ສະຫະພັນແມ່ຍິງ ນວ ສ້າງຂະບວນການອອກແຮງງານວັນເສົາແດງ

    ວັນທີ 16 ກໍລະກົດ 2022 ໂດຍການນໍາພາຂອງທ່ານ ນາງ ໂຄຕາມິນ ພົງຍາລັກ ຮອງປະທານສະຫະພັນແມ່ຍິງ ນວ ມີ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງພະແນກການ ອົງການທຽບເທົ່າ ແລະ ເມືອງອ້ອມຂ້າງເຂົ້າຮ່ວມ 2.000 ກວ່າຄົນ ໄດ້ຮ່ວມກັນອອກແຮງງານວັນເສົາແດງ ຢູ່ຖະໜົນຕັດໃໝ່ ດົງນາໂຊກ-ໜອງບຶກ ຢ່າງເປັນຂະບວນຟົດຟື້ນ.

    ທ່ານນາງ ໂຄຕາມິນ ພົງຍາລັກ ໃຫ້ສໍາພາດວ່າ: ການສ້າງຂະບວນເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ຄົບຮອບ 67 ປີ ຕິດພັນກັບການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມໃຫ້ເປັນຂະບວນຟົດຟື້ນ ພ້ອມນັ້ນ ຍັງເປັນການສ້າງຂະບວນຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ຂອງພັກ ເຊິ່ງການສ້າງຂະບວນການດັ່ງກ່າວ ໄດ້ປູກລະດົມເອົາ 3 ອົງການຈັດຕັ້ງມະຫາຊົນ ໃນ 48 ພະແນກການ ແລະ 9 ຕົວເມືອງ ອອກແຮງງານອະນາໄມ ປັດກວາດ ຕັດຫຍ້າ ແລະ ເກັບຂີ້ເຫຍື້ອອອກຈາກຄູກາງທາງເສັ້ນທາງຕັດໃໝ່ໜອງບຶກ-ດົງນາໂຊກ ທີ່ມີໄລຍະ 2.500 ແມັດ ເພື່ອໃຫ້ເສັ້ນທາງດັ່ງກ່າວມີຄວາມສະອາດຈົບງາມ ແລະ ປະຕິບັດນະໂຍບາຍ ສໍ ສີຂຽວ ຂອງ ນວ ໃຫ້ປາກົດຜົນເປັນຈິງ.

# ຂັນທະວີ

error: Content is protected !!