ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ຂຶ້ນວັນທີ 1 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານຮອງເຈົ້າຄອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ ແລະ ຫຼານນ້ອຍເຍົາວະຊົນ ອະນຸຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ບົວວອນ ສຸກລາແສງ ຮອງຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂຄສົກນະຄອນຫຼວງວຽງຈັນ ໄດ້ຂຶ້ນອ່ານສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມິຖຸນາ 2020 ມີບາງຕອນວ່າ: ການສະເຫຼີມສະຫຼອງວັນເດັກນ້ອຍສາກົນໃນທຸກໆປີ ແມ່ນປຽບດັ່ງບຸນໃຫຍ່ຂອງເດັກນ້ອຍໃນທົ່ວໂລກ ກໍຄືເດັກນ້ອຍລາວ ແຕ່ການສະເຫຼີມສະຫຼອງປີນີ້ ແມ່ນມີຄວາມແຕກຕ່າງຈາກທຸກໆປີຜ່ານມາ ຈະບໍ່ໄດ້ມີການສະເຫຼີມສະຫຼອງໃຫຍ່ ແລະ ເຕົ້າໂຮມເດັກເປັນຈຳນວນຫຼາຍ ເພື່ອດຳເນີນກິດຈະກຳຕ່າງໆທີ່ຕິດພັນກັບການປູກຕົ້ນໄມ້ແຫ່ງຊາດ ເນື່ອງຈາກພວກເຮົາທັງຫຼາຍຍັງຢູ່ໃນໄລຍະແຫ່ງການປ້ອງກັນ ຄວບຄຸມ ການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19) ທີ່ກຳລັງເປັນໄພຄຸກຄາມຕໍ່ຊີວິດ ກໍຄືຕໍ່ສຸຂະພາບຂອງຊາວໂລກຢ່າງກວ້າງຂວາງ ລວມທັງຕໍ່ລາວເຮົາອີກດ້ວຍ ລັດຖະບານໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢ່າງເຄັ່ງຄັດ ເພື່ອແນໃສ່ປ້ອງກັນສຸຂະພາບ ແລະ ຊີວິດຂອງປະຊາຊົນ ເວົ້າລວມ ເວົ້າສະເພາະ ປົກປ້ອງເດັກນ້ອຍລາວບັນດາເຜົ່າ ທີ່ເປັນອະນາຄົດຂອງປະເທດຊາດ.

ສຳລັບຢູ່ ສປປ ລາວ ແມ່ນໄດ້ຈັດກອງປະຊຸມລະດັບສູງໃນໂອກາດວັນຄົບຮອບ 30 ປີຂອງສົນທິສັນຍາວ່າດ້ວຍສິດທິເດັກ ແລະ ວັນຖະແຫຼງການວ່າດ້ວຍສິດທິເດັກ ຄົບຮອບ 60 ປີ ເພື່ອສະຫຼຸບຕີລາຄາຄືນ ໝາກຜົນການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ ຕະຫຼອດໄລຍະ 30 ປີຜ່ານມາ ແລະ ກຳນົດທິດທາງການພັດທະນາເດັກນ້ອຍລາວບັນດາເຜົ່າ ຮຸ່ນປີ 2030 ພ້ອມດຽວກັນນັ້ນ ຫຼາຍພາກສ່ວນກໍໄດ້ໃຫ້ຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍສິດທິເດັກ ໂດຍການນຳໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກນ້ອຍລາວບັນດາເຜົ່າ ແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ພາຍຫຼັງສຳເລັດການອ່ານສານຂອງທ່ານນາຍົກລັດຖະມົນຕີແລ້ວ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະນຳນະຄອນຫຼວງວຽງຈັນ ໄດ້ມອບຂອງຂວັນໃຫ້ກັບຫຼານນ້ອຍເຍົາວະຊົນ-ອະນຸຊົນ ທີ່ເປັນລູກຫຼານຂອງພະນັກງານໃນອົງການປົກຄອງນະຄອນຫຼວງວຽງຈັນ ຈາກນັ້ນ ກໍໄດ້ປູກຕົ້ນໄມ້ປະດັບຈຳນວນໜຶ່ງ ຢູ່ບໍລິເວນອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອສົ່ງເສີມຂະບວນການສີຂຽວ ແລະ ຊຸກຍູ້ສົ່ງເສີມປູກໄມ້ 2 ຕົ້ນ/ຄົນ/ປີ.
# ຂ່າວ & ພາບ: ເພັດສະໝອນ