ເຜີຍແຜ່ຜົນຮ້າຍພະຍາດໄຂ້ຍຸງລາຍ ແລະ ປຸກລະດົມຂະບວນການທຳລາຍແຫຼ່ງເພາະພັນ ໜອນນໍ້າຍຸງລາຍ

     ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ (ນວ) ຈັດພິທີເຜີຍແຜ່ຜົນຮ້າຍຂອງພະຍາດໄຂ້ຍຸງລາຍ ແລະ ການປຸກລະດົມການສ້າງຂະບວນການອະນາໄມທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍທົ່ວເມືອງໄຊທານີ ປະຈຳປີ 2022 ໃນວັນທີ 16 ກໍລະກົດ 2022 ທີ່ສະໂມສອນເມືອງໄຊທານີ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍຮອງລັດຖະມົນຕີ ຄະນະກົມ ຄະນະສູນ ອົງການປົກຄອງ ນວ ພະແນກສາທາລະນະສຸກ ນວ ອົງການປົກຄອງເມືອງ ບ້ານ ແລະ ອາສາສະໝັກບ້ານ (ອສບ).

     ໃນພິທີ ທ່ານ ຄຳປະດິດ ເຂັມມານິດ ໄດ້ລາຍງານສະພາບໄຂ້ຍຸງລາຍໃນທົ່ວເມືອງບາງຕອນວ່າ ນັບແຕ່ຕົ້ນປີມາຮອດວັນທີ 13 ກໍລະກົດ ນວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 4.154 ກໍລະນີ ເສຍຊີວິດ 5 ກໍລະນີ ກວມ ໃນ 9 ເມືອງ 363 ບ້ານ ໃນນີ້ ເມືອງໄຊທານີເປັນເມືອງທີ່ມີຜູ້ຕິດເຊື້ອສູງເຖິງ 1.216 ກໍລະນີ ເສຍຊີວິດ 1 ຄົນ ໃນຈຳນວນ 93 ບ້ານ ຕໍ່ກັບສະພາບການດັ່ງກ່າວ ອົງການປົກຄອງເມືອງ ຮ່ວມກັບບັນດາພາກສ່ວນກ່ຽວຂ້ອງ ປຸກລະດົມຂະບວນການຕ້ານພະຍາດໄຂ້ຍຸງລາຍ ປ່ອຍປາຫາງນົກຍຸງ ສຳຫຼວດໜອນນໍ້າຍຸງລາຍ ລົງໂຄສະນາສຶກສາ ສ້າງຂະບວນການອະນາໄມລວມທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ພົ່ນຢາຂ້າເຊື້ອ ແຈກຢາຂ້າໜອນນໍ້າຍຸງລາຍ ແລະ ອື່ນໆ.

      ທ່ານ ບຸນແຝງ ພູມມະໄລສິດ ໄດ້ແນະນຳວຽກງານກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ຍຸງລາຍ ໂດຍໄດ້ເນັ້ນໃຫ້ທຸກພາກສ່ວນຕ້ອງເປັນເຈົ້າການນຳພາ ແລະ ໃຫ້ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍໃຊ້ມາດຕະການທີ່ສຳຄັນ ຫັນເອົາການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ ຄອບຄົວ ໃນການປະຕິບັດຫຼັກການ 5 ປ ແລະ ຫ້າມເດັດຂາດ ເວລາເຈັບເປັນ ບໍ່ໃຫ້ຊື້ຢາມາກິນເອງ ແລະ ປິ່ນປົວຕົນເອງຢູ່ບ້ານໂດຍການໃສ່ນໍາທະເລ ເພາະອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້.

error: Content is protected !!