ແຂ່ງເຮືອກີລາ 12 ສີພາຍ ຄັດເລືອກທີມເຮືອຊ່ວງຮ່ວມແຂ່ງຂັນທີ່ນະຄອນຫຼວງພະບາງ

    ທີມງານສະໂມສອນບຶງສາລາຄໍາ ຮ່ວມກັບສະໂມສອນກິລາເຮືອຊ່ວງນາວາສັກສິດ ຈັດງານແຂ່ງຂັນກີລາເຮືອຊ່ວງປະເພດເຮືອກີລາ 12 ສີພາຍໃນນໍ້ານີ້ງ ທີ່ສວນນໍ້າບຶງສາລາຄໍາ ບ້ານສາລາຄໍາເໜືອ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ວັນທີ 16 ກໍລະກົດ 2022 ຜ່ານມາ ເຊິ່ງມີທີມເຮືອກີລາທີ່ເຂົ້າຮ່ວມແຂ່ງຂັນທັງໝົດ 26 ລໍາ ທີ່ມາຈາກພາຍໃນເມືອງ ແລະ ຕ່າງແຂວງ ໂດຍມີທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ທ່ານ ພະພອນ ກໍລະສັກ ຜູ້ອໍານວຍການສວນບຶງສາລາຄໍາ ພ້ອມດ້ວຍ ປະທານສະໂມສອນກິລາເຮືອຊ່ວງນາວາສັກສິດ ຄະນະກໍາມະການຮັບຜິດຊອບຈັດງານນັກກີລາເຮືອຊ່ວງ ແລະ ມວນຊົນທີ່ມາທ່ຽວຊົມ

     ຈຸດປະສົງໃນການຈັດງານ ເພື່ອກະກຽມຄວາມພ້ອມແຂ່ງຂັນຄັດເລືອກເອົາທີມນັກກີລາດີເດັ່ນຫ້າວຫັນທີ່ໄດ້ຮັບໄຊຊະນະ ເພື່ອເປັນຕົວແທນນັກກີລາເຮືອງຊ່ວງຂອງເມືອງ ແລະ ນະຄອນຫຼວງວຽງຈັນ ທີ່ຈະເຂົ້າຮ່ວມແຂ່ງຂັນ ເຊິ່ງຈັດຂື້ນທີ່ນະຄອນຫຼວງພະບາງເປັນເຈົ້າພາບ ໃນລະຫວ່າງເດືອນກັນຍາ ປີ 2022 ພ້ອມນີ້ ຍັງເປັນສ້າງຂະບວນການໃນແວດວົງກີລາເຮືອຊ່ວງໃຫ້ມີສີສັນບັນຍາກາດຢ່າງຄຶກຄື້ນຟົດຟື້ນ ແລະ ສ້າງຄວາມເບີກບານມ່ວນຊື່ນໃຫ້ກັບຜູ້ມາທ່ຽວຊົມພາຍໃນງານອີກດ້ວຍ ແນໃສ່ຊຸກຍູ້ ເພື່ອພັດທະນາກີລາເຮືອຊ່ວງຂອງລາວໃຫ້ເຂັ້ມແຂງ ພົ້ນເດັ່ນໃນພາກພື້ນສາກົນ ຮັກສາໄດ້ຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດລາວ ທັງເປັນການສົ່ງເສີມໃຫ້ທຸກຄົນຫັນມາຫຼີ້ນກີລາເພື່ອຫ່າງໄກຈາກສິ່ງເສບຕິດ ທີ່ສໍາຄັນ ແມ່ນເຮັດໃຫ້ຮູ້ໄດ້ເຖິງຄໍາວ່ານໍ້າໃຈຂອງນັກກີລາ ມີແພ້ຕ້ອງມີຊະນະ.

    ສໍາລັບເຮືອທີ່ເຂົ້າແຂ່ງຂັນປະເພດເຮືອຊ່ວງ 12 ສີພາຍ ຜ່ານການແຂ່ງຂັນ ເຮືອທີ່ໄດ້ຮັບໄຊຊະນະແມ່ນເຮືອ ນາວາສັກສິກ 3 ໄດ້ຮັບເງິນລາງວັນ ຈໍານວນ 5 ລ້ານກີບ ພ້ອມຂັນ 1 ໜ່ວຍ ທີ 2 ເຮືອ ນ້ອງທ໋ອບຟີ້ ຈາກແຂວງສະຫວັນນະເຂດ ຮັບເງິນລາງວັນ 4 ລ້ານກີບ ພ້ອມຂັນ 1 ໜ່ວຍ ທີ 3 ເຮືອ ເພັດມີໄຊ ສີພາຍບ້ານແສນດິນ ໄດ້ຮັບເງິນລາງວັນ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ ທີ 4 ເຮືອ ນາວາສັກສິດ 2 ຮັບເງິນລາງວັນ 2 ລ້ານກີບ ພ້ອມຂັນ 1 ໜ່ວຍ ນອກນີ້ ຍັງມີລາງວັນຊົມເຊີຍໃຫ້ນັກກິລາທີ່ສາມາດຍາດໄດ້ ທີ 5 ນາວາສັກສິດ 1 ເງິນສົດ 5 ແສນກີບ ທີ 6 ນາວາສັກສິດ 4 ເງິນສົດ 4 ແສນກີບ ທີ 7 ເທບພອນໄຊ ຈາກສະຫວັນນະເຂດ ເງິນສົດ 3 ແສນກີບ ແລະ 8 ພອນສະຫວັນ ບ້ານຊຽງຄວນ ໄດ້ຮັບເງິນສົດ 2 ແສນກີບ ມອບຮັບລາງວັນຄັ້ງນີ້ ແມ່ນທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ແລະ ທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ.

error: Content is protected !!