທີ່ສຳຄັນ ຫັນເອົາການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ ຄອບຄົວ ໃນການປະຕິບັດຫຼັກການ 5 ປ ເຊິ່ງຂະແໜງສາທາລະນະສຸກທີ່ກ່ຽວຂ້ອງ ຕ້ອງເປັນຜູ້ເຜີຍແຜ່ ແລະ ແນະນໍາວິທີການຈັດຕັ້ງປະຕິບັດ ພ້ອມທັງສະໜອງອຸປະກອນ ຂໍ້ມູນທີ່ຈຳເປັນ ແລະ ອຳນວຍຄວາມສະດວກໃຫ້ແກ່ທີມງານຈັດຕັ້ງປະຕິບັດ ໂດຍສະເພາະ ຂັ້ນບ້ານ ກໍຄື ອສບ ທີ່ເປັນຜູ້ຕິດຕາມຢ່າງໃກ້ຊິດໃນການທຳລາຍແຫຼ່ງເພາະພັນຍຸງລາຍຢູ່ໃນຂັ້ນບ້ານ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!