ປະດັບຫຼຽນກຽດຕິຄຸນ ໃຫ້ອະດີດລັດຖະມົນຕີກະຊວງສາທາລະນະສຸກ

    ພິທີປະດັບຫຼຽນກຽດຕິຄຸນ ໃຫ້ແກ່ທ່ານ ຮສ.ດຣ ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາ ລະນະສຸກ ຈັດຂຶ້ນວັນທີ 15 ກໍລະກົດ 2022 ຜ່ານມາ ທີ່ເຮືອນພັກຂອງເອກອັກຄະລາຊະທູດຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ ເຊິ່ງຫຼຽນດັ່ງກ່າວນີ້ ເປັນໜຶ່ງໃນຫຼຽນກຽດຕິຄຸນອັນຊົງກຽດທີ່ສຸດຂອງພົນລະເມືອງຍີ່ປຸ່ນ ໂດຍຕາງໜ້າລັດຖະບານຍີ່ປຸ່ນ ກ່າວມອບຂອງທ່ານ ໂຄບະປະຊິ ເຄັນອິຈິ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ມີທ່ານ ດຣ.ພຸດ ສິມມາລະວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ ທ່ານ ດຣ.ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ໃນພິທີ ທ່ານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີກັບທ່ານ ຮສ.ດຣ ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ແລະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກັບການປະກອບສ່ວນທີ່ສຳຄັນຂອງທ່ານ ໃນການສົ່ງເສີມສາຍພົວພັນມິດຕະພາບລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ໃນຂະແໜງການສາທາລະນະສຸກເປັນເວລາຍາວນານ ໃນໄລຍະດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງສາທາລະນະສຸກ 2016-2021 ທ່ານ ຮສ.ດຣ ບຸນກອງ ສີຫາວົງ ໄດ້ສະຫຼຸບ “ບົດບັນທຶກການຮ່ວມມື (MOC) ລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ໃນຂະແໜງສາທາລະນະສຸກ” ບົດບັນທຶກການຮ່ວມມືນັ້ນ ອີງໃສ່ໂຄງການລິເລີ່ມດ້ານຂະແໜງການສາທາລະນະສຸກ ແລະ ສະຫວັດດີການຂອງອາຊີ (AHWIN) ເຊິ່ງເປັນໂຄງການລິເລີ່ມໂດຍລັດຖະບານຍີ່ປຸ່ນ ເພື່ອແນໃສ່ການຮຽນຮູ້ສັງຄົມທີ່ມີຊີວິດຊີວາ ເພື່ອຊີວິດທີ່ຍືນຍາວ ແລະ ເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຢືນຍົງໃນຂົງເຂດປະເທດອາຊີ. ທ່ານ ຮສ.ດຣ ບຸນກອງ ສີຫາວົງ ຍັງໄດ້ປະກອບສ່ວນຢ່າງຫ້າວຫັນ ເພື່ອສົ່ງເສີມການປັບປຸງຄຸນະພາບດ້ານການບໍລິການທາງດ້ານສາທາລະນະສຸກ ແລະ ການຈັດຕັ້ງປະຕິບັດລະບົບໃບປະກອບອາຊີບສຳລັບພະຍາບານໃນ ສປປ ລາວ ຜ່ານການຮັບຮອງເອົາການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ລວມທັງທີ່ປືກສານະໂຍບາຍດ້ານສາທາລະນະສຸກຂອງອົງການ JICA ພະຍາບານ ວິຊາການຫ້ອງປະຕິບັດການດ້ານຄລີນິກ ແລະ ວິຊາການດ້ານລັງສີວິທະຍາ ໃນນາມອາສາສະໝັກຮ່ວມມືສາກົນຍີ່ປຸ່ນ (JOCV) ໃນໄລຍະທີ່ທ່ານດຳລົງຕຳແໜ່ງເປັນຮອງລັດຖະມົນຕີກະຊວງສາທາລະນະສຸກ 2011-2016 ທ່ານກໍມີສ່ວນຮ່ວມໃນການເສີມຂະຫຍາຍສາຍພົວພັນອັນດີກັບສະຖາບັນການແພດ ແລະ ການສຶກສາຂອງຍີ່ປຸ່ນ ແລະ ສປປ ລາວ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!