ສີສັດຕະນາກ ຫາລືວາງແຜນໂຕ້ຕອບ-ແກ້ໄຂການລະບາດຂອງພະຍາດໄຂ້ຍຸງລາຍ

    ກອງ​ປະຊຸມປຶກສາຫາລືວາງແຜນໂຕ້ຕອບ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ຍຸງລາຍ ໃນເມືອງສີສັດຕະນາກ ຈັດຂຶ້ນວັນທີ 18 ກໍລະກົດ 2022 ທີ່ສະໂມສອນເມືອງສີສັດຕະນາກ ໂດຍມີທ່ານ ທິນນະກອນ ທອງຄໍາ ຮອງເຈົ້າເມືອງສີສັດຕະນາກ ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ທ່ານ ທະນົງສັກ ຈິດປະເສີດ ຫົວໜ້າຫ້ອງການສາທາລະນະສຸກເມືອງສີສັດຕະນາກ ພ້ອມດ້ວຍຫົວໜ້າຂະແໜງ ຫົວໜ້າຫ້ອງການອ້ອມຂ້າງເມືອງ ນາຍບ້ານ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ທະນົງສັກ ຈິດປະເສີດ ກ່າວວ່າ: ຄືບັນດາທ່ານໄດ້ຮັບຮູ້ແລ້ວວ່າ ວຽກງານສາທາລະນະສຸກ ຫຼື ວຽກງານກ່ຽວກັບການຮັກສາສຸຂະພາບ ໂດຍສະເພາະການມີສ່ວນຮ່ວມໃນວຽກງານຕ້ານພະຍາດໄຂ້ຍຸງລາຍ ເມື່ອຟັງເບິ່ງແລ້ວ ຄືຊິເຮັດບໍ່ໄດ້ຍາກເທົ່າໃດ ແຕ່ໃນພາກການຈັດຕັ້ງປະຕິບັດຕົວຈິງແລ້ວ ແມ່ນເປັນວຽກງານໜຶ່ງທີ່ພົບຄວາມຫຍຸ້ງຍາກຫຼາຍພໍສົມຄວນ ຍ້ອນວ່າປະຊາຊົນລາວ ເວົ້າລວມ ເວົ້າສະເພາະແມ່ນຊາວນະຄອນຫຼວງຂອງພວກເຮົາ ສ່ວນຫຼາຍຍັງບໍ່ທັນມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການມີສ່ວນຮ່ວມ ແລະ ເປັນເຈົ້າການຕ້ານພະຍາດໄຂ້ຍຸງລາຍ (ຍັງເຂົ້າໃຈວ່າວຽກງານດັ່ງກ່າວ ແມ່ນເປັນວຽກງານຂອງຂະແຫນງການສາທາລະນະສຸກພຽງຝ່າຍດຽວ) ໃນຄວາມເປັນຈິງແລ້ວ ການປ້ອງກັນ ແລະ ຕ້ານພະຍາດດັ່ງກ່າວ ແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ຍ້ອນວ່າສຸຂະພາບເປັນຂອງໝົດທຸກຄົນ ທຸກຄົນຈະຕ້ອງໄດ້ມີສ່ວນຮ່ວມ.

    ສໍາລັບ ສປປ ລາວ ການລະບາດຂອງພະຍາດໄຂ້ຍຸງລາຍຄັ້ງໃຫຍ່ ເກີດຂຶ້ນ 3 ຄັ້ງ ຄື:ໃນຊຸມປີ 1998 ແລະ 2013 ແລະ 2019 ເຊິ່ງເປັນປີມີຄົນເຈັບຫຼາຍ ຄື: ປີ 1998 ມີ: 17.500 ກໍລະນີ ປີ 2013 ມີ: 44.250 ເສຍຊີວິດ 95 ກໍລະນີ ແລະ ປີ 2019 ມີ 39.091 ກໍລະນີ ເສຍຊີວິດ 76 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນ ກໍແມ່ນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຫຼາຍພໍສົມຄວນ ຄືໃນຊຸມປີ 2013 ມີເຖິງ 8.458 ກໍລະນີ ເສຍຊີວິດ 26 ກໍລະນີ ແລະ ຊຸມປີ 2019 ມີ: 10.813 ກໍລະນີ ແລະ ເສຍຊີວິດເຖິງ 25 ກໍລະນີ.

