ສູນທອນພົດຂອງ ສະຫາຍ ຫງວຽນ ຟູ້ ຈ໋ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

          ດ້ວຍຄວາມປິຕິຊົມຊື່ນ ແລະ ຄວາມເອກອ້າງທະນົງໃຈຕໍ່ກັບບາດກ້າວແຫ່ງການພັດທະນາຢ່າງໜັກແໜ້ນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ – ລາວ, ລາວ – ຫວຽດນາມ, ມື້ນີ້, ຢູ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ, ສອງປະເທດພວກເຮົາໄດ້ພ້ອມກັນຈັດ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການ ຮ່ວມມືຄົບຮອບ 45 ປີ ລະຫວ່າງສອງປະເທດຂຶ້ນຢ່າງສົມກຽດ.

     ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຖານອ້າຍນ້ອງ ແລະ ຄວາມເບີກບານມວນຊື່ນຂອງສອງຊາດ ຫວຽດ – ລາວ, ພວກເຮົາມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ແຫ່ງ ສປປ ລາວ ນຳໂດຍສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງຄັ້ງນີ້ຢ່າງສົມກຽດ, ຊຶ່ງບັນດາສະຫາຍໄດ້ນຳຄວາມຮັກແພງຖານສະຫາຍອ້າຍນ້ອງອັນດູດດື່ມ ມາສູ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

        ຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ, ຄວາມຮັກແພງອັນສະໜິດສະໜົມ ແລະ ຈິງໃຈ ມາຍັງສະຫາຍ ບຸນທອງ ຈິດມະນີ, ບັນດາສະຫາຍລາວທີ່ມີໜ້າຢູ່ທີ່ນີ້, ໂດຍຜ່ານບັນດາສະຫາຍ ໄປຍັງການນຳພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າອ້າຍນ້ອງ.

       ດ້ວຍສອງປະເທດບ້ານໃກ້ເຮືອນຄຽງ ຕ່າງກໍອີງຫຼັງໃສ່ສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ຮ່ວມກັນດື່ມນໍ້າໃນລຳແມ່ຂອງ,  ທັງສອງຊາດຫວຽດນາມ ແລະ ລາວ ມີມູນເຊື້ອພົວພັນກັນຢ່າງສັນຕິພາບ ແລະ ສະໜິດສະໜົມນຳກັນໃນຕະຫຼອດໄລຍະປະຫວັດສາດແຫ່ງ ການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງສອງຊາດ.

        ກ່ອນໜ້ານີ້ກວ່າ 9 ທົດສະວັດ, ດ້ວຍຄວາມໄຝ່ຝັນອັນແຮງກ້າຮ່ວມກັນ ເພື່ອພົ້ນອອກຈາກແອກປົກຄອງຂອງລະ ບອບລ່າເມືອງຂື້ນ ແລະ ຍາດເອົາເອກະລາດ, ບັນດານັກປະຕິວັດຜູ້ອະວຸໂສ ຂອງສອງປະເທດໄດ້ພ້ອມກັນສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ, ຊຶ່ງເປັນຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ. ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ, ຂະບວນການຕໍ່ສູ້ຂອງປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ໄດ້ເກີດຂຶ້ນນັບມື້ນັບກວ້າງຂວາງ ແລະ ມີຄວາມຕິດພັນສະໜິດແໜ້ນ, ດ້ວຍຈິດໃຈສະຫາຍ, ອ້າຍນ້ອງຮ່ວມທ້ອງດຽວກັນ ແລະ ເຈດຈຳນົງປະຕິວັດອັນອົງອາດກ້າແກ່ນ ຊຶ່ງໄດ້ສ້າງເປັນກຳລັງແຮງອັນໃຫຍ່ຫຼວງ, ຊ່ວຍໃຫ້ສອງຊາດສາມາດຍາດເອົາອຳນາດການປົກຄອງມາໄດ້ໃນປີ 1945, ໂດຍການກຳເນີດເກີດຂຶ້ນຂອງລັດຖະບານ ສາທາລະນະລັດ ປະຊາທິປະໄຕຫວຽດນາມໃນວັນທີ 02 ກັນຍາ ແລະ ລັດຖະບານລາວອິດສະຫຼະໃນວັນ 12 ຕຸລາ 1945.

