ຄົນ​ສູບຢາ​ເມື່ອ​ຕິດພະຍາດ COVID -19 ຈະ​ມີ​ອາການ​ໜັກ​ກວ່າ​ຄົນ​ທົ່ວ​ໄປ 14 ເທົ່າ

     ອີງ​ຕາມ​ບົດຮຽນ​ຈາກ ​ສປ ຈີນ ແລະ ຫຼາຍ​ປະເທດ ພົບ​ວ່າ​ກຸ່ມ​ຜູ້​ສູງ​ອາຍຸ ແລະ ຜູ້​ເປັນ​ພະຍາດ​ຕ່າງໆ​ຢູ່​ແລ້ວ ໂດຍ​ສະເພາະ ຜູ້​ສູບຢາ ແມ່ນ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເປັນ​ໜັກ ແລະ ເສຍ​ຊີວິດ​ສູງ​ກວ່າ ຄົນ​ທົ່ວ​ໄປ 14 ເທົ່າ ກໍ​ເນື່ອງ​ຈາກ ສະພາບ​ປອດ​ຂອງ​ຄົນ​ສູບຢາ ມີ​ຄວາມ​ຜິດ​ປົກກ​​ະ​ຕິ​ຢູ່​ແລ້ວ ທັງ​ໂຄງ​ສ້າງ ແລະ ເນື້ອ​ເຍື່ອ​ຂອງ​ປອດ ຄົນ​ສູບຢາ​ໃນ​ໄລຍະ​ເວລາ​ດົນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ປອດ​ເຮັດ​ໃຫ້​ປອດ​ເກີດ​ການ​ປ່ຽນແປງ​ໄປ​ສູ່​ຄວາມ​ຜິດ​ປົກ​​ະ​ຕິ ແລະ ພູມ​ຄຸ້ມ​ກັນ​ຂອງ​ປອດ​ກໍ​ຫຼຸດ​ລົງ ເວລາ​ເຊື້ອ​ພະຍາດ​ເຂົ້າ ພາຍ​ໃນ​ຮ່າງກາຍ​ຈະ​ເຮັດ​ໃຫ້​ຮ່າງກາຍ​ບໍ່​ສາມາດ​ຕໍ່ສູ້​ໄດ້​ຢ່າງ​ມີ​ປະສິດທິພາບ​ເທົ່າ​ກັບ​ຄົນ​ບໍ່​ສູບຢາ ທີ່​ສຳຄັນ​ຈະ​ເຮັດ​ໃຫ້​ປອດ​ຂອງ​ຄົນ​ສູບຢາ​ແມ່ນ​ໄວ​ຕໍ່​ການ​ຮັບ​ເຊື້ອ COVID 19 ເນື່ອງ​ຈາກ ຈຸ​ລັງ​ໃນ​ປອດ​ມີ​ໂຕ​ຮັບ​ເຊື້ອ​ຫຼາຍ​ກວ່າ​ຄົນ​ປົກກະຕິ​ຫຼາຍ​ເທົ່າ (receptors) ເຊິ່ງ​ໂຕ​ຮັບ​ນີ້​ຈະ​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ຜີວ​ຂອງ​ຈຸ​ລັງ​ປອດ​ຂອງ​ຄົນ​ສູບຢາ ເມື່ອ ໄວ​​ຣັສ COVID 19 ເຂົ້າ​ມາ​ໂຈມ​ຕີ​ປອດ​ກໍ​ຈະ​ເຂົ້າ​ໃນ​ຈຸດ​ດັ່ງກ່າວ ສະນັ້ນ ເມື່ອ​ປອດ​ຄົນ​ສູບຢາ ມີ ໂຕ​ຮັບ​ຫຼາຍ ເຊື້ອ ໄວ​​ຣັສ ທີ່​ຫາຍໃຈ​ເຂົ້າ​ມາ ກໍ​ຈະ​ມີ​ປ່ອງ​ທີ່​ຈະ​ເຂົ້າ​ສູ່​ຈຸ​ລັງ​ແລ້ວ​ກໍ​ເຂົ້າ​ສູ່​ເນື້ອ​ປອດ​ໄດ້​ຫຼາຍ​ຂຶ້ນ.

