ບົດ ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ກ່າວໃນພິທີໂຮມຊຸມນຸມສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022”

 ວັນທີ 18 ກໍລະກົດ 2022,  ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ພ້ອມກັນຈັດພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ, ຫວຽດນາມ-ລາວ” ຂຶ້ນຢ່າງເປັນທາງການ ຢູ່ປະເທດ ຂອງຕົນ ເພື່ອລະນຶກວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ.

ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ຕາງໜ້າການນໍາພັກ-ລັດ ແລະ ປະຊາຊົນລາວໃນທົ່ວປະເທດ, ຂ້າພະເຈົ້່າ ຂໍສະແດງຄວາມຂ່ຳນັບຮັບຕ້ອນ, ຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ຕໍ່ຄະນະຜູ້ແທນຂັ້ນສູງ ຂອງພັກ-ລັດ ແຫ່ງ ສສ ຫວຽດນາມ ນຳໂດຍ        ສະຫາຍ ຫວໍ ວັນ ເຖືອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ນຳເອົາໄມຕີຈິດມິດຕະພາບອັນບໍລິສຸດຜຸດຜ່ອງ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກຖ້ວນໜ້າ ມາສູ່ພັກ-ລັດ ແລະ ປະຊາຊົນລາວພວກເຮົາ ຢ່າງສຸດອົກສຸດໃຈ!

 ໃນພິທີອັນຄຶກຂຶມ ແລະ ມີຄວາມໝາຍປະຫວັດສາດ ໃນມື້ນີ້, ພວກເຮົາ ຍິ່ງຈົດຈຳລໍ້າລຶກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ ປະທານ ໂຮ່ຈີ່ມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ເຊິ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນແບບຢ່າງອັນໃສແຈ້ງ ໃນການຖະນຸຖະໜອມ, ເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ຂອງພວກເຮົາ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເຖິງເທົ່າທຸກວັນນີ້.

 ເປັນທີ່ຮູ້ກັນດີແລ້ວວ່າ ສອງຊາດ ລາວ-ຫວຽດນາມ ເປັນບ້ານໃກ້ເຮືອນຄຽງຕິດຈອດກັນ ດ້ວຍສາຍພູສາຍນຳ້ ທີ່ຢືດຍາວທາງທຳມະຊາດ, ປະຊາຊົນສອງຊາດ ບໍ່ສະເພາະ ທີ່ມີຊີວິດຢູ່ຮ່ວມກັນຢ່າງສັນຕິສຸກເທົ່ານັ້ນ ແຕ່ຍັງໄດ້ຮ່ວມກັນຕໍ່ສູ້ຕ້ານການຮຸກຮານ, ການຍຶດຄອງ ແລະ ການປົກຄອງ ຂອງຈັກກະພັດຕ່າງດ້າວ ແລະ ລະບອບເຈົ້າສັກດີນາ ຢ່າງອົງອາດກ້າແກ່ນ, ບໍ່ຍອມຈໍານົນ, ຍາດເອົາສິດເປັນເຈົ້າ ອອກຈາກແອກຄອບຄອງ ຂອງລະບອບລ່າເມືອງຂຶ້ນ ແລະ ສັກດີນາຂຸນເສິກ ເພື່ອປົດປ່ອຍປະເທດຊາດ ຂອງໃຜລາວ ຕະຫຼອດມາ.

