ສ້າງທ່າແຮງຜະລິດສິນຄ້າຂະແໜງແຜ່ນແພ

    ງານຕະຫຼາດນັດຫັດຖະກໍາໃນສວນ ຈັດຂຶ້ນວັນທີ 16-17 ກໍລະກົດ 2022 ທີ່ເຮືອນພັກລານີ ບ້ານ ຫາຍໂສກ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີຫົວໜ່ວຍທຸລະກິດ ຜູ້ປະກອບການຫັດຖະກໍາ ແລະ ໂຄງການສະໜັບສະໜູນການສ້າງຄວາມອາດສາມາດໃຫ້ກັບຈຸນລະວິສາຫະກິດ ວິສາຫະກິດກິດຂະໜາດນ້ອຍ ແລະ ກາງ ອົງການແຮງງານສາກົນ (ILO) ປະຈໍາລາວເຂົ້າຮ່ວມ.

    ທ່ານນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາ ກ່າວວ່າ: ການຈັດງານຕະຫຼາດຫັດຖະກໍາໃນສວນ ເພື່ອເປັນການປະກອບສ່ວນເຂົ້າໃນຂະບວນການອະນຸລັກຮັກສາມູນເຊື້ອຫັດຖະກຳຂອງຊາດດ້ານການນຸ່ງຖືແຕ່ງກາຍ ເປັນການປຸກລະດົມຂົນຂວາຍ ແລະ ຟື້ນຟູຄວາມນິຍົມຊົມຊອບໃຫ້ແກ່ສັງຄົມໃນການນໍາໃຊ້ຜະລິດຕະພັນຫັດຖະກຳຂອງລາວ ສ້າງທ່າແຮງໃນການຜະລິດສິນຄ້າໃນຂະແໜງແຜ່ນແພ ໃນນັ້ນ ຜ້າບ່ຽງ ເປັນໜຶ່ງໃນຜະລິດຕະພັນຫັດຖະກໍາຕໍ່າດ້ວຍມື ແລະ ນອນຢູ່ໃນປະເພດເຄື່ອງນຸ່ງຫົ່ມ ແຕ່ງກາຍ ທີ່ທັງຄົນລາວ ແລະ ຊາວຕ່າງປະເທດກໍນິຍົມຊົມໃຊ້ ເຊິ່ງພາຍໃນງານໄດ້ຈັດໃຫ້ມີກິດຈະກໍາ ວາງສະແດງສະເໜຜ້າບ່ຽງລາວ ຈັດຕັ້ງກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງຫົວໜ່ວຍທຸລະກິດຫັດຖະກໍາ ຈັດເວທີສົນທະນາ ພາຍໃຕ້ຫົວຂໍ້:“ສະເໜຜ້າບ່ຽງລາວ” ແລະ ເດີນແບບອາພອນ ແລະ ຜ້າບ່ຽງລາວຈາກຫຼານນ້ອຍຕື່ມອີກ.

error: Content is protected !!