ທົ່ວນະຄອນຫຼວງ ມີນັກສອບເສັງຈົບຊັ້ນ ມ.7 ຈຳນວນ 9.369 ຄົນ

    ການສອບເສັງຈົບຊັ້ນ ມ.7 ປະຈຳສົກຮຽນ 2021-2022 ທົ່ວນະຄອນຫຼວງວຽງຈັນ (ນວ) ດຳເນີນຂຶ້ນລະຫວ່າງວັນທີ 15-16 ກໍລະກົດ 2022 ເຊິ່ງຈັດເປັນ 22 ສູນສອບເສັງ ມີຈຳນວນນັກຮຽນເຂົ້າຮ່ວມ ສອບເສັງທັງໝົດ 9.369 ຄົນ ຍິງ 4.856 ຄົນ ແບ່ງເປັນ 467 ຫ້ອງສອບເສັງ ສະເລ່ຍຫ້ອງລະ 20 ຄົນ ຈຳນວນກຳມະການຢາມຫ້ອງ 1.201 ຄົນ ສອບເສັງ 6 ວິຊາ ຄື: ວິຊາຄະນິດສາດ ພາສາລາວ-ວັນນະຄະດີ ກຸ່ມວິຊາວິທະຍາສາດທຳມະຊາດ (ຟີຊິກສາດ ເຄມີສາດ ແລະ ຊີວະສາດ) ກຸ່ມວິທະຍາສາດສັງຄົມ (ພູມສາດ ປະຫວັດສາດ ສຶກສາພົນລະເມືອງ) ແລະ ພາສາອັງກິດ ເຊິ່ງເປັນສົກຮຽນທຳອີດທີ່ເອົາພາສາອັງກິດເຂົ້າສອບເສັງຈົບຊັ້ນ ມ.7.

    ໃນວັນທີ 16 ກໍລະກົດ 2022 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ທັງເປັນປະທານການສອບເສັງຈົບຊັ້ນມັດທະຍົມສຶກສາຄັ້ງນີ້ ພ້ອມຄະນະ ໄດ້ລົງຕິດຕາມການສອບເສັງຈົບ ຊັ້ນ ມ.7 ຢູ່ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໂດຍມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຫົວໜ້າສູນສອບເສັງ ຜູ້ອຳນວຍການໂຮງຮຽນ ແລະ ຄະນະກຳມະການ ສອບເສັງ ໃຫ້ການຕ້ອນຮັບ.

    ໂອກາດນີ້ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ທັງເປັນຫົວໜ້າສຸນສອບເສັງ ໄດ້ແຈ້ງໃຫ້ຊາບວ່າ: ສູນພວກເຮົາເປັນສູນທີ່ໃຫຍ່ກວ່າໝູ່ໃນ ນວ ມີຄະນະຮັບຜິດຊອບລວມປະຈຳສູນສອບເສັງ 14 ຄົນ ມາຈາກ 12 ໂຮງຮຽນ ມີຄະນະກຳມະການຍາມຫ້ອງສອບເສັງ 140 ຄົນ ມາຈາກ 17 ໂຮງຮຽນ ສ່ວນນັກ ສອບເສັງແມ່ນມາຈາກ 12 ໂຮງຮຽນ ຄື: ມສ ວຽງຈັນ ມສ ເຈົ້າອະນຸວົງ ມສ ເພຍວັດ ມສ ລຽວໂຕ ມສ ພອນສະຫວັນ ຊົນເຜົ່າ ມສ ສິນໄຊ ມສ ນີລະດາ ມສ ວຽງສະຫວັນ1 ມສ ວິຣະຖາວອນ ມສ ກ້າວໜ້າ ມສ ສົກທະຈິດ ແລະ ມສ ຈອມຄຳ ລວມທັງໝົດ 1.359 ຄົນ ຍິງ 743 ຄົນ ແບ່ງຫ້ອງສອງເສັງ 68 ຫ້ອງ ບັນຈຸຫ້ອງ ລະ 20 ຄົນ ໃຊ້ຄະນະກຳມະການຍາມຫ້ອງເສັງ ຫ້ອງລະ 2 ຄົນ.

    ສຳລັບການສອບເສັງຄັ້ງນີ້ ທາງຄະນະຮັບຜີດຊອບພວກເຮົາ ໄດ້ມີການຫ້າງຫາກະກຽມຄວາມພ້ອມຮອບດ້ານ ນອກຈາກການເອົາໃຈໃສ່ ປະຕິບັດເຂັ້ມງວດລະບຽບການ ຂໍ້ກຳນົດ ກົດລະບຽບການສອບເສັງຢ່າງເຄັ່ງຄັດແລ້ວ ຍັງເນັ້ນການຮັກສາມາດຕະການປ້ອງກັນພະຍາດໂຄວິດ-19 ມີການເຮັດອະນາໄມ ພົ່ນຢາຂ້າເຊື້ອ ຈຸດກວດກາ ເຈວລ້າງມື ແລະ ຜ້າປິດປາກ-ດັງ ຮັກສາໄລຍະຫ່າງ ພ້ອມທັງເຮັດອະນາໄມສະຖານທີ່ ຂອບເຂດບໍລິເວນໂຮງຮຽນ ຖາງຫຍ້າອະນາໄມ ດຸແລກະໂປະ ກະປ໊ອງ ບ່ອນນ້ຳຂັງ ເພື່ອປ້ອງກັນບໍ່ໃຫ້ມີບ່ອນເພາະພັນຂອງຍຸງ ຖືວ່າການສອບເສັງຄັ້ງນີ້ ແມ່ນມີຄວາມພ້ອມຮອບດ້ານ ຮັບປະກັນທັງທາງດ້ານຄຸນນະພາບ ແລະ ສຸຂະພາບຮ່າງກາຍທີ່ແຂງແຮງ ແລະ ຮັບປະກັນບໍ່ໃຫ້ເກີດປາກົດການຫຍໍ້ທໍ້ຕ່າງໆ ເພື່ອບັນລຸເປົ້າໝາຍການສອບເສັງທີ່ວາງໄວ້.

# ຂ່າວ – ພາບ : ບຸນມີ

error: Content is protected !!