ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈຳລາວ (UNFPA) ແລະ ອົງການປົກຄອງແຂວງສະຫວັນນະເຂດ ຈັດພິທີສະເຫຼີມສະ ຫຼອງວັນປະຊາກອນໂລກ ຄົບຮອບ 33 ປີ ພາຍໃຕ້ຫົວຂໍ້ “ຫົນທາງສູ່ຄວາມໝັ້ນຄົງດ້ານປະຊາກອນ: ສະໜັບສະໜູນສິດທິ ແລະ ທາງເລືອກສຳລັບທຸກຄົນ” ຂຶ້ນໃນວັນທີ 19 ກໍລະກົດ 2022 ຢູ່ແຂວງສະຫວັນນະເຂດ ໂດຍມີທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ນາງ ມາຣ້ຽມ ເອຄານ ຜູ້ຕາງໜ້າອົງການ UNFPA ປະຈໍາລາວ ພ້ອມດ້ວຍຄະນະນໍາຈາກສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ໃນປີນີ້ ເປັນປີທີມີຄວາມໝາຍ ແລະ ຄວາມສໍາຄັນ ເນື່ອງຈາກວ່າ ສປປ ລາວ ກໍາລັງຫັນປ່ຽນ ແລະ ສ້າງຄວາມສາມາດໃນການແກ້ບັນຫາຕ່າງໆທີ່ໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງທີ່ບໍ່ເຄີຍມີມາໃນຫຼາຍທົດສະວັດ ເຊິ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດໂຄວິດ-19 ບໍ່ວ່າຈະເປັນທາງດ້ານເສດຖະກິດ ແລະ ສັງຄົມ ໃນນັ້ນ ແມ່ຍິງ ເດັກຍິງ ແລະ ໄວໜຸ່ມ ແມ່ນກຸ່ມທີ່ຍັງມີຄວາມສ່ຽງສູງ ແລະ ອ່ອນແອໃນສັງຄົມ ໂດຍສະເພາະ ຢູ່ເຂດຊົນນະບົດ ແລະ ຫ່າງໄກ ແມ່ນໄດ້ຮັບຜົນກະທົບຫຼາຍ ການສົ່ງເສີມໃຫ້ທຸກຄົນມີສິດທິ ແລະ ທາງເລືອກທີ່ດີໃນການດຳລົງຊີວິດ ແມ່ນຄວາມຮັບຜິດຊອບຂອງຄອບຄົວ ກໍຄືພໍ່ແມ່ຜູ້ປົກຄອງ ຊຸມຊົນ ອົງການຈັດຕັ້ງທຸກຂັ້ນ ໄວໜຸ່ມລວມທັງທຸກຄົນໃນສັງຄົມ ສະນັ້ນ ພວກເຮົາຕ້ອງພ້ອມກັນສົ່ງເສີມ ແລະ ສະໜັບສະໜູນໃນການຈັດຕັ້ງປະຕິບັດການສົ່ງເສີ່ມສິດທິດັ່ງກ່າວ ເພື່ອໃຫ້ແມ່ຍິງ ເດັກນ້ອຍ ໄວໜຸ່ມ ແລະ ຜູ້ດ້ອຍໂອກາດ ໃນແຂວງສະຫວັນນະເຂດ ກໍຄື ສປປ ລາວ ໄດ້ມີສິດທິໃນການດໍາລົງຊີວິດທີ່ດີຂຶ້ນ ຫຼຸດຜ່ອນຄວາມສ່ຽງທີ່ສົ່ງຜົນກະທົບທາງລົບຕໍ່ທຸກຄົນ ສ້າງແຮງບັນດານໃຈໃຫ້ເຂົາເຈົ້າ ໃນການພັດທະນາຕົນເອງດ້ວຍທຸກວິທີທາງ ໂດຍສະເພາະ ການສະໜອງຂໍ້ມູນຂ່າວສານ ທີ່ເປັນປະໂຫຍດ ຖືກຕ້ອງ ແລະ ທັນການ ການໃຫ້ບໍລິການທາງດ້ານສຸຂະພາບຈະເລີນພັນ ແລະ ຄວາມຮູ້ທາງດ້ານເພດສຶກສາທີ່ເໝາະສົມຕາມກຸ່ມອາຍຸ ເພື່ອເຮັດໃຫ້ມີການປ່ຽນແປງທີ່ດີຂຶ້ນ ແລະ ເພື່ອເປັນການຊຸກຍູ້ໃຫ້ເຂົາເຈົ້າສາມາດປະກອບສ່ວນຢ່າງແຂງແຮງ ເຂົ້າໃນການພັດທະນາຕົນເອງ ຄອບຄົວ ແລະ ຊຸມຊົນ ນັ້ນແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ເຕີບໂຕຢ່າງຕໍ່ເນື່ອງ ໝັ້ນທ່ຽງ ແລະ ຍືນຍົງຕາມທິດສີຂຽວ.
