ທົດລອງຈໍາໜ່າຍໝາກຖົ່ວລຽນຢູ່ຕະຫຼາດພາຍໃນ ເພື່ອກ້າວໄປສູ່ການສົ່ງອອກ

    ທ່ານນາງ ບຸນຕ້ອມ ສຸດທະລີ ຕົວແທນຊາວສວນຖົ່ວລຽນປາກຊ່ອງປອດສານພິດໃຫ້ສໍາພາດວັນທີ 17 ກໍລະກົດ 2022 ວ່າ: ຕົນໄດ້ດໍາເນີນທຸລະກິດກະສິກໍາ ດ້ວຍການສົ່ງເສີມປະຊາຊົນປູກໄມ້ວິກ ແລະ ໝາກກ້ວຍເປັນສິນຄ້າສົ່ງອອກໄປ ສປ.ຈີນ ແລະ ເຫັນວ່າຕະຫຼາດທີ່ ສປ ຈີນ ມີຄວາມຕ້ອງການໝາກຖົ່ວລຽນເປັນຈໍານວນຫຼາຍ ເຊິ່ງຢູ່ປະເທດເຮົາ  ໂດຍສະເພາະເຂດເມືອງປາກຊ່ອງ ແຂວງຈໍາປາສັກ ປະຊາຊົນໄດ້ປູກໝາກຖົ່ວລຽນເປັນຈໍານວນຫຼາຍ ຜົນຜະລິດບໍ່ເປັນທີ່ຕ້ອງການຂອງຕະຫຼາດ ຫຼື ຜະລິດແລ້ວບໍ່ມີຕະຫຼາດຈໍາໜ່າຍ ດັ່ງນັ້ນຕົນຈຶ່ງໄດ້ເຂົ້າໄປຊຸກຍູ້ສົ່ງເສີມພໍ່ແມ່ປະຊາຊົນຜະລິດ ໃນເບື້ອງຕົ້ນ ໄດ້ທົດລອງນໍາຜົນຜະລິດມາຈໍາໜ່າຍຕະຫຼາດພາຍໃນກ່ອນ ໂດຍໄດ້ເລີ່ມມາແຕ່ປີ 2021 ເປັນຕົ້ນມາ ຜ່ານການຈໍາໜ່າຍ ເຫັນວ່າຜົນໄດ້ຮັບຈາກສັງຄົມດີສົມຄວນ ສະເລ່ຍຜົນຜະລິດຈາໜ່າຍປີຜ່ານມາປະມານ 8 ໂຕນ ສະເພາະປີ 2022 ໄດ້ເລີ່ມຈໍາໜ່າຍຜົນຜະລິດມາແຕ່ທ້າຍເດືອນມິຖຸນາເປັນຕົ້ນມາ ຮອດປັດຈຸບັນ ຈໍາໜ່າຍໄປແລ້ວ 6 ໂຕນ ຈາກຜົນການຈໍາໜ່າຍປີນີ້ ເຫັນວ່າຜົນຜະລິດດີຂຶ້ນຫຼາຍກວ່າປີທີ່ຜ່ານມາ ແລະ ຈະຈໍາໜ່າຍໄປຈົນໝົດລະດູການ ກໍຄືທ້າຍເດືອນກໍລະກົດ ຫຼື ຮອດຕົ້ນເດືອນສິງຫາ ເຊິ່ງລູກຄ້າສົນໃຈຊື້ໄປຈໍາໜ່າຍ ຫຼື ຊື້ໄປກິນເອງ ສາມາດຊື້ໄດ້ທີ່ຕະຫຼາດກະສິກໍາສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນວັນພຸດ ແລະ ວັນເສົາຂອງທຸກໆອາທິດ ແລະ ສາມາດຊື້ໄດ້ທີ່ຮ້ານສະດວກຊື້ອິນຊີມາກ ຖະໜົນໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນອກນີ້ ໃນອະນາຄົດຖ້າຜົນຜະລິດຫາກໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດຕ່າງປະເທດຕົນກໍຈະຂະຫຍາຍຕະຫຼາດອອກນອກປະເທດຕື່ມອີກ.

    ທ່ານ ນາງ ບຸນຕ້ອມ ສຸດທະລີ ໃຫ້ຮູ້ຕື່ມອີກວ່າ: ເພື່ອໃຫ້ສັງຄົມ ກໍຄືຜູ້ບໍລິໂພກຫັນມາບໍລິໂພກ ແລະ ຊຸກຍູ້ສົ່ງເສີມຜະລິດຕະພັນລາວໃຫ້ນັບມື້ຫຼາຍຂຶ້ນ ຫຼຸດຜ່ອນການນໍາເຂົ້າໝາກຖົ່ວລຽນຈາກປະເທດເພື່ອນບ້ານ ຕົນຈະເປັນຜູ້ຊຸກຍູ້ສົ່ງເສີມດ້ານການຕະຫຼາດ ສ່ວນພາກລັດກໍຄືກະຊວງກະສິກໍາ ແລະ ປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຈະໃຫ້ການຊຸກຍູ້ສົ່ງເສີມທາງດ້ານວິຊາການ ດ້ວຍການເນັ້ນປະຊາຊົນໃຊ້ຝຸ່ນທໍາມະຊາດ ບໍ່ມີສານເຄມີປະປົນ ແລະ ຄໍາແນະນໍາອື່ນໆ ເພື່ອຮັບປະກັນໃຫ້ຜົນຜະລິດໄດ້ມາດຕະຖານ ເປັນທີ່ຕ້ອງການຂອງຕະຫຼາດ ປະກອບມີສາຍພັນໝອນທອງ ແລະ ສາຍພັນມາເລເຊຍ ຈໍາໜ່າຍໃນລາຄາ 65.000-70.000 ກີບຕໍ່ກິໂລ ເຊິ່ງຜົນລະລິດດັ່ງກ່າວ ສາມາດຈໍາໜ່າຍໄດ້ລະດູດຽວກໍຄືປີລະຄັ້ງ.

# ຂ່າວ – ພາຍ: ຂັນທະວີ

error: Content is protected !!