ນັບແຕ່ປະທານ ໂຮ່ຈີມິນ ໄດ້ເຕົ້າໂຮມບັນດາຊັ້ນຄົນຜູ້ຮັກຊາດທັງຫຼາຍ ສ້າງຕັ້ງພັກກອມມູນິດອິນດູຈີນ ໃນປີ 1930 ເພື່ອນຳພາຂະບວນການຕໍ່ສູ້ ຂອງປະຊາຊົນ 3 ຊາດ ໃນອິນດູຈີນ, ພາລະກິດຕໍ່ສູ້ ຂອງປະຊາຊົນ ສອງຊາດ ລາວ-ຫວຽດນາມ ໄດ້ກ້າວສູ່ໄລຍະໃໝ່ ດ້ວຍຍຸດທະສາດ ແລະ ຍຸດໂທບາຍ ທີ່ສອດຄ່ອງກັບສະພາບການ ແລະ ຈຸດພິເສດຂອງສອງປະເທດພວກເຮົານັ້ນ ການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາ ມາດສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມຂຶ້ນ ໃນວັນທີ 02 ກັນຍາ 1945. ເຫດການປະຫວັດສາດດັ່ງກ່າວ ໄດ້ເປັນການປຸກລະດົມ ແລະ ສ້າງກາລະໂອກາດ ໃຫ້ມີການປະກາດເອກະລາດຢູ່ລາວ ໃນວັນທີ 12 ຕຸລາ ປີ 1945 ເຊັ່ນກັນ. ແຕ່ຫຼັງຈາກນັ້ນ ພວກລ່າເມືອງຂຶ້ນແບບເກົ່າ ໄດ້ກັບມາຮຸກຮານປະເທດ ຂອງພວກເຮົາອີກ ໃນປີຕໍ່ມາ, ສອງປະເທດ ໄດ້ຕົກລົງສ້າງຕັ້ງກອງທະຫານປະສົມ ລາວ-ຫວຽດນາມ ເພື່ອພ້ອມກັນດໍາເນີນພາລະກິດຕໍ່ສູ້ ຕ້ານສັດຕູໂຕດຽວຢ່າງດຸເດືອດ ແລະ ສາມາດຍາດເອົາໄຊຊະນະມາໄດ້ຢ່າງຕໍ່ເນື່ອງ. ອັນພົ້ນເດັ່ນ ທີ່ເປັນບາດລ້ຽວປະຫວັດສາດນັ້ນ, ແມ່ນໄຊຊະນະບັ້ນຮົບ “ດຽນບຽນຟູ” ທີ່ຂຶ້ນຊື່-ລືຊາ ເຊິ່ງໄດ້ເຮັດໃຫ້ພວກລ່າເມືອງຂຶ້ນແບບເກົ່າ ຈຳຕ້ອງຍອມເຊັນສັນຍາເຊີແນວ ປີ 1954 ກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດ,  ອຳນາດອະທິປະໄຕ   ແລະ   ຜືນແຜ່ນດິນອັນຄົບຖ້ວນ  ຂອງສາມປະເທດອິນດູຈີນ. ການຮ່ວມສຳພັນສູ້ຮົບ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນດັ່ງກ່າວນັ້ນ ໄດ້ເຮັດໃຫ້ຂະບວນການປະຕິວັດຢູ່ປະເທດລາວ ເຕີບໃຫຍ່ຂະຫຍາຍຕົວກວ້າງອອກ ເຊິ່ງໄດ້ເປັນເງື່ອນໄຂ ໃຫ້ແກ່ການສ້າງຕັ້ງພັກປະຊາຊົນລາວຂຶ້ນ ໃນວັນທີ 22 ມີນາ 1955 ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ເພື່ອນໍາພາຂະບວນການປະຕິວັດ ຢູ່ລາວ.

ພາຍຫຼັງສັນຍາເຊີແນວ ປີ 1962 ກ່ຽວກັບລາວ ໄດ້ຮັບການລົງນາມ, ການປະຕິວັດ ຂອງສອງປະເທດລາວ-ຫວຽດນາມ ໄດ້ຢ່ວງເຂົ້າສູ່ບາດກ້າວຂະຫຍາຍຕົວ    ໃໝ່, ສອງປະເທດ ໂດຍສະເພາະຢູ່ລາວ ໄດ້ສ້າງຕັ້ງລັດຖະບານປະສົມ 3 ຝ່າຍຂຶ້ນ ຍ້ອນເປັນກາລະໂອກາດໃໝ່, ຜ່ານການຕໍ່ສູ້ ແລະ ພັກດັນຂອງກຳລັງແນວລາວຮັກຊາດ ໃນລັດຖະບານປະສົມ ຈຶ່ງເຮັດໃຫ້ສາມາດສ້າງຕັ້ງສາຍພົວພັນການທູດລະຫວ່າງຣາຊະອານາຈັກລາວ ກັບ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 05 ກັນຍາ 1962, ນີ້ແມ່ນເຫດການປະຫວັດສາດ ສໍາຄັນອັນໜຶ່ງໃນການພົວພັນລະຫວ່າງສອງປະເທດ ທີ່ເກີດຈາກການຕໍ່ສູ້ໃນສະໜາມລົບການເມືອງ, ການທູດ ໄປຄຽງຄູ່ກັບສະໜາມລົບທາງການທະຫານ ຂອງກຳລັງປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ.