    ໃນປີ 2022 ຈາກຕົ້ນປີ ມາເຖິງວັນທີ 17 ກໍລະກົດ 2022 ທົ່ວປະເທດມີຄົນເຈັບໄຂ້ຍຸງລາຍ 9.344 ເສຍຊີວິດ 12 ກໍລະນີ ໃນນີ້ ນະຄອນຫຼວງວຽງຈັນ ມີກໍລະນີຄົນເຈັບສູງກວ່າໝູ່ ເປັນອັນດັບ 1 ຂອງປະເທດ ມີ: 4.874 ກໍລະນີ ແລະ ເສຍຊີວິດ 5 ກໍລະນີ ຮອງລົງມາແມ່ນແຂວງສາລະວັນ ມີ: 824 ເສຍຊີວິດ 2 ກໍລະນີ ແຂວງອັດຕະປື ມີ: 637 ເສຍ ຊີວິດ 3 ກໍລະນີ ແຂວງຊຽງຂວາງ ມີ: 24 ເສຍຊີວິດ 1 ກໍລະນີ ອຸດົມໄຊ 170 ກໍລະນີ ເສຍຊີວິດ 1 ກໍລະນີ ໃນນະຄອນຫຼວງວຽງຈັນ ມີກໍລະນີລາຍງານທັງໝົດ 9 ເມືອງ ກວມເອົາ 363 ບ້ານ (ກວມເຖິງ 75,46% ຂອງບ້ານທັງໝົດໃນນະຄອນຫຼວງ) ເມືອງທີ່ມີກໍລະນີລາຍງານສູງກວ່າໝູ່ແມ່ນເມືອງໄຊທານີ ມີ 1.419 ເສຍຊີວິດ 1 ກໍລະນີ ຮອງລົງມາໄຊເສດຖາ ມີ 1.032 ເສຍຊີວິດ 1 ກໍລະນີ ສີໂຄດຕະບອງ ມີ 670 ເສຍຊີວິດ 1 ກໍລະນີ ສີສັດຕະນາກ ມີ 480 ເສຍຊີວິດ 0 ກໍລະນີ ຈັນທະບູລີ ມີ 501 ເສຍຊີວິດ 2 ກໍລະນີ ຫາດຊາຍຟອງ ມີ 392 ເສຍຊີວິດ 0 ກໍລະນີ ນາຊາຍທອງ ມີ 306 ເສຍຊີວິດ 0 ກໍລະນີ ເມືອງປາກງື່ມ ມີ 41 ເສຍຊີວິດ 0 ກໍລະນີ ແລະ ເມືອງ ສັງທອງ ມີ 30 ເສຍຊີວິດ 0 ກໍລະນີ.