ອີງຕາມບົດລາຍງານ ສະຖານະພາບປະຊາກອນໂລກ 2022 ສະແດງໃຫ້ເຫັນເຖິງຜົນກະທົບ ດ້ານສຸຂະພາບຈະເລີນພັນ ໂດຍສະເພາະ ຕໍ່ແມ່ຍິງ ແລະ ໄວໜຸ່ມ ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການທາງດ້ານສຸະພາບຈະເລີນ ແລະ ການວາງແຜນຄອບຄົວ ໃນຊ່ວງການລະບາດຂອງໂຄວິດ-19 ເຊິ່ງເຮັດໃຫ້ມີບັນຫາ ແລະ ອັດຕາການຖືພາທີ່ບໍ່ຕັ້ງໃຈທີ່ສູງຂື້ນ ໃນທົ່ວໂລກ ກໍຄືໃນ ສປປ ລາວ ເຊິ່ງຈະນຳໄປສູ່ການເອົາລູກອອກທີ່ບໍ່ປອດໄພ ແລະ ບັນຫາສຸຂະພາບຂອງແມ່ ແລະ ເດັກນ້ອຍທີ່ຕາມມາ. ການຖືພາທີ່ບໍ່ຕັ້ງໃຈ ແມ່ນມີເຖິງ 61% ແມ່ນຈະຢຸດຕິການຖືພາດ້ວຍການເອົາລູກອອກ ນັ້ນແມ່ນບັນຫາທີ່ສຳຄັນໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນ ເຊິ່ງເປັນສິ່ງທ້າທາຍ ທີ່ຈະຕ້ອງຮ່ວມແຮງຮ່ວມໃຈຂ້າມຜ່ານ ເພື່ອໃຫ້ບັນລຸການຈັດຕັ້ງປະຕິບັດແຜນດໍາເນີນງານ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ແລະ ວາລະການພັດທະນາແບບຍືນຍົງ ຮອດປີ 2030 ໂດຍສະເພາະ 3 ເປົ້າ ໝາຍຂອງການປ່ຽນແປງທີ່ສຳຄັນຄື: ຢຸດຕິການຕາຍຂອງແມ່ຢຸດຕິຄວາມຕ້ອງການໃນການວາງແຜນຄອບຄົວທີ່ບໍ່ໄດ້ຕອບສະໜອງ ລົບລ້າງຄວາມຮຸນແຮງໂດຍອີງໃສ່ເພດ.
ພາຍໃນງານສະເຫຼີມສະຫຼອງຄັ້ງຜູ້ເຂົ້າຮ່ວມຍັງໄດ້ຊົມການວາງສະແດງ ຮູບພາບ ເຜີຍແຜ່ຄວາມຮູ້ກ່ຽວກັບ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ສະບັບປີ 2004 ນຳສະເໜີບົດລາຍງານຂະແໜງສາທາລະນະສຸກ ກ່ຽວກັບຂໍ້ມູນຂ່າວສານ ແລະ ການບໍລິການສຸຂະພາບຈະເລີນພັນ ສະເໜີກ່ຽວກັບວຽກງານຂະແໜງການສຶກສາ ການສອນເພດສຶກສາແບບຄົບຖວ້ນ ແລະ ແຜນງານນາງນ້ອຍ ແລະ ການນຳສະເໜີກັບກ່ຽວສະຖານະການ ແລະ ຕົວເລກຂໍ້ມູນດ້ານປະຊາກອນ ຈາກອົງການ UNFPA ເພື່ອສ້າງຄວາມເຂົ້າໃຈກ່ຽວກັບວຽກງານປະຊາກອນຈຳນວນໜຶ່ງ ໃນຕອນທ້າຍພິທີຍັງໄດ້ມອບປື້ມບົດລາຍງານການເຜີຍແຜ່ສະຖານະພາບປະຊາກອນໂລກປະຈຳປີ 2022 ໃຫ້ອົງການປົກຄອງແຂວງສະຫວັນນະເຂດຕື່ມອີກ.
# ລັດເວລາ