         ຂ້າພະເຈົ້າ ຢາກຂໍເນັ້ນເຖິງຄວາມສໍາຄັນ ຂອງການສ້າງສາຍພົວພັນການທູດ ລະຫວ່າງ ຣາຊາອະນາຈັກລາວ ກັບ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ         ໃນວັນທີ 05 ກັນຍາ 1962 ຂຶ້ນ ນັ້ນໄດ້ນຳໄປສູ່ການຕັ້ງ ສະຖານທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ລັດຖະບານຮ່າໂນ້ຍ ໄດ້ແຕ່ງຕັ້ງ ສະຫາຍ ເລ ວັນ ຫຽນ ມາເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ປະຊາທິປະໄຕຫວຽດນາມ ປະຈໍາ ຢູ່ ນະຄອນຫຼວງວຽງຈັນ ຢ່າງສະຫງ່າຜ່າເຜີຍ, ນັ້ນແມ່ນເປັນເຫດການສໍາຄັນ ແລະ ເປັນບາດລ້ຽວໃໝ່ ຂອງໄຊຊະນະທາງການທູດ ຂອງກໍາລັງປະຕິວັດຂອງສອງພັກ, ສອງຊາດ ຢ່າງແທ້ຈິງ ເພາະວ່າ ຢູ່ ນະຄອນ ຫຼວງວຽງຈັນກ່ອນ ນັ້ນ ມີສະຖານທູດ ຂອງລັດຖະບານ ຫຸ່ນໄຊງ່ອນ ຕັ້ງຢູ່ພຽງແຫ່ງດຽວ, ຝ່າຍວຽງຈັນ ແລະ ຕາເວັນຕົກ ບໍ່ຍອມຮັບຮູ້ ລັດຖະບານໃດໆ ຂອງຫວຽດນາມ ນອກຈາກລັດຖະບານຫຸ່ນໄຊງ່ອນ… ແຕ່ໃນທີ່ສຸດ ເຫດການທາງປະຫວັດສາດດັ່ງກ່າວ ກໍ່ສາມາດເກີດຂຶ້ນ ຈາກກໍາລັງແຮງສັງລວມ ຂອງການປະຕິວັດຂອງ ສອງປະເທດ ທີ່ບໍ່ມີອິດທິກໍາລັງໃດ ສາມາດຜ່າມ້າງໄດ້… ກໍາລັງປະຕິວັດ ໄດ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງມານັ້ນ, ແນ່ນອນວ່າ ກໍາລັງປະຕິການ ໄດ້ໃຊ້ຄວາມໂຫດຮ້າຍປ່າເຖື່ອນຂຶ້ນຕື່ມອີກ ເພື່ອທໍາລາຍລັດຖະບານປະສົມ, ທໍາລາຍກໍາລັງປະຕິວັດ ຈຶ່ງນໍາໄປເຖິງການລອບຄາດຕະກໍາ ທ່ານ ກິນິນ ພົນເສນາ, ລັດຖະມົນຕີກະຊວງການຕ່າງປະເທດ ຂອງລັດຖະບານປະສົມສາມຝ່າຍ ໃນວັນທີ 01 ເມສາ 1963. ກ່ອນນັ້ນ, ຄືປີ 1959, ຝ່າຍວຽງຈັນ ກໍ່ໄດ້ຈັບບັນດາຜູ້ນໍາ ຂອງແນວລາວຮັກຊາດ ເຂົ້າຄຸມຂັງໄວ້ ທີ່ຄຸກໂພນເຄັງ… ໃນເວລານັ້ນ, ກໍາລັງປະຕິວັດ ຢູ່ລາວເຮົາແມ່ນ ຕົກເຂົ້າສູ່ຄວາມຫໍ່ຼແຫຼມທີ່ສຸດ… ແຕ່ເນື່ອງຈາກ ມີແນວທາງອັນເດັດດ່ຽວ, ແຫຼມຄົມ ແລະ ສະຫຼາດສ່ອງໃສ ແລະ ມີສໍາພັນສູ້ຮົບ ທີ່ແໜ້ນແກ່ນ ລາວ-ຫວຽດນາມ, ພັກເຮົາ ຈຶ່ງສາມາດ ຫັນວິກິດໃຫ້ເປັນໂອກາດ ປຸກຂະບວນການປະຕິວັດ ໃຫ້ກວ້າງຂວາງອອກ ແລະ ເປີດສະໜາມຮົບທາງທະຫານ ໄປຄຽງຄູ່ກັບ ສະໜາມຮົບທາງການເມືອງ, ການທູດຢ່າງແຂງແຮງ, ການປະຕິວັດຢູ່ລາວ ແລະ ຫວຽດນາມ ຈຶ່ງເດີນໜ້າຢ່າງບໍ່ຢຸດຢັ້ງ, ຕ້ານທານໄດ້ທຸກກົນອຸບາຍ ຂອງສັດຕູ, ນໍາເອົາການປະຕິວັດ ຂອງສອງຊາດພວກເຮົາ ຈາກໄຊຊະນະນີ້ ໄປສູ່ໄຊຊະນະ    ໃໝ່ຢ່າງເນືອງນິດລຽນຕິດ ຈົນເຮັດໃຫ້ສອງປະເທດພວກເຮົາ ກ້າວສູ່ໄຊຊະນະຢ່າງສົມບູນ ແລະ ສອງປະເທດເຮົາ ກ້າວເຂົ້າສູ່ໄລຍະໃໝ່ ແຫ່ງການພັດທະນາ ແລະ ປົກປັກຮັກສາປະເທດຊາດ.

 ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ, ສອງປະເທດ ມີເງື່ອນໄຂສະດວກຫຼາຍກວ່າເກົ່າ ໃນການເສີມຂະຫຍາຍສາຍພົວພັນພິເສດ ລາວ-ຫວຽດນາມ, ບົນຈິດໃຈແຫ່ງຄວາມສາມັກຄີ, ຄວາມສໍາພັນສູ້ຮົບ ອັນເປັນມູນເຊື້ອທີ່ສັກກາລະບູຊາ ຂອງສອງຊາດ ລາວ-ຫວຽດນາມ ແລະ ເພື່ອຮັບປະກັນໃຫ້ການພົວພັນ ລາວ-ຫວຽດ ນາມ ຂະຫຍາຍຕົວຮອບດ້ານ ແລະ ເຂົ້າສູ່ລວງເລິກ, ສອງພັກ-ສອງລັດ ລາວ-ຫວຽດ ນາມ ໄດ້ເປັນເອກະພາບກັນຕົກລົງໃຫ້ມີການເຊັນ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18 ກໍລະກົດ 1977 ໃນໂອກາດການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ຂອງພັກ-ລັດ ຫວຽດນາມ ນຳໂດຍສະຫາຍ ເລຢວນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ແລະ ສະຫາຍ ຟາມວັນດົງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກັບ ປະທານ ໄກສອນ ພົມວິຫານ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໄດ້ສ້າງພື້ນຖານການພົວພັນຮ່ວມມື ໃນໄລຍະ   ໃໝ່ ໃຫ້ສອດຄ່ອງກັບການພົວພັນລະຫວ່າງຊາດ ແລະ ກົດໝາຍສາກົນ. ໃນມາດຕາ 1 ຂອງສົນທິສັນຍາ ໄດ້ບັນຍັດໄວ້ວ່າ “ ສອງຝ່າຍຢືນຢັນວ່າ ອອກແຮງປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດລາວ-ຫວຽດນາມ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ຢ່າງບໍ່ຢຸດຢັ້ງ, ຮ່ວມມືອັນຍາວນານ ແລະ ຊ່ວຍເຫຼືອກັນ ແລະ ກັນໃນທຸກດ້ານ ບົນຈິດໃຈຂອງລັດທິສາກົນກຳມະຊີບ ແລະ ຕາມຫຼັກການສະເໝີພາບອັນສົມບູນ, ເຄົາລົບເອກະລາດ, ສິດເປັນເຈົ້າ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງກັນ ແລະ ກັນ, ເຄົາລົບວຽກງານພາຍໃນຂອງກັນ ”. ນັ້ນ ແມ່ນການຢືນຢັນ ແລະ ສ່ອງແສງອອກຢ່າງຈະແຈ້ງ ເຖິງການຫັນເອົາບັນດາໝາກຜົນ ຂອງການປະຕິ  ວັດ, ເຈດຈໍານົງ, ຄວາມມຸ້ງມາດປາຖະໜາ ຂອງປະຊາຊົນ ທັງສອງປະເທດ ໃນການສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບການພົວພັນ ລາວ-ຫວຽດນາມ ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື ຫຼື ໜຶ່ງບໍ່ມີສອງ ຫັນສູ່ລວງເລິກຂອງຄວາມສຳພັນຂອງສອງຊາດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ຍັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ປັບປຸງສັນຕິພາບ ຢູ່ອາຊີອາຄະເນ ແລະ ໃນໂລກອີກດ້ວຍ.