           ໃນຊຸມປປີຕໍ່ຈາກນັ້ນ, ພັກກອມມູນິດອິນດູຈີນ ໄດ້ແຍກອອກມາເປັນສາມພັກຢູ່ແຕ່ລະປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ຊຶ່ງໄດ້ນຳພາການຮ່ວມສຳພັນສູ້ຮົບ, ປະສານສົມທົບ, ສະໜັບສະໜູນຊຶ່ງກັນ ແລະ ກັນທັງດ້ານການທະຫານ, ການເມືອງ ແລະ ການທູດ, ສາມາດຍາດໄດ້ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່, ບັງຄັບໃຫ້ພວກລ່າເມືອງຂື້ນຝຣັ່ງຕ້ອງເຂົ້ານັ່ງໃນໂຕະເຈລະຈາ ໂດຍມີການເຂົ້າຮ່ວມຂອງບັນດາປະເທດສະມາຊິກຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດທັງໝົດ, ກ້າວໄປເຖິງການຮັບຮູ້ຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງສາມປະເທດຢູ່ໃນກອງປະຊຸມເຊີແນວ ໃນປີ 1954.

           ບັນດາໄຊຊະນະທີ່ສະຫງ່າລາສີຂອງການປະຕິວັດລາວເວົ້າສະເພາະ ແລະ ເວົ້າລວມແມ່ນການຮ່ວມສຳພັນສູ້ຮົບຫວຽດ – ລາວໃນ 8 ປີຕໍ່ມາ ໄດ້ກ້າວໄປເຖິງການເຊັນສົນທິສັນຍາເຊີແນວກ່ຽວກັບລາວໃນ ວັນທີ 23 ກໍລະກົດ 1962 ຊຶ່ງໄດ້ຮັບຮູ້ຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ. ຫຼັງຈາກນັ້ນພຽງສອງເດືອນ, ໃນວັນທີ 05 ກັນຍາ 1962, ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນຢ່າງເປັນທາງການ, ຊຶ່ງໄດ້ສະແດງໃຫ້ເຫັນເຖິງການຕໍ່ເນື່ອງຂອງການຮ່ວມສຳພັນສູ້ຮົບຫວຽດ – ລາວ ກໍຄືນຳ້ໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດຢູ່ທັງສະໜາມຮົບການທະຫານ ແລະ ການຕ່າງປະເທດ, ເປັນຂີດໝາຍສຳຄັນໃນປະຫວັດສາດ ແຫ່ງ ການພົວພັນຫວຽດນາມ-ລາວ ໃນຍຸກປັດຈຸບັນ.

            ຫຼັງຈາກນັ້ນກວ່າໜຶ່ງທົດສະວັດ, ກອງທັບ ແລະ ປະຊາຊົນສອງປະເທດພວກເຮົາໄດ້ສືບຕໍ່ຄຽງບ່າຄຽງໄຫຼ່, ຮ່ວມກັນສູ້ຮົບຢ່າງອົງອາດກ້າແກ່ນ ແລະ ສາມາດຍາດໄດ້ໄຊຊະນະຢ່າງສະຫງ່າງາມ ຫຼາຍຄັ້ງຢູ່ທັງສອງເບື້ອງສາຍພູຫຼວງ ແລະ ຢູ່ ເສັ້ນທາງໂຮ່ຈິມີນປະຫວັດສາດ, ການປະຕິວັດຢູ່ແຕ່ລະປະເທດກ້າວໄປເຖິງໄຊຊະນະຢ່າງສົມບູນໃນປີ 1975. ຕໍ່ຈາກນັ້ນ, ການພົວພັນຫວຽດນາມ ແລະ ລາວ ໄດ້ກ້າວເຂົ້າສູ່ປະຫວັດສາດໜ້າໃໝ່, ຈາກການຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງອັນດຽວກັນສູ່ການຮ່ວມມືຮອບດ້ານລະ ຫວ່າງສອງປະເທດທີ່ມີເອກະລາດ, ອະທິປະໄຕ ຄືແມ່ນປະເທດສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນສອງປະເທດໄດ້ຄຽງບ່າຄຽງໄຫຼ່ກັນ ແຕ່ຊຸມມື້ທຳອິດ ທີ່ເຕັມໄປດ້ວຍການທົດສອບ, ຄວາມຫຍຸ້ງຍາກລຳບາກ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມຢູ່ແຕ່ລະປະເທດ. ສອງພັກ, ສອງປະເທດໄດ້ອຸ້ມຊູຊ່ວຍເຫຼືອກັນຟື້ນຟູເສດຖະກິດ – ສັງຄົມພາຍຫຼັງສົງຄາມເທື່ອລະກ້າວ, ພ້ອມກັນ ນັ້ນ, ກໍສ້າງຕັ້ງ ແລະ ຂະຫຍາຍການພົວພັນຮ່ວມມືໃນບັນດາຂົງເຂດທີ່ມີຄວາມສຳຄັນ ຄື ເສດຖະກິດ, ວັດທະນະທຳ, ສັງຄົມ, ການສຶກສາ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ.

