6 ເດືອນຕົ້ນປີ ຂະແໜງສ່ວຍສາອາກອນສາມາດປະຕິບັດໄດ້ 6.513,82 ຕື້ກີບ

    ໃນປີ 2022 ຂະແໜງສ່ວຍສາອາກອນ ໄດ້ຮັບຕົວເລກແຜນການທັງໝົດ 14.423 ຕື້ກີບ ຜ່ານການຈັດຕັ້ງ ປະຕິບັດຕົວຈິງໃນ 6 ເດືອນຕົ້ນປີ 2022 ສາມາດປະຕິບັດໄດ້ 6.513,82 ຕື້ກີບ ເທົ່າ 45,2% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 29,6% ຫຼືປະມານ 1.487,8 ຕື້ກີບ 92,41% ການເກັບການລາຍຮັບໃນ 6 ເດືອນຕົ້ນປີ 2022 ທີ່ສາມາດຍາດໄດ້ຜົນສໍາເລັດໃນລະດັບດັ່ງກ່າວ ຍ້ອນບັນດາຂະແໜງ ສ່ວຍສາອາກອນໃນຂອບເຂດທົ່ວປະເທດ ໄດ້ມີຄວາມພະຍາຍາມສຸມທຸກຄວາມສາມາດ ແລະ ສຸມສະຕິປັນຍາຂອງຕົນເພື່ອຍາດໄດ້ຜົນສໍາເລັດດັ່ງກ່າວ ພ້ອມນັ້ນ ໃນກອງປະຊຸມຍັງໄດ້ມີການປະກອບຄໍາຄິດຄໍາເຫັນເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໃຫ້ເຫັນໄດ້ຂໍ້ສະດວກ ຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານ ເພື່ອປັບປຸງແກ້ໄຂວຽກງານຕ່າງໆໃຫ້ມີຄວາມໂລ່ງລ່ຽນ ແລະ ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.

    ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຈັດຂຶ້ນລະຫວ່າງວັນທີ 18-20 ກໍລະກົດ 2022 ທີ່ໂຮງແຮມ ເມືອງແທ່ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ມີທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ບັນດາທ່ານຫົວໜ້າກົມ ຮອງຫົວໜ້າກົມ ຫົວໜ້າພະແນກ ຮອງພະແນກ ຂອງບັນດາກົມອອ້ມຂ້າງກະຊວງການເງິນ ທ່ານຫົວໜ້າ ຮອງຫົວໜ້າໜ່ວຍ ສ່ວຍສາອາກອນປະຈໍາແຂວງ ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມດັ່ງກ່າວ ໄດ້ມີການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຮັບຟັງການປະກອບຄໍາເຫັນ ແລະ ເຈາະຈີ້ມບາງບັນຫາ ນໍາສະເໜີວຽກງານຄຸ້ມຄອງເກັບລາຍຮັບ ຄຸ້ມຄອງເກັບອາກອນມູນຄ່າເພີ່ມ ຄຸ້ມຄອງເກັບລາຍຮັບບໍ່ແມ່ນພາສີ ແລະ ອາກອນ ວຽກງານບໍລິຫານຄວາມສ່ຽງ ແລະ ກວດກາ ວຽກງານຫັນເປັນທັນສະໄໝ ວຽກງານພາລະບົດບາດ ກົງຈັກ ແລະ ການຈັດຕັ້ງບຸຄະລາກອນ ແລະ ວຽກງານກວດກາພາຍໃນ ແລະ ປາກົດການຫຍໍ້ທໍ້ຂອງການປະຕິບັດໜ້າທີ່ຂອງພະນັກງານ ເຜີຍແຜ່ບັນດານິຕິກໍາໃຕ້ກົດໝາຍຈໍານວນໜຶ່ງ ວຽກງານເຝິກອົບຮົມ ແລະ ປະເມີນຜົນພະນັກງານ ການສ້າງແຜນ ແລະ ການສັງລວມສະຖິຕິ ແນະນໍາສັງລວມປະຫວັດພະນັກງານແບບພິມ ແລະ ສິ່ງພິມ ນໍາສະເໜີເຄື່ອງມືທີ່ທັນສະໄໝ ເປັນຕົ້ນ ລະບົບຄຸ້ມຄອງເກັບພາສີທີ່ດິນ ຄ່າທໍານຽມທາງ ປະຫວັດ ແລະ ການເຄື່ອນໄຫວຂອງພະນັກງານ ແລະ ອື່ນໆ.

    ໂອກາດດຳເນີນກອງປະຊຸມດັ່ງກ່າວ ທະນາຄານຮ່ວມພັດທະນາ (JDB) ໄດ້ມອບອາກອນກໍາໄລລ່ວງໜ້າໃນ 6 ເດືອນຕົ້ນປີ 2022 ຈໍານວນ 29,15 ຕື້ກວ່າກີບ ໃຫ້ລັດຖະບານ ໂດຍຕາງໜ້າຮັບຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ເປັນກຽດມອບໂດຍທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ (JDB) ພ້ອມດ້ວຍພະນັກງານວິຊາການທັງສອງພາກສ່ວນເຂົ້າຮ່ວມ.

# ຂ່າວ – ພາບ : ບຸນມີ

error: Content is protected !!