  ພັກປະຊາຊົນປະຕິວັດລາວ ກໍ່ຄືບັນດາກໍາລັງທີ່ກ້າວໜ້າໃນໂລກ ຖືວ່າໃນຂະບວນວິວັດແຫ່ງການຕໍ່ສູ້ກູ້ຊາດ ຕະຫຼອດໄລຍະຫຼາຍສິບປີ ຢູ່ລາວ “ການປະຕິວັດລາວ ແມ່ນພາກສ່ວນໜຶ່ງ ທີ່ສະໜິດຕິດພັນກັບການປະຕິວັດ ໃນອິນດູຈີນ ແລະ ການປະຕິວັດໂລກ, ສາຍພົວພັນລະຫວ່າງການປະຕິວັດ ຂອງປະຊາຊົນລາວ ກັບການປະຕິວັດ ຂອງປະຊາຊົນຫວຽດນາມ ແລະ ກໍາປູເຈຍ ເປັນສາຍພົວພັນແບບພິເສດ ເຊິ່ງໄດ້ສ້າງຂຶ້ນຈາກການພົວພັນທາງດ້ານປະຫວັດສາດ, ພູມີສາດ ແລະ ອາລົມຈິດປະຕິວັດແບບພິເສດ ໂດຍດໍາລົງຄົງຕົວ ຢູ່ໃນຜືນແຜ່ນດິນຕິດຈອດກັນ ຂອງແຫຼມອິນດູຈີນ, ມີສະພາວະເຄາະເຂັນຮ່ວມກັນ, ຖືກເສຍບ້ານເສຍເມືອງຄືກັນ ແລະ ກໍ່ມີສັດຕູໂຕດຽວກັນ. ສາຍພົວພັນດັ່ງກ່າວນັ້ນ ໄດ້ກາຍເປັນກ້ອນກໍາລັງສາມັກຄີຮ່ວມສໍາພັນສູ້ຮົບ ລະ ຫວ່າງປະຊາຊົນບັນດາປະເທດໃນອິນດູຈີນ, ໃນນັ້ນ ການຮ່ວມສໍາພັນສູ້ຮົບ ລະຫວ່າງການປະຕິວັດລາວ ກັບການປະຕິວັດຫວຽດນາມ, ລະຫວ່າງປະຊາຊົນລາວ ກັບປະຊາຊົນຫວຽດນາມ ຍິ່ງເປັນອັນພິເສດທີ່ຫາຍາກ, ນັ້ນ ບໍ່ພຽງແຕ່ເປັນການຮ່ວມສໍາພັນອັນໜຶ່ງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານ ຂອງສາຍພົວພັນພິເສດເທົ່ານັ້ນ, ແຕ່ຫາກຍັງເປັນການຮ່ວມສໍາພັນອັນໜຶ່ງ ທີ່ຕັດສິນການຄົງຕົວ ແລະ ຂະຫຍາຍຕົວ ຂອງຊາດທັງສອງ, ການປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ສອງພັກ-ສອງລັດ ໄດ້ກຳນົດໄວ້ນຳກັນນັ້ນ ຈະນຳຊາດທັງສອງໃຫ້ມີສະຖຽນລະພາບຢ່າງໝັ້ນຄົງ, ມີການພັດທະນາ, ຂະຫຍາຍຕົວໄປສູ່ຄວາມວັດທະນະຖາວອນ ກ້າວສູ່ສັງຄົມນິຍົມໃນອະນາຄົດ”. ປະ ທານ ໄກສອນ ພົມວິຫານ ໄດ້ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກກອມມູນິດຫວຽດນາມ ໃນວັນທີ 15 ທັນວາ 1976 ວ່າ : “ໃນປະຫວັດສາດ ຂອງການປະຕິວັດໂລກ ໄດ້ມີແວ່ນແຍງທີ່ໃສແຈ້ງແຫ່ງນໍ້າໃຈສາກົນກໍາມະຊີບ ມາຫຼາຍແລ້ວ, ແຕ່ບໍ່ທັນມີຢູ່ໃສ ແລະ ເວລາໃດ ທີ່ມີຄວາມສາມັກຄີ, ການສໍາພັນສູ້ຮົບແບບພິເສດ, ຍາວນານ, ຮອບດ້ານ ຄືການພົວພັນ ລາວ-ຫວຽດນາມ”.