           ໂດຍເລີ່ມມາຈາກຄວາມຮຽກຮ້ອງຕ້ອງ ການໃນການຮ່ວມມືຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ຮີບດ່ວນລະຫວ່າງສອງປະເທດໃນສະພາບການໃໝ່, ວັນທີ 18 ກໍລະກົດ 1977, ຫວຽດນາມ ແລະ ລາວໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືນຳກັນ ຊຶ່ງໃນນັ້ນໄດ້ລະບຸໄວ້ວ່າ: “ສອງຝ່າຍໃຫ້ຄຳໝັ້ນສັນຍາ ອອກແຮງປົກປັກຮັກສາ ແລະ ພັດທະນາສາຍພົວພັນພິເສດຫວຽດນາມ-ລາວ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຢ່າງບໍ່ຢຸດ ຢັ້ງ, ການຮ່ວມມືຍາວນານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນທຸກດ້ານບົນຈິດໃຈຂອງລັດທິກຳມາຊີບສາກົນ ແລະ ຕາມຫຼັກການສະເໝີພາບ, ເຄົາລົບຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ ແລະ ກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ກັນ”. ໃນຕະຫຼອດ 45 ປີທີ່ຜ່ານມາ,  ສົນທິສັນຍາສະບັບດັ່ງກ່າວໄດ້ກາຍເປັນຊັບສົມບັດອັນລຳ້ຄ່າ ແລະ ມີຄວາມໝາຍສຳຄັນທີ່ສຸດ, ເປັນພື້ນຖານທາງດ້ານກົດໝາຍທີ່ໜັກແໜ້ນເພື່ອໃຫ້ສອງປະ ເທດເປີດກວ້າງສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານ. ສົນທິ ສັນຍາກໍແມ່ນປະຖົມປັດໄຈເພື່ອໃຫ້ສອງປະເທດລົງນາມໃນເອກະສານ ແລະ ຂໍ້ຕົກລົງການຮ່ວມມືຫຼາຍສະບັບ ໃນຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທືນ, ການສຶກສາ.

ບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງ,

         ໃນໄລຍະໃໝ່ ຊຶ່ງແມ່ນໄລຍະແຫ່ງການປົກປັກຮັກສາ ແລະ ການສ້າງສາປະເທດ ຊາດ, ພາຍໃຕ້ແສງສະຫວ່າງເຍືອງທາງຂອງລັດທິມາກ-ເລນິນ, ແນວຄິດໂຮ່ຈິມິນຢູ່ຫວຽດນາມ ແລະ ແນວຄິດ ໄກສອນ ພົມວິຫານ ຢູ່ລາວ, ສອງພັກ, ສອງປະ ເທດພວກເຮົາສືບຕໍ່ຄຽງບ່າຄຽງໄຫຼ່ກັນໃນພາລະກິດແຫ່ງການປ່ຽນແປງໃໝ່, ພ້ອມ ກັນບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ,  ການເມືອງມີສະຖຽນລະພາບ,  ຮັບປະກັນທາງດ້ານການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ນຳ ມາຊື່ງຊີວິດອີ່ມໜຳສຳລານ ແລະ ຄວາມສະຫງົບສຸກໃຫ້ແກ່ປະຊາຊົນຢູ່ແຕ່ລະປະເທດ. ບັນດາຜົນສຳເລັດດັ່ງກ່າວບໍ່ພຽງແຕ່ໄດ້ອີງໃສ່ຄວາມມານະພະຍາຍາມຂອງແຕ່ລະພັກ, ແຕ່ລະປະເທດເທົ່າ ນັ້ນ, ຫາກຍັງອີງໃສ່ການປະກອບສ່ວນອັນສຳຄັນຂອງສາຍພົວພັນຮ່ວມມືທີ່ໝົດຈິດໝົດໃຈລະຫວ່າງຫວຽດນາມ-ລາວ ໃນຕະຫຼອດໄລຍະ 45 ປີ ນັບແຕ່ສອງປະເທດເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືນຳກັນເປັນຕົ້ນມາ.