    ໃນກອງປະຊຸມອັນມີຄວາມຫມາຍຄວາມສໍາຄັນນີ້ ຂ້າພະເຈົ້າຂໍເນັ້ນໜັກໃຫ້ທຸກພາກສ່ວນເປັນເຈົ້າການ ພ້ອມກັນໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ບັນດາມາດຕະການຕ່າງໆ ທີ່ສໍາຄັນໃນການຄວບຄຸມພະຍາດ ກໍຄືການຫັນເອົາຊຸມຊົນເປັນຂໍກຸນແຈສໍາຄັນໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ຂ້າພະເຈົ້າຂໍສະເໜີບາງເນື້ອໃນເນັ້ນໜັກ ຄື:ການເປັນເຈົ້າການຂອງບຸກຄົນ ຄອບຄົວ ແລະ ຊຸມຊົນໃນສັງຄົມ ໃຫ້ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດຫຼັກການ 5 ປ ດ້ວຍຕົນເອງ ເຊິ່ງຂະແໜງສາທາລະນະສຸກໄດ້ເປັນຜູ້ເຜີຍແຜ່ ແລະ ແນະນໍາວິທີປະຕິບັດ ສ່ວນການປະຕິບັດຕົວຈິງກໍຕ້ອງແມ່ນພາລະໜ້າທີ່ຂອງທຸກຄົນ ຄອບຄົວ ຕ້ອງເປັນເຈົ້າການປະຕິບັດດ້ວຍຕົນເອງ ເພາະວ່າຍຸງລາຍແມ່ນເກີດ ແລະ ແຜ່ພັນຢູ່ນໍາເຮືອນຂອງພວກເຮົາເອງ ສະເໜີໃຫ້ອໍານາດການປົກຄອງທຸກຂັ້ນ ອສບ ຖືເອົາວຽກງານນີ້ເປັນວຽກງານບູລິມະສິດ ແລະ ມີການມອບໝາຍແຕ່ງຕັ້ງຄະນະຮັບຜິດຊອບວຽກດັ່ງກ່າວຢ່າງລະອຽດ ມີການຕິດຕາມ ມີການກວດກາ ແລະ ປະເມີນ ການທໍາລາຍແຫຼ່ງເພາະພັນຍຸງລາຍເປັນປະຈໍາໃນແຕ່ລະອາທິດ ເຮັດຢ່າງຕໍ່ເນື່ອງ ຢ່າງໜ້ອຍໃຫ້ໄດ້ 4 ອາທິດຕິດຕໍ່ກັນ ຈຶ່ງຈະສາມາດຕັດວົງຈອນຂອງຍຸງລາຍໄດ້ ຂໍໃຫ້ຄະນະນໍາຂອງເມືອງມີການຈັດຕັ້ງແບ່ງຄວາມຮັບຜິດຊອບ ໃນການຊີ້ນໍາ-ນໍາພາ ເປັນກຸ່ມບ້ານ ເມື່ອຕິດຕາມຊຸກຍູ້ ແລະ ປຸກລະດົມໃນການສ້າງຂະບວນການຢ່າງຕໍ່ເນື່ອງ ຈົນກວ່າຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ຂໍໃຫ້ມີການຈັດຕັ້ງປະຕິບັດ ແລະ ມີຄວາມເປັນເຈົ້າການ ຄື:ການໄລຍະຕໍ່ສູ້ກັບພະຍາດໂຄວິດ-19 ໃນໄລຍະທີ່ຜ່ານມາ ທີ່ພວກເຮົາສາມາດຍາດໄດ້ຜົນສໍາເລັດໃນໄລຍະຜ່ານມາ ໃຫ້ທຸກໆບ້ານນໍາໃຊ້ສື່ໂຄສະນາ ແລະກະຈາຍຂ່າວສານ ໂດຍການເປີດໂທລະໂຄ່ງຂອງບ້ານທຸກໆວັນ ພາກເຊົ້າ ແລະ ແລງ ເພື່ອເປັນການໂຄ ສະນາປູກຈິດສໍານຶກໃຫ້ຊຸມຊົນມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມຕໍ່ການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ແລະ ໃຫ້ແຕ່ລະບ້ານມີການລາຍງານການເຄື່ອນໄຫວ ໃນການສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍເປັນປະຈໍາໃນແຕ່ລະວັນ ແຕ່ລະອາທິດ ໃຫ້ເມືອງ ເມືອງມີການລາຍງານໃຫ້ນະຄອນຫຼວງ ແລະ ນະຄອນຫຼວງ ລາຍງານໃຫ້ກະຊວງ ເພື່ອເປັນການຕິດຕາມ ປະເມີນສະຖານະການ ແລະ ວາງມາດຕະການໃຫ້ແທດເໝາະ ໃນແຕ່ລະໄລຍະຂອງການລະບາດ ເພື່ອຄວບຄຸມພະຍາດໃຫ້ທັນເວລາ.

# ຂ່າວ – ພາບ :  ສີພອນ

error: Content is protected !!