ໃນຂະບວນການສະເຫຼີມສະຫຼອງສອງວັນປະຫວັດສາດນີ້ ຫຼື ປີມິດຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ປີນີ້ ພວກເຮົາຈະເຫັນຄວາມກະຕືລືລົ້ນ ຂອງປະຊາຊົນລາວ, ປະຊາຊົນຫວຽດນາມ ໃນທົ່ວປະເທດ ພວກເຮົາ ຈະເຫັນໄດ້ບໍ່ຈັກເທົ່າໃດບົດເພງ, ບົດກາບກອນ, ບົດປະພັນ, ບົດສົນທະນາ, ບົດປະຖະກະຖາ ທີ່ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ, ເຕັມໄປດ້ວຍມິດຈິດມິດໃຈ, ເຊິ່ງໄດ້ສະແດງອອກ ເຕີມເຕັມໃຫ້ແກ່ບັນດາບົດເພງ, ບົດປະພັນ ທີ່ເຄີຍມີມາເປັນເວລາຫຼາຍສິບປີ ໃນມະໂນ ພາບເຖິງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ທີ່ຫາຍາກຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດເຮົາ ທີ່ມີຕໍ່ກັນນັ້ນ, ສິ່ງນີ້ມັນສະແດງອອກຢ່າງມີຊີວິດຊີວາ ຈາກສ່ວນເລິກຂອງຈິດວິນຍານ ຂອງປະຊາຊົນເຮົາຢ່າງແທ້ຈິງ.

ປະທານ ໂຮ່ຈີມີນ ຜູ້ຍິ່ງໃຫຍ່ ທີ່ເປັນຜູ້ຮ່ວມສ້າງຕຳລາແຫ່ງນຳ້ໃຈມິດຕະພາບ ແລະ ຄວາມສຳພັນສູ້ລົບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ປະພັນບົດກອນທີ່ເປັນອຳມະຕະໄວ້ວ່າ :

“ ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່ ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍ່ເດີນດັ້ນດຸ່ງໄປ  ສອງຊາດລາວ-ຫວຽດໄດ້  ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້ ”.

ປະທານໄກສອນ ພົມວິຫານ ຍັງໄດ້ປະພັນເອົາໄວ້ອີກ ວ່າ “ ພູອາດຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊອາດຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດ ນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

ປະທານສຸພານຸວົງ ກໍ່ໄດ້ມີຄໍາເວົ້າຕີລາຄາການພົວພັນ ລາວ-ຫວຽດນາມ ໄວ້ຢ່າງເລິກເຊິ່ງ ໃນໂອກາດຢ້ຽມຢາມ ຫວຽດນາມ ເມື່ອປີ 1971 ທີ່ວ່າ: “ ການພົວພັນ ລາວ-ຫວຽດນາມ ແມ່ນຍິ່ງໃຫຍ່, ມະຫາສານ, ບໍ່ມີບົດເພງ ແລະ ບົດກາບກອນໃດໆທີີ່ສາມາດພັນລະນານັບໄດ້, ມິດຕະພາບດັ່ງກ່າວສູງຍິ່ງກວ່າພູເຂົາ, ຍາວກວ່າແມ່ນໍ້າ, ກວ້າງໃຫຍ່ກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມຫວນກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດ ”.