          ຫວນຄືນໄລຍະປະຫວັດສາດທີ່ສະຫງ່າອົງອາດທີ່ ສອງຊາດໄດ້ພ້ອມກັນຜ່ານຜ່າ, ພວກເຮົາມີຄວາມເອກອ້າງທະນົງໃຈຢ່າງເລິກເຊິງຕໍ່ກັບສາຍພົວພັນທີ່ເປັນແບບ ຢ່າງ, ໃສແຈ້ງ, ບໍລິສຸດຜຸດຜ່ອງທີ່ສຸດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາ ຊົນສອງປະເທດຫວຽດນາມ – ລາວ.

             ສາຍພົວພັນພິເສດຫວຽດນາມ – ລາວ ໂດຍບັນດາຜູ້ນຳຍິ່ງໃຫຍ່ຄື ປະທານໂຮ່ຈິ ມີນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງໂດຍກົງ; ໄດ້ຮັບການເພີ່ມພູນຄູນສ້າງ, ປົກປັກຮັກສາດ້ວຍເລືອດເນື້ອເຫື່ອແຮງຂອງ ນັກຮົບ ແລະ ປະຊາຊົນສອງປະເທດຫຼາຍຮຸ່ນຄົນ; ໄດ້ກາຍເປັນຊັບສົມບັດອັນລຳ້   ຄ່າ, ເປັນ          ສາຍພົວພັນ “ມີໜື່ງບໍ່ມີສອງ” ໃນປະຫວັດສາດໂລກ, ຄື ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນວ່າ: “ໃນປະ ຫວັດສາດຂອງການປະຕິວັດໂລກ, ເຄີຍມີຫຼາຍແບບຢ່າງອັນຜ່ອງໃສກ່ຽວກັບຈິດໃຈສາກົນກຳມະຊີບ, ແຕ່ບໍ່ເຄີຍເຫັນຢູ່ບ່ອນໃດ ແລະ ບໍ່ທັນມີເວລາໃດ ມີສຳພັນທະພາບສູ້ຮົບແບບພິເສດ, ເຫິງນານ, ຮ້ອບດ້ານຄືແນວນັ້ນ”.

          ຂ້າພະເຈົ້າຂໍຢືນຢັນ ແລະ ເນັ້ນໜັກຕື່ມອີກວ່າ, ຄວາມສາມັກຄີ, ການຮ່ວມມື, ຊ່ວຍເຫຼືອຊຶ່ງ ແລະ ກັນ ລະຫວ່າງຫວຽດນາມ ແລະ ລາວ ແມ່ນກົດເກນພາວະວິໄສ, ເປັນປັດໄຈທີ່ມີຄວາມໝາຍເປັນຕາຍຂອງແຕ່ລະພັກ, ແຕ່ລະປະເທດ; ພ້ອມກັນນັ້ນ ກໍເປັນຊັບສົມບັດລວມອັນລ້ຳຄ່າ ແລະ ເປັນພື້ນຖານເພື່ອໃຫ້ສອງປະເທດພວກເຮົາເສີມຂະຫຍາຍໃນໄລຍະ ປະຫວັດສາດຕໍ່ໆໄປ. ຫວຽດນາມ ແລະ ລາວບໍ່ພຽງແຕ່ແມ່ນສອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ, ຫາກຍັງເປັນ “ສອງປະເທດສະຫາຍ, ອ້າຍນ້ອງອີກດ້ວຍ”.

        ພວກຂ້າພະເຈົ້າຍາມໃດກໍຮັບຮູ້ຢ່າງເລິກເຊິ່ງວ່າ, ແຕ່ລະໄຊຊະນະໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມໃນປັດຈຸບັນຂອງຫວຽດນາມ ລ້ວນແລ້ວແຕ່ໄດ້ຕິດພັນກັບການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ, ໝົດຈິດໝົດໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ. ຖືໂອກາດນີ້, ຂ້າພະເຈົ້າອີກເທື່ອໜຶ່ງ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໄປຍັງພັກປະ ຊາຊົນ ປະຕິວັດລາວ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວອ້າຍນ້ອງ.