     ນອກຈາກ​ນີ້ ຄວັນ​ຢາສູບ ແລະ ຄວັນ​ຢາສູບ​ໄຟຟ້າ ຍັງ​ໄປ​ຢັບ​ຢັ້ງ ການ​ເຮັດ​ວຽກ​ຂອງ​ຂົນ​ອ່ອນ​ໃນ​ປອດ ທີ່​ເຮັດ​ໜ້າທີ່​ປັດ​ກວດ ຂີ້ຝຸ່ນ ຂີ້​ກະ​ເທີ່ ຄວັນ ແລະ ເຊື້ອ​ພະຍາດ ໃຫ້​ຫຍັບ​ຂຶ້ນ​ມາ​ຈົນ​ຮອດ​ຮູ​ຄໍ ແລ້ວ​ຄົນ​ກໍ​ຈະ​ກືນ​ລົງ​ໄປ​ທາງ​ກະເພາະ​ອາຫານ ຫຼື ຄົນ​ໄອ​ອອກ​ໄປ​ກັບ​ກະ​ເທີ້/ນ້ຳລາຍ ໃນ​ຄົນ​ສູບຢາ​ຂົນ​ອ່ອນ​ນີ້​ຈະ​ເປັນ​ອຳມະພາດ ເມື່ອ​ເວລາ​ມີ​ສິ່ງ​ແປກ​ປອມ​ເຂົ້າ​ມາ​ທາງ​ເດີນ​ຫາຍໃຈ ມັນ​ກໍ​ຈະ​ຄ້າງ​ໃນ​ປອດ ໂດຍ​ບໍ່​ໄດ້​ປັດ​ອອກ​ມາ ຜ່ານ​ມາ ເຮົາ​ຮູ້​ແຕ່​ວ່າ ເມື່ອ​ຄົນ​ສູບຢາ​ຫາຍໃຈ​ເອົາ ເຊື້ອ ບັກ​ເຕລີ-ໄຂ້ຫວັດໃຫຍ່-ວັນນະໂລກ ປອດ​ຈະ​ຖືກ​ເຊື້ອ​ເຫຼົ່າ​ນີ້​ໂຈມ​ຕີ​ໄດ້​ງ່າຍ ແລະ ໜັກໜ່ວງ ກວ່າ​ຄົນ​ບໍ່​ສູບຢາ ສະນັ້ນ COVID -19 ກໍ​ແມ່ນ ໄວ​​ຣັສ ຮ້າຍ​ແຮງ​ຊະນິດ​ໜຶ່ງ ທີ່​ສາມາດ​ທຳລາຍ ປອດ​ຂອງ​ຄົນ​ສູບຢາ ເຊິ່ງ​ຄວາມ​ຮຸນ​ແຮງ​ແມ່ນ​ຂຶ້ນ​ກັບ​ໄລຍະ​ເວລາ ແລະ ປອດ​ຖືກ​ທຳລາຍ​ໄປ​ຫຼາຍ​ປານໃດ ຍິ່ງ​ສູບຢາ​ດົນ​ເທົ່າໃດ​ປອດ​ກໍ​ຍິ່ງ​ເສຍ​ຫາຍ​ຫຼາຍ​ຂຶ້ນ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ທີ່​ຈະ​ເສຍ​ຊີວິດ​ໂດຍ​ສະເພາະ​ກຸ່ມ​ຜູ້​ສູງ​ອາຍຸ.

