ວັນທີ 17 ກໍລະກົດ 2022 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ຫວໍ ວັນ ເຖື້ອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນຳລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ທີ່ຈະຈັດຂຶ້ນໃນວັນທີ 18 ກໍລະກົດ 2022 .

ໃນໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ຫວໍ ວັນ ເຖື້ອງ ທີ່ໄດ້ນຳພາຄະນະເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ- ຫວຽດນາມ ກໍຄື ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດ ນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ເຊິ່ງເປັນການປະກອບສ່ວນອັນສຳຄັນເຮັດໃຫ້ການສະເຫຼີມ ສະຫຼອງ 2 ວັນປະຫວັດສາດ ດັ່ງກ່າວ, ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ, ຮັກສາໄດ້ຄວາມສາມັກຄີ, ປອງດອງ ອັນແໜ້ນແຟ້ນ, ສະໜິດສະໜົມ ລະຫວ່າງປະຊາຊົນ ສອງຊາດ ລາວ-ຫວຽດນາມ, ທັງເປັນການປະກອບສ່ວນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໃນທຸກຂົງເຂດວຽກງານໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຕະຫຼອດໄປ, ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຂຶ້ນຢ່າງບໍ່ຢຸດຢັ້ງ.

ສະຫາຍ ຫວໍ ວັນ ເຖື້ອງ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາ ສປປ ລາວ ໃນຄັ້ງນີ້, ກໍຄືແຜນການເຄື່ອນໄຫວເຂົ້າຮ່ວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ, ພ້ອມທັງຢືນຢັນວ່າ ຈະປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນຄັ້ງນີ້, ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.