         ປະຊາຊົນຫວຽດນາມໃນປັດຈຸບັນນີ້ ແລະ ໃນອະນາຄົດ ຈະຈົດຈໍາໂດຍຕະຫຼອດຄໍາສັ່ງສອນຂອງປະທານ ໂຮ່ຈິມິນ ທີ່ວ່າ: “ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລີກປຸນປານໄດ້” ແລະ ຄຳເວົ້າທີ່ໝົດຈິດໝົດໃຈຂອງປະທານ ສຸພານຸວົງ ທີ່ວ່າ: “ສາຍໃຈລາວ-ຫວຽດ ສູງກວ່າພູຜາ, ຍາວຍິ່ງກວ່າແມ່ນຳ້, ກວ້າງຍິ່ງກວ່າທະເລ ຫລວງ, ງາມຍິ່ງກວ່າເດືອນເພັງ, ຫອມຫວນຍິ່ງກວ່າດອກໄມ້ ທີ່ຫອມທີ່ສຸດ”.

ໂດຍເປັນສະຫາຍອ້າຍນ້ອງຜູ້ສະໜິດ ສະໜົມ ແລະ ຊື່ສັດບໍລິສຸດ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍໄດ້ສົນໃຈຕິດຕາມ ແລະ ມີຄວາມເອກອ້າງທະນົງໃຈຕໍ່ກັບບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ເຊິ່ງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ໃນພາລະກິດການປະຕິວັດອັນມີກຽດສະຫງ່າຂອງຕົນ. ໃນເງື່ອນໄຂຍັງມີຄວາມຫຍຸ້ງຍາກ, ການທ້າທາຍຫຼາຍປະການ, ພັກ, ລັດ ແລະ ປະຊາຊົນລາວ ໄດ້ເສີມຂະຫຍາຍມູນເຊຶ້ອວິລະຊົນ, ອົງອາດກ້າຫານ, ຜ່ານຜ່າທຸກການທ້າທາຍຕ່າງໆ, ຮັກສາດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄວ້ໄດ້ຢ່າງໝັ້ນຄົງ, ຈັດຕັ້ງປະຕິບັດບັນດາແຜນພັດທະນາເສດຖະກິດ-ສັງຄົມຢ່າງມີໄຊ, ສືບຕໍ່ພາລະກິດປ່ຽນແປງໃໝ່, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຍົກສູງຖານະບົດບາດຂອງປະເທດບົນເວທີສາກົນເທື່ອລະກ້າວ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ການບໍລິຫານຢ່າງຂ້ຽວ ຂາດ ແລະ ມີປະສິດຜົນຂອງລັດຖະບານ ແລະ ຄວາມມານະພະຍາຍາມແບກຫາບຂອງສະພາແຫ່ງຊາດ, ແນ່ນອນວ່າປະຊາຊົນລາວອ້າຍນ້ອງຈະຜ່ານຜ່າທຸກຄວາມຫຍຸ້ງຍາກໃນປັດຈຸບັນ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຢ່າງມີໄຊ.

          ໃນຊຸມປີມໍ່ໆນີ້, ພວກເຮົາມີຄວາມປີຕິຊົມຊື່ນທີ່ໄດ້ເຫັນວ່າ ໂດຍໄດ້ຜ່ານຜ່ານຄວາມຫຍຸ້ງຍາກ, ການທ້າທາຍຫຼາຍ ປະການ, ທັງການກະທົບທີ່ບໍ່ເຄີຍມີມາກ່ອນຂອງພະຍາດໂຄວິດ-19 ແຕ່ການພົວພັນຮ່ວມມືລະຫວ່າງສອງພັກ, ສອງປະເທດຫວຽດນາມ-ລາວ ສືບຕໍ່ຂະຫຍາຍຕົວຢ່າງໜັກແໜ້ນ, ນັບມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

