ເມືອງໄຊເຊດຖາ ປູກຕົ້ນໄມ້ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ

ວັນ​ທີ 1 ມິ­ຖຸ­ນາ 2020 ທີ່​ບ້ານ​ນາ​ໂນ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ​ໄຊ​ເຊດ​ຖາ ຈັດ​ພິ­ທີ​ປູກ​ຕົ້ນ­ໄມ້​ໃນ​ໂອ­ກາດ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ພູ​ຂົງ ບັນ­ນະ​ວົງ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ໂພ​ຄຳ ໄຊ​ຍະ​ສອນ ເຈົ້າ­ເມືອງ​ໄຊ​ເຊດ​ຖາ ພ້ອມ​ດ້ວຍ​ຮອງ​ເຈົ້າ­ເມືອງ ຫົວ­ໜ້າ ຮອງ​ຫົວ­ໜ້າ​ຫ້ອງ­ການ ອຳ­ນາດ​ການ​ປົກ­ຄອງ​ບ້ານ ແລະ ພະ­ນັກ­ງານ.

ໃນ​ພິ­ທີ​ທ່ານ ຄຳ​ປ່ຽງ ອ່ອນ​ສີ ຮັກ­ສາ​ການ​ຫົວ­ໜ້າ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ໄຊ​ເຊດ​ຖາ ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ປູກ​ຕົ້ນ­ໄມ້​ວ່າ ປັດ­ຈຸ­ບັນ ປ່າ​ໄດ້​ຖືກ​ທຳ­ລາຍ​ນັບ​ມື້​ຫຼຸດ​ໜ້ອຍ​ຖອຍ​ລົງ ດັ່ງ­ນັ້ນ ຈຶ່ງ​ໄດ້​ເຮັດ​ໃຫ້​ເກີດ​ສະ­ພາບ​ດິນ​ຟ້າ​ອາ­ກາດ​ມີ​ການ​ປ່ຽນ­ແປງ ເປັນ­ຕົ້ນ​ຝົນ­ຕົກ​ບໍ່​ຖືກ​ຕາມ​ລະ­ດູ​ການ ແຫ້ງ­ແລ້ງ ນ້ຳ​ຖ້ວມ ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ມວນ​ມະ­ນຸດ ສະ­ນັ້ນ ຈຶ່ງ​ໄດ້​ມີ​ການ​ປູກ​ໄມ້​ທົດ​ແທນ​ໃນ​ເຂດ​ດິນ​ເປົ່າ​ວ່າງ ເຂດ​ປ່າ­ໄມ້​ທີ່​ຖືກ​ທຳ­ລາຍ ເຂດ​ປ່າ​ຊຸດ­ໂຊມ ພ້ອມ​ນີ້ ຍັງ​ເປັນ​ການ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ­ຕົ້ນ​ແມ່ນ​ຄຳ​ຂວັນ 6ສ ໂດຍ​ສະ­ເພາະ​ແມ່ນ ສ ສີ­ຂຽວ.

ສຳ­ລັບ​ມື້­ນີ້​ໄດ້​ປູກ​ໃນ​ເນື້ອ­ທີ່ 2 ເຮັກ­ຕາ ນຳ​ໃຊ້​ຕົ້ນ­ໄມ້ 500 ຕົ້ນ ເປັນ​ປະ­ເພດ​ໄມ້­ໄຜ່ ໂດຍ​ປູກ​ໃສ່​ເຂດ​ປ່າ​ຊຸດ­ໂຊມ​ໃນ​ເຂດ​ບ້ານ​ນາ​ໂນ ພາຍ­ຫຼັງ​ທີ່​ປູກ​ແລ້ວ ໄດ້​ມອບ​ໃຫ້​ບ້ານ​ເປັນ​ຜູ້​ປົກ​ປັກ​ຮັກ­ສາ ຄຸ້ມ​ຄອງ ແລະ ນຳ​ໃຊ້ ໃນ​ຍະ​ຜ່ານ​ມາ ກໍ​ໄດ້​ປຸກ­ລະ­ດົມ​ພໍ່​ແມ່​ປະ­ຊາ­ຊົນ ພະ­ນັກ­ງານ​ທຸກ​ຂັ້ນ ເຂົ້າ​ຮ່ວມ​ຂະ​ບວນ​ການ​ປູກ​ຕົ້ນ­ໄມ້​ໃນ​ເຂດ​ດິນ​ເປົ່າ​ຫວ່າງ​ຂອງ​ສຳ­ນັກ­ງານ ອົງ­ການ ວັດ​ວາ ໂຮງ­ຮຽນ ປ່າ​ສະ­ຫງວນ​ໃນ​ສະ­ຖານ­ທີ່​ຕ່າງໆ ໂດຍ​ນຳ​ໃຊ້​ເບ້ຍ​ໄມ້​ທັງ​ໝົດ 385.710 ເບ້ຍ.

# ຂ່າວ & ພາບ: ອົ່ນ ໄຟ​ສົນ​ທອງ

error: Content is protected !!