 ມາໃນໄລຍະໃໝ່ນີ້ ເຖິງວ່າ ສະພາບການໃນພາກພື້ນ ແລະ ຂອງໂລກ ຈະຜັນແປໄປຢ່າງສັບສົນ, ເຊິ່ງສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ທຸກໆປະເທດໃນໂລກ, ແຕ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມຊື່ນຊົມ ແລະ ຍິນດີເປັນຢ່າງຍິ່ງ ຕໍ່ຜົນສຳເລັດ ໃນຫຼາຍດ້ານ ທີ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ບັນລຸໄດ້ໃນຊຸມປີຜ່ານມາ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນ ແລະ ຖ່ວງທ່າໃໝ່ ໃຫ້ແກ່ການນໍາພາ ສ້າງປະເທດຫວຽດນາມ ເປັນປະເທດພັດທະນາ ຕາມທິດສັງຄົມນິຍົມ. ຜົນສຳເລັດດັ່ງກ່າວນັ້ນ ໄດ້ເປັນບົດຮຽນອັນລໍ້າຄ່າແກ່ການນຳພາ ຂອງພັກ ແລະ ການຄຸ້ມຄອງ ຂອງລັດ ພວກເຮົາ. ພ້ອມດຽວກັນນັ້ນ ກໍ່ເປັນສິ່ງຊຸກຍູ້ປຸກລະດົມກໍາລັງໃຈອັນແຮງກ້າໃຫ້ແກ່ປະຊາຊົນລາວ ໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງຕົນ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ, ເດັດຂາດ, ຄ່ອງແຄ້ວ ແລະ ປະດິດສ້າງ ຂອງພັກກອມມູນິດຫວຽດນາມ ອັນມີສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ເປັນຜູ້ນຳໜ້າ ທີ່ສືບທອດແນວຄິດ ແລະ ພາລະກິດອັນຍິ່ງໃຫຍ່ ຂອງປະທານ ໂຮຈີ່ມິນ ຈະບັນລຸຈຸດໝາຍ ຕາມທີ່ພັກ ໄດ້ວາງໄວ້ທຸກປະການ.

 ຂໍອວຍພອນໄຊອັນປະເສີດ ໃຫ້ບັນດາສະຫາຍຫວຽດນາມ ຈົ່ງປະສົບຜົນສໍາເລັດ   ໃໝ່, ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ  ຢ່າງມີໄຊ!

 ໃນໂອກາດອັນສະຫງ່າລາສີນີ້, ໃນນາມພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈອັນຈິງໃຈ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີຜົນສັກສິດ ແກ່ພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກຂ້າພະເຈົ້າ ໃນປະຈຸບັນ.

ພັກ, ລັດ ແລະ ປະຊາຊົນລາວ ເວລາໃດກໍ່ຢຶດໝັ້ນ ແລະ ຈະຮ່ວມກັບບັນດາສະຫາຍຫວຽດນາມ ສືບຕໍ່ການເສີມຂະຫຍາຍມູນເຊື້ອ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ຍືນຍົງຄົງຕົວຕາບເທົ່າກາລະນານ; ເພີ່ມທະວີ ແລະ ຍົກລະດັບການຮ່ວມມືໃນແຕ່ລະຂົງເຂດວຽກງານ ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ.

 ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ.

 ພາລະກິດ ແລະ ແນວຄິດ ຂອງປະທານ ໂຮຈີ່ມິນ ຜູ້ຍິ່ງໃຫຍ່ ແລະ   ຂອງປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ຍືນຍົງຢູ່ກັບພາລະກິດປະຕິວັດ ຂອງພັກເຮົາຕະຫຼອດໄປ. 

ຂໍຂອບໃຈ!

error: Content is protected !!