ໂຮມຊຸມນຸມ ສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ

    ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ຈັດຂຶ້ນວັນທີ 18 ກໍລະກົດ 2022 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ທ່ານ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ ປີ 2022 ການນໍາພັກ-ລັດ ອະດີດການນໍາພັກ-ລັດຂັ້ນສູງ ຄະນະຜູ້ແທນຂັ້ນສູງຫວຽດນາມ ພະນັກງານ ທະຫານ ຕໍາຫຼວດ ຊາວໜຸ່ມ ເຍົາວະຊົນ ຊາວນະຄອນຫຼວງວຽງຈັນ ແລະ ຊາວຫວຽດນາມທີ່ດໍາລົງຊີວິດຢູ່ ລາວ.

    ໃນພິທີ ທ່ານ ທອງລຸນ ແລະ ທ່ານ ຫວໍ ວັນ ເຖື້ອງ ໄດ້ຜັດປ່ຽນກັນຂຶ້ນກ່າວບົດສູນທອນພົດ ມີບາງຕອນໄດ້ເນັ້ນເຖິງຄວາມສໍາຄັນຂອງການສ້າງສາຍພົວພັນການທູດລະຫວ່າງລາຊາອະນາຈັກລາວ ກັບ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ໃນວັນທີ 5 ກັນຍາ 1962 ຂຶ້ນນັ້ນ ໄດ້ນຳໄປສູ່ການຕັ້ງສະຖານທູດແຫ່ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ລັດຖະບານຮ່າໂນ້ຍ ໄດ້ແຕ່ງຕັ້ງສະຫາຍ ເລ ວັນ ຫຽນ ມາເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປະຈໍາຢູ່ນະຄອນຫຼວງວຽງຈັນຢ່າງສະຫງ່າຜ່າເຜີຍ ນັ້ນແມ່ນເປັນເຫດການສໍາຄັນ ແລະ ເປັນບາດລ້ຽວໃໝ່ຂອງໄຊຊະນະທາງການທູດຂອງກໍາລັງປະຕິວັດຂອງສອງພັກ ສອງຊາດ ຢ່າງແທ້ຈິງ ເຫດການທາງປະຫວັດສາດດັ່ງກ່າວ ກໍສາມາດເກີດຂຶ້ນຈາກກໍາລັງແຮງສັງລວມຂອງການປະຕິວັດຂອງສອງປະເທດ ກໍາລັງປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ພ້ອມນັ້ນ ລາວ-ຫວຽດນາມ ໄດ້ມີແນວທາງອັນເດັດດ່ຽວ ແຫຼມຄົມ ແລະ ສະຫຼາດສ່ອງໃສ ແລະ ມີສໍາພັນສູ້ຮົບທີ່ແໜ້ນແກ່ນ ພັກເຮົາຈຶ່ງສາມາດຫັນວິກິດໃຫ້ເປັນໂອກາດ ປຸກຂະບວນການປະຕິວັດໃຫ້ກວ້າງຂວາງອອກ ແລະ ເປີດສະໜາມຮົບທາງທະຫານໄປຄຽງຄູ່ກັບສະໜາມຮົບທາງການເມືອງ ການທູດຢ່າງແຂງແຮງ ການປະຕິວັດຢູ່ລາວ ແລະ ຫວຽດນາມ ຈຶ່ງເດີນໜ້າຢ່າງບໍ່ຢຸດຢັ້ງ ຕ້ານທານໄດ້ທຸກກົນອຸບາຍຂອງສັດຕູ ນໍາເອົາການປະຕິວັດຂອງສອງຊາດລາວ-ຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຢ່າງເນືອງນິດລຽນຕິດ ຈົນເຮັດໃຫ້ສອງປະເທດກ້າວສູ່ໄຊຊະນະຢ່າງສົມບູນ ແລະ ສອງປະເທດກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາ ແລະ ປົກປັກຮັກສາປະເທດຊາດ.

    ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ສອງປະເທດມີເງື່ອນໄຂສະດວກຫຼາຍກວ່າເກົ່າ ໃນການເສີມຂະຫຍາຍສາຍພົວພັນພິເສດລາວ-ຫວຽດນາມ ບົນຈິດໃຈແຫ່ງຄວາມສາມັກຄີ ຄວາມສໍາພັນສູ້ຮົບອັນເປັນມູນເຊື້ອຂອງສອງຊາດລາວ-ຫວຽດນາມ ແລະ ເພື່ອຮັບປະກັນໃຫ້ການພົວພັນລາວ-ຫວຽດນາມຂະຫຍາຍຕົວຮອບດ້ານ ແລະ ເຂົ້າສູ່ລວງເລິກ ສອງພັກ-ສອງລັດລາວ-ຫວຽດນາມ ໄດ້ເປັນເອກະພາບກັນຕົກລົງໃຫ້ມີການເຊັນ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ວັນທີ 18 ກໍລະກົດ 1977 ເຊິ່ງສົນທິສັນຍາດັ່ງກ່າວ ໄດ້ສ້າງພື້ນຖານການພົວພັນຮ່ວມມືໃນໄລຍະໃໝ່ໃຫ້ສອດຄ່ອງກັບການພົວພັນລະຫວ່າງຊາດ ແລະ ກົດໝາຍສາກົນ.

    ໃນຂະບວນການສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ປີນີ້ ຈະເຫັນຄວາມກະຕືລືລົ້ນຂອງປະຊາຊົນລາວ ປະຊາຊົນຫວຽດນາມໃນທົ່ວປະເທດ ຈະເຫັນໄດ້ບໍ່ຈັກເທົ່າໃດບົດເພງ ບົດກາບກອນ ບົດປະພັນ ບົດສົນທະນາ ບົດປາຖະກະຖາ ທີ່ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ ເຕັມໄປດ້ວຍມິດຈິດມິດໃຈ ເຊິ່ງໄດ້ສະແດງອອກເຕີມເຕັມໃຫ້ແກ່ບັນດາບົດເພງ ບົດປະພັນທີ່ເຄີຍມີມາເປັນເວລາຫຼາຍສິບປີ ໃນມະໂນພາບເຖິງມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດທີ່ຫາຍາກຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດເຮົາທີ່ມີຕໍ່ກັນນັ້ນ ມັນສະແດງອອກຢ່າງມີຊີວິດຊີວາ ຈາກສ່ວນເລິກຂອງຈິດວິນຍານຂອງປະຊາຊົນເຮົາຢ່າງແທ້ຈິງ ພັກ ລັດ ແລະ ປະຊາຊົນລາວ ເວລາໃດກໍ່ຢຶດໝັ້ນ ແລະ ຈະຮ່ວມກັບຫວຽດນາມ ສືບຕໍ່ການເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ຍືນຍົງຄົງຕົວຕາບເທົ່າກາລະນານ ເພີ່ມທະວີ ແລະ ຍົກລະດັບການຮ່ວມມືໃນແຕ່ລະຂົງເຂດວຽກງານໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ພາລະກິດ ແລະ ແນວຄິດຂອງປະທານ ໂຮຈີ່ມິນ ຜູ້ຍິ່ງໃຫຍ່ ແລະ ຂອງປະທານ ໄກສອນ ພົມວິຫານທີ່ແສນເຄົາລົບຮັກ ຍືນຍົງຢູ່ກັບພາລະກິດປະຕິວັດຂອງພັກເຮົາຕະຫຼອດໄປ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!