ງານສັບປະດາແຫ່ງ ສ ເກົາຫຼີ ປະຈຳປີ 2022

    ສະຖານທູດ ສ ເກົາຫຼີ ປະຈໍາລາວ ຈັດງານສັບປະດາແຫ່ງ ສ ເກົາຫຼີ ຂຶ້ນລະຫວ່າງວັນທີ 17-18 ກໍ ລະກົດ 2022 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ອິມມຸຮົງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີການຕ່າງປະເທດ ພ້ອມດ້ວຍບັນດາແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ອິມມຸຮົງ ໄດ້ກ່າວວ່າ: ສັບປະດາແຫ່ງເກົາຫຼີ ປະຈໍາປີ 2022 ເຊິ່ງເປັນທ້າຍອາທິດ ໃນໄລຍະຜ່ານມາ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ ເຮັດໃຫ້ສະຖານທູດພວກເຮົາບໍ່ສາ ມາດຈັດງານເທສະການສັບປະດາແຫ່ງເກົາຫຼີ ເປັນເວລາ 2 ປີ ແລະ ມີບາງງານ ກໍສາມາດຈັດໄດ້ພຽງແຕ່ທາງອອນລາຍເທົ່ານັ້ນ ງານຄັ້ງນີ້ ໄດ້ຈັດຂຶ້ນເປັນໄລຍະເວລາສັ້ນໆພຽງແຕ່ 2 ວັນເທົ່ານັ້ນ ແຕ່ເປັນງານທີ່ມີຄວາມໝາຍສໍາຄັນ ເປັນການປະກອບສ່ວນສາຍພົວພັນການທູດ ລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ ການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.

    ງານຄັ້ງນີ້ ນອກຈາກມີການວາງສະແດງສິນຄ້າ ຜະລິດຕະພັນຈາກ ສ ເກົາຫຼີ ການສາທິດການປຸງ ແຕ່ງອາຫານ ແລະ ຈັດໃຫ້ມີການ ແຂ່ງຂັນ K-POP World Festival ຮອບຄັດເລືອກ ໃນປີນີ້ ມີຜູ້ສະໝັກເຖິງ 27 ທີມ ໂດຍໃນນັ້ນມີ 13 ທີມ ໄດ້ຜ່ານການຄັດເລືອກເຂົ້າຮອບຊິງຊະນະເລີດຢູ່ລາວ ແລະ ຈະໄດ້ມາສະແດງຢູ່ເວທີຄັ້ງນີ້ໃຫ້ບັນດາທ່ານໄດ້ຮັບຊົມ ໃນຮອບຄັດເລືອກນີ້ ພວກເຮົາຈະໄດ້ເລືອກເອົາ 5 ທີມ ທີ່ດີເດັ່ນ ເພື່ອໃຫ້ລາງວັນ ໂດຍໃນນັ້ນ 3 ທີມ ( 2 ທີມ ທີ່ເຕັ້ນ ແລະ 1 ທີມ ທີ່ຮ້ອງເພັງ ) ທີ່ເດັ່ນກວ່າໝູ່ ຈະໄດ້ໂອກາດໄປເຂົ້າຮ່ວມແຂ່ງຂັນຮອບຊິງຊະນະເລີດ ຢູ່ໃນງານ K-POP World Festival ທີ່ເມືອງຊັ່ງວອນ ຂອງປະເທດ ສ ເກົາຫຼີ ໃນທ້າຍປີນີ້.

    ທ່ານ ບຸນເຫຼືອ ພັນດານຸວົງ ກ່າວວ່າ: ງານຄັ້ງນີ້ ນອກຈາກເປັນການແລກປ່ຽນທາງດ້ານວັດທະນະທຳ ແລ້ວ ຍັງເປັນການປະກອບສ່ວນເສີມສ້າງສາຍພົວພັນຂອງສອງປະເທດໃຫ້ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ປັດຈຸບັນ ການພົວພັນຮ່ວມມືຂອງສອງປະເທດ ແມ່ນມີຫຼາຍໆຂະແໜງການ ແຕ່ໃນນັ້ນ ເດັ່ນກວ່າໝູ່ແມ່ນການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ກາຍເປັນການຮຽນຮູ້ ເຂົ້າໃຈ ໃຫ້ມີຄວາມສະໜິດສະໜົມມກັນຫຼາຍຂຶ້ນ ປະກອບສ່ວນເຂົ້າໃນການແລກປ່ຽນພົວພັນເຊິ່ງກັນ ແລະ ກັນ ໄປໃນຕົວ ແລະ ງານໃນຄັ້ງນີ້ ບໍ່ພຽງແຕ່ເປັນເປັນງານແນະນໍາວັດທະນະທໍາຂອງ ສ ເກົາຫຼີ ເທົ່ານັ້ນ ມັນຍັງຈະເປັນສະຖານທີ່ເຕົ້າໂຮມກັນເພື່ອທໍາຄວາມຮູ້ຈັກ ແລະ ສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເຮັດໃຫ້ສາຍພົວ ພັນຮ່ວມມືນັບມື້ເພີ່ມທະວີຕໍ່ໄປໃນອະນາຄົດ.

# ຂ່າວ – ພາບ : ບຸນມີ

error: Content is protected !!