         ການພົວພັນດ້ານການເມືອງໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນ, ຈາກ “ການພົວພັນມິດຕະພາບອັນເປັນມູນເຊື້ອ” ໄດ້ຍົກລະດັບເປັນ “ການພົວພັນມິດຕະພາບອັນຍິ່ງໃຫຍ່” ແຕ່ເດືອນ 02/2019, ນັບມື້ນັບໄວ້ເນື້ອເຊື່ອໃຈຕິດພັນກັນ,   ສືບຕໍ່ຊ່ວຍກຳນົດທິດທາງໃຫ້ແກ່ການຮ່ວມມືໃນຂົງເຂດຕ່າງໆ. ໃນຂົງເຂດການພົວພັນຕ່າງປະເທດ, ການປະສານສົມທົບ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ຢ່າງມີປະສິດທິຜົນຢູ່ໃນບັນດາເວທີຫຼາຍຝ່າຍໄດ້ປະກອບສ່ວນເຂົ້າໃນການຍົກສູງຖານະບົດບາດຂອງ ລາວ ແລະ ຫວຽດນາມໃນພາກພື້ນ ແລະ ເວທີສາກົນ, ກໍຄືປະກອບສ່ວນເຂົ້າໃນການປັບປຸງສັນຕິ  ພາບ, ສະຖຽນລະພາບ ແລະ ການພັດທະນາຂອງປະຊາຄົມອາຊຽນ.

             ການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນທີ່ສຸດໃນການພົວພັນພິເສດລະຫວ່າງສອງປະເທດ. ການຮ່ວມມືດ້ານເສດຖະກິດສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ຕັ້ງໜ້າ, ໄດ້ນຳມາຊຶ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດສອງປະເທດ. ເປັນໜ້າສົນໃຈແມ່ນຍອດມູນຄ່າການຄ້າສອງສົ້ນໄດ້ເພີ່ມຂຶ້່ນຢູ່ໃນລະດັບສອງຕົວເລກຢ່າງຕໍ່ເນື່ອງໃນຊຸມປີມໍ່ໆນີ້; ຫວຽດນາມຮັກສາອັນດັບເປັນປະເທດມີການລົງທືນຫຼາຍ ອັນດັບທີ 3 ຢູ່ລາວ ດ້ວຍຍອດທຶນຈົດທະບຽນປະມານ 5,4 ຕື້ໂດລາສະຫະລັດ. ການຮ່ວມມືດ້ານການສຶກສາ ຊຶ່ງແມ່ນຂົງເຂດຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ກໍຄືການຮ່ວມມືດ້ານວັດທະນະທຳ, ສາທາລະນະສຸກ, ຄົມມະນາຄົມຂົນສົ່ງ, ພະລັງງານນັບມື້ນັບໄດ້ຮັບການປັບປຸງ ແລະ ຊຸກຍູ້ຢ່າງແຂງແຮງ. ການພົວພັນລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນລະຫວ່າງບັນດາແຂວງຊາຍແດນຕິດຈອດກັນຂອງສອງປະເທດນັບມື້ນັບຕິດພັນສະໜິດແໜ້ນ.

            ນ້ຳໃຈສາມັກຄີ ແລະ ບັນດາຜົນສຳເລັດສຳຄັນທີ່ບັນລຸໄດ້ໃນການພົວພັນລະຫວ່າງສອງປະເທດບໍ່ພຽງແຕ່ອຳນວຍຄວາມສະດວກໃຫ້ແກ່ກິດຈະການປ່ຽນແປງໃໝ່, ການພັດທະນາເສດຖະກິດ-ສັງຄົມ, ການສ້າງສາ ແລະ ປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ, ປັບປຸງ ແລະ ກຳລັງແຮງຢູ່ແຕ່ລະປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ໃນພາກພື້ນ ແລະ ໃນໂລກອີກດ້ວຍ.

        ໃນສະພາບການໂລກ ແລະ ພາກພື້ນກຳລັງມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດເດົາໄດ້ຍາກ; ມວນ     ມະນຸດກຳລັງປະເຊີນໜ້າກັບການທ້າທາຍຫຼາຍຢ່າງຄື ສົງຄາມ, ການປະທະກັນ, ການຊ່ວງຊີງນັບມື້ດຸເດືອດລະຫວ່າງບັນດາປະເທດໃຫຍ່, ບັນດາບັນຫາຄວາມໝັ້ນຄົງແບບໃໝ່ຄືການໂລກລະບາດ, ການຂາດເຂີນພະລັງງານ, ສະບຽງອາຫານ; ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຍິ່ງຈຳເປັນຕ້ອງມີຄວາມສາມັກຄີ, ຕິດພັນກັນສະໜິດແໜ້ນ, ເພີ່ມທະວີການຮ່ວມມືຫຼາຍກວ່າເກົ່າ ເພື່ອພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສືບຕໍ່ຢືດໝັ້ນກັບຈຸດໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ; ຮ່ວມກັນເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ.

         ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັນສະໜູນຢ່າງແຂງແຮງ, ຮອບດ້ານພາລະກິດແຫ່ງການປ່ຽນແປງໃໝ່ຂອງລາວ; ພ້ອມກັນນັ້ນ ກໍຖືເປັນສຳຄັນທີ່ສຸດ ແລະ ໃຫ້ບູລີມະສິດອັນດັບໜຶ່ງແກ່ສາຍພົວພັນພິເສດ ທັງເປັນສະຫາຍ ທັງເປັນອ້າຍນ້ອງ ລະຫວ່າງສອງພັກ, ສອງປະເທດຂອງພວກເຮົາ. ພວກຂ້າພະເຈົ້າຍາມໃດກໍມີຄວາມປາຖະໜາຮ່ວມມື, ຊ່ວຍໜູນປະເທດລາວ ດ້ວຍຈິດໃຈທີ່ວ່າ “ຊ່ວຍເພື່ອນຄືຊ່ວຍຕົນເອງ”, ຖືວ່ານີ້ແມ່ນໜ້າທີ່ຍຸດທະສາດ; ປາຖະໜາວ່າຈະຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງບໍ່ຢຸດຢັ້ງ, ຊຸກຍຸ້ຢ່າງແຂງ ແຮງການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພີ່ມທະວີການເຊື່ອມຈອດສອງພື້ນຖານເສດຖະກິດ, ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ, ພ້ອມກັນສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງຢ່າງກວ້າງຂວາງ ແລະ ເລິກເຊິ່ງ; ຮ່ວມສູ້ຊົນເພື່ອໃຫ້ບັນດາໝາກຜົນຂອງການຮ່ວມມື ນັບມື້ນັບສົມຄູ່ກັບລະດັບ ແລະ ຂະໜາດຂອງສາຍພົວພັນພິເສດຫວຽດນາມ-ລາວ, ກໍຄືຄວາມມຸ່ງຫວັງຂອງການນຳ ແລະ ປະຊາຊົນສອງປະເທດ.

         ເຖິງແມ່ນວ່າໂລກຈະມີການປ່ຽນແປງຄືແນວໃດກໍຕາມ, ແຕ່ພວກເຮົາກໍຍັງຕັດສິນໃຈຮ່ວມກັນຮັກສາ ແລະ ເສີມ ຂະຫຍາຍສາຍພົວພັນພິເສດ, ຊື່ສັດບໍລິສຸດຫວຽດນາມ-ລາວ ຢ່າງຖືກຕ້ອງດັ່ງຄວາມມຸ່ງມາດ ປາຖະໜາຂອງປະທານ ໄກສອນ ພົມວິຫານທີ່ວ່າ: “ເຖິງວ່າພູຈະຖືກເຊາະເຈື່ອນ, ແມ່ນຳ້ລຳເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບລາວ-  ຫວຽດນາມ ຈະຫມັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

          ໃນບັນຍາກາດອັນເຕັມໄປດ້ວຍຄວາມສາມັກຄີມິດຕະພາບ ແລະ ເບີກບານມ່ວນຊື່ນສະເຫຼີມສະຫຼອງວັນສ້າງຕັ້ງ

ສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ – ລາວ ຄົບຮອບ 45 ປີ, ຂ້າພະເຈົ້າຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ- ລາວ ຈົ່ງສວຍສົດງົດງາມ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ຕາມຈິດໃຈທີ່ວ່າ:

“ຮັກຫອມກັນໝາຍໝັ້ນ, ຫຼາຍສັນພູກໍ່ປີນໄຕ່.

ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍ່ດຸ່ງໄປ.

ສອງຊາດລາວ – ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ.

ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”

ອວຍພອນໃຫ້ບັນດາສະຫາຍການນຳ, ອະດີດການນຳພັກ, ລັດ ແລະ ບັນດາສະຫາຍລາວ ແລະ ຫວຽດນາມ ທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.

ຂໍຂອບໃຈບັນດາສະຫາຍ ແລະ ເພື່ອນມິດ.

error: Content is protected !!