ຮຽບຮຽງເນື້ອໃນຮ່າງກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ

     ກອງປະຊຸມປຶກສາຫາລືເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ຈັດຂຶ້ນວັນທີ 15 ກໍລະກົດ 2022 ຜ່ານມາ ທີ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ເປັນປະທານຂອງທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກຳມາທິການກົດໝາຍ ມີທ່ານນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ຫົວໜ້າຄະນະຮັບຜິດຊອບການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນ້ໍາ ພ້ອມດ້ວຍພະນັກງານກ່ຽວຂ້ອງຈາກ ກະຊວງຍຸຕິທຳ ຫ້ອງວ່າການສຳນັກງານປະທານປະເທດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທີ່ປຶກສາຄະນະທີ່ປຶກສາທາງດ້ານກົດໝາຍ ແລະ ກອງເລຂາຊ່ວຍວຽກເຂົ້າຮ່ວມຫຼາຍກວ່າ 45 ທ່ານ.

     ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານຄວາມຄືບໜ້າໃນການປັບປຸງຮຽບຮຽງຄືນເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍນ້ຳ ແລະ ຊັບພະຍາກອນນ້ຳ ທີ່ໄດ້ຜ່ານການຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ພາຍຫຼັງສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍຄືຄະນະຮັບຜິດຊອບ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນ້ໍາ ໄດ້ສຸມໃສ່ປັບປຸງຮ່າງກົດໝາຍດັ່ງກ່າວ ຕາມຄໍາຄິດເຫັນຂອງສະມາຊິກສະພາ ໂດຍໄດ້ປະສານສົມທົບກັບກຳມາທິການກົດໝາຍຂອງສະພາແຫ່ງຊາດ ລວມທັງກົມກອງທີ່ກ່ຽວຂ້ອງພາຍໃນ ກຊສ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບດັ່ງກ່າວນີ້ມີເນື້ອໃນຄົບຖ້ວນ ສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອກ້າວໄປເຖິງການອອກມະຕິຮັບຮອງຂອງທ່ານປະທານສະພາແຫ່ງຊາດ ແລະ ນຳສະເໜີທ່ານປະທານປະເທດປະກາດໃຊ້ຢ່າງເປັນທາງການ ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮ່ວມກັນຄົ້ນຄວ້າ ພິຈາລະນາ ແລະ ປັບປຸງເນື້ອໃນຂອງຮ່າງກົດໝາຍດັ່ງກ່າວຈົນສຳເລັດ.

    ໂອກາດນີ້ ທ່ານຮອງປະທານ ສພຊ ສະແດງຄວາມຊົມເຊີຍທ່ານລັດຖະມົນຕີ ກຊສ ພ້ອມດ້ວຍຄະນະຮັບຜິດຊອບ ສ້າງ ແລະ ປັບປຸງກົດໝາຍສະບັບນີ້ ສະແດງຄວາມຊົມເຊີຍບັນດາພາກສ່ວນກ່ຽວຂ້ອງຈາກ ກະຊວງຍຸຕິທຳ ສຳນັກງານນາຍົກ ຫ້ອງວ່າການສຳນັກງານປະທານປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າມາຮ່ວມໃນກອງປະຊຸມສາມາດສຳເລັດຜົນຕາມຄາດໝາຍ.

# ເພັດສະໝອນ

error: Content is protected !!