ມອບໃບຕາດິນດັດແກ້ໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນທີ່ໄດ້ຮັບຜົນກະທົບຈາກ 3 ໂຄງການ

    ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ (ຊສ ນວ) ຈັດພິທີມອບໃບຕາດິນດັດແກ້ສ່ວນເຫຼືອຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະທີ 1 ໄລຍະທີ 2 ໂຄງການກໍ່ສ້າງທາງດ່ວນ ນວ – ວັງວຽງ ແລະ ໂຄງການພັດທະນາກວມລວມໄຊເສດຖາ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກການພັດທະນາ ວັນທີ 18 ກໍລະກົດ 2022 ທີ່ພະແນກ ຊສ ນວ ເປັນກຽດມອບຂອງທ່ານ ຄຳຕັນ ແກ້ວຫາວົງ ຮອງຫົວໜ້າພະແນກ ຊສ ນວ ຕາງໜ້າຮັບໂດຍນາຍບ້ານ ມີຮອງເຈົ້າເມືອງ ຕາງໜ້າຫ້ອງການ ສຊ ເມືອງ ນາຍບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການເຂົ້າຮ່ວມ.

    ໃນພິທີ ທ່ານ ມິ່ງ ສີວົງໄຊ ຫົວໜ້າຂະແໜງທີ່ດິນ ພະແນກ ສຊ ນວ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດການດັດແກ້ສ່ວນເຫຼືອຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະທີ 1 ໄລຍະທີ 2 ໂຄງການກໍ່ສ້າງທາງດ່ວນ ນວ -ວັງວຽງ ແລະ ໂຄງການພັດທະນາກວມລວມໄຊເສດຖາ ໃຫ້ຮູ້ວ່າ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄລຍະທີ 1 ຜ່ານ ນວ ມີຄວາມຍາວ 39,7 ກິໂລແມັດ ກວມເອົາ 2 ເມືອງຄື ເມືອງນາຊາຍທອງ ມີ 24 ບ້ານ ເມືອງໄຊທານີມີ 11 ບ້ານ ມີຕອນດິນທີ່ໄດ້ຮັບຜົນກະທົບ 862 ຕອນ ໄດ້ຮັບໃນຕາດິນ ດັດແກ້ 463 ຕອນ ດັດແກ້ໃບຕາດິນສຳເລັດ 462 ຕອນ ໄລຍະ 2 ຜ່ານ ນວ 17,5 ກິໂລແມັດ ກວມ 3 ເມືອງຄື ໄຊທານີ ໄຊເສດຖາ ແລະ ເມືອງຫາດຊາຍຟອງ ມີດິນທີ່ຖືກຜົນກະທົບ 584 ຕອນ ໄດ້ຮັບໃບຕາດິນຈາກຫ້ອງການປະສານງານ 331 ຕອນ ດັດແກ້ໃບຕາດິນສຳເລັດ 322 ຕອນ ໂຄງການກໍ່ສ້າງທາງດ່ວນ ນວ ຫາ ວັງວຽງມີຄວາມຍາວ 31.2 ກິໂລແມັດ ມີຕອນດິນທີ່ໄດ້ຮັບຜົນກະທົບ 603 ຕອນ ດັດແກ້ໃບຕາດິນສຳເລັດ 387 ຕອນ ມີດິນທີ່ບໍ່ຂຶ້ນທະບຽນອອກໃບຕາດິນ 184 ຕອນ ສ່ວນໂຄງການພັດທະນາກວມລວມເມືອງໄຊເສດຖາ ມີເນື້ອທີ 2.000 ເຮັກຕາ ໃນນັ້ນ ມີຕອນດິນທີ່ໄດ້ຮັບຜົນກະທົບ 368 ຕອນ ໄດ້ຈ່າຍຄ່າທົດແທນແລ້ວ 355 ຕອນ ເຈົ້າຂອງທີ່ດິນບໍ່ຍອມຮັບຄ່າທົດແທນ 13 ຕອນ ດັດແກ້ໃບຕາດິນ 355 ຕອນ ສຳລັບພິທີມອບຄັ້ງນີ້ແມ່ນໄດ້ມອບໃບຕາດິນດັດແກ້ໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນທີ່ໄດ້ຮັບຜົນກະທົບຈາກບັນດາໂຄງການດັ່ງກ່າວ 305 ຕອນ ນອກຈາກນີ້ ກໍໄດ້ຮັບຟັງການໂອ້ລົມຂອງທ່ານ ຄຳຕັນ ແກ້ວຫາວົງ ອີກດ້ວຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!