ວາງສະແດງຮູບພາບສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ

    ງານວາງສະແດງຮູບພາບ ເອກະສານ ວັດຖຸພັນ ແລະ ປຶ້ມ ພາຍໃຕ້ຫົວຂໍ້ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ຫວຽດນາມ-ລາວ” ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ຈັດຂຶ້ນວັນທີ 17 ກໍລະກົດ 2022 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຮອງຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມປີ 2022 ທ່ານ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ ປີ 2022 ບັນດາລັດຖະມົນຕີ ຮອງລັດຖະມົນຕີ ເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າກົມຮອງກົມ ແລະ ຄະນະຜູ້ແທນ ສສ ຫວຽດນາມຂົ້າຮ່ວມ.

    ໃນພິທີ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ລາຍງານໃຫ້ຮູ້ວ່າ: ຫ້ອງວ່າການສູນກາງພັກລາວ ແລະ ຫວຽດນາມ ໄດ້ນໍາເອົາຮູບພາບການເຄື່ອນໄຫວຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມມາວາງສະແດງຢູ່ສອງຈຸດຄື: ຢູ່ ລາວ ວາງສະແດງຢູ່ຫໍພິພິທະພັນ ໄກສອນ ພົມ ວິຫານ ແລະ ຢູ່ ສສ ຫວຽດນາມ ວາງສະແດງຢູ່ຫໍພິພິທະພັນການປະຕິວັດຫວຽດນາມ ເຊິ່ງການວາງສະແດງຢູ່ຫໍພິພິຕະພັນ ໄກສອນ ພົມວິຫານ ມີຮູບພາບທັງໝົດ 400 ກວ່າຮູບ ໂດຍແບ່ງອອກເປັນ 3 ພາກຄື:

  • ພາກທີ I ປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອຮ່ວມສໍາພັນສູ້ຮົບ ແລະ ການສ້າງສາຍພົວພັນການທູດລາວ-ຫວຽດນາມ ຫວຽດນາມ-ລາວ (ປີ 1930-1975)
  • ພາກທີ II ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະ ຮ່ວມມືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ (ປີ1976-1986)
  • ພາກທີ III ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ຫວຽດນາມ-ລາວ ຕະຫຼອດໄລຍະ 36 ປີ ແຫ່ງການປ່ຽນແປງໃໝ່ (ປີ 1986-2022).

# ຂ່າວ – ພາບ : ຂັນທະວີ

error: Content is protected !!