    ມີ​ຂໍ້​ສັງເກດ ໃນ ອາ​ເມ​ຣິ​ກາ ທີ່​ພົບ​ຄົນ​ເປັນ ໄວ​​ຣັສ COVID -19 ໃນ​ໄລຍະ​ອາຍຸ 20 ຫາ 45 ປີ ຕ້ອງ​ໄດ້​ເຂົ້າ​ນອນ​ໂຮງໝໍ​ປະມານ​ໜຶ່ງ​ສ່ວນ​ສາມ ມີ​ຂໍ້​ສັນນິຖານ​ວ່າ ແມ່ນ​ຍ້ອນ​ຄົນ​ອາ​ເມ​ຣິ​ກາ ທີ່​ມີ ອາຍຸ​ນ້ອຍ ສູບຢາ​ສູບ​ໄຟຟ້າ​ຫຼາຍ ດັ່ງນັ້ນ ສູນ​ຄວບ​ຄຸມພະ​ຍາດ​ອາ​ເມ​ຣິ​ກາ  ກະຊວງ​ສາທາລະນະ​ສຸກ ອັງກິດ ລວມ​ທັງ ອົງການ​ອະນາໄມ​ໂລກ ໄດ້​ແນະນຳ​ໃຫ້​ອອກ ຫຼື ຊຸດ​ເຊົາ​ຢາສູບ ແລະ ຢາສູບ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຕໍ່​ການ​ຕິດເຊື້ອ​ພະຍາດ COVID -19ໃນ​ລັກສະນະ​ທີ່​ຮ້າຍ​ແຮງ ແລະ ເສຍ​ຊີວິດ ນອກ​ນີ້ ການ​ສູບຢາ​ສູບ ທັງ​ຢາສູບ​ໄຟຟ້າ ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ຕິດ COVID -19 ຍ້ອນ​ການ​ນຳ​ມື​ໄປ​ຈັບ​ໜ້າ​ເລື້ອຍໆ ແລະ ຄວັນ​ຢາສູບ​ມື​ສອງ​ຍັງ​ສົ່ງ​ຜົນ​ຮ້າຍ​ຕໍ່​ຄົນ​ອ້ອມ​ຂ້າງ​ກໍ່ ໃຫ້​ເກີດ​ຄວາມ​ຮຸນ​ແຮງ ເມື່ອ​ຕິດເຊື້ອ​ພະຍາດ COVID -19 .

     ການ​ສູບຢາ/ນິ​ໂຄ​ຕີນ ສາມາດ​ປ້ອງ​ກັນ​ການ​ຕິດເຊື້ອ COVID- 19 ນັ້ນ​ຍ້ອນ ທຸລະ​ກິດ​ຢາສູບ ພະຍາຍາມ ສ້າງ​ຄວາມ​ສັບສົນ​ກ່ຽວ ກັບ​ຄວາມ​ສ່ຽງ ຂອງ​ການ​ໃຊ້​ຜະລິດ​ຕະ​ພັນ ນິ​ໂຄ​ຕີນ (ຢາສູບ​ໄຟຟ້າ) ແລະ ຢາສູບ ກັບ​ການ​ຕິດເຊື້ອ COVID- 19 ນັ້ນ​ແມ່ນ​ຍັງ​ບໍ່​ມີ​ຫຼັກ​ຖານ ຢືນຢັນ​ວ່າ ການ​ສູບຢາ ສາມາດ ປ້ອງ​ກັນ ການ​ຕິດເຊື້ອ COVID -19 ຍັງ​ບໍ່​ມີ​ຫຼັກ​ຖານ ຕາມ​ທີ່​ໄດ້​ຕັ້ງ ສົມມຸດ​ຕິ​ຖານ ວ່າການ ສູບຢາ/ນິ​ໂຄ​ຕີນ ຫຼຸດ​ຈຳນວນ​ໂຕ​ຮັບ (Receptors ACE-2) ເຊິ່ງ​ເປັນ​ປ່ອງ​ທີ່ COVID -19 ເຂົ້າ​ສູ່​ຈຸ​ລັງ​ຂອງ​ເສັ້ນທາງ​ຫາຍໃຈ ແລະ ປອດ) ແຕ່​ມີ​ຫຼັກ​ຖານ​ຈາກ​ການ​ວິໄຈ ທີ່​ຢືນຢັນ​ແລ້ວ​ວ່າ ການ​ສູບຢາ​ເພີ້ມ ຈຳນວນ​ໂຕ​ຮັບ ACE-2 ເຊິ່ງ​ຕາມ​ທິດ​ສະ​ດີ​ແລ້ວ ຈະ​ເຮັດ​ໃຫ້ການ​ຕິດ COVID- 19 ໄດ້​ງ່າຍ​ຂຶ້ນ ຄຽງ​ຄູ່​ກັນ​ນັ້ນ​ກໍ​ມີ​ຫຼັກ​ຖານ​ທີ່​ພິສູດ​ແລ້ວ​ວ່າ ການ​ສູບຢາ ເພີ່ມ​ຄວາມ​ສ່ຽງ ແລະ ຄວາມ​ຮຸນ ແຮງ​ຂອງ​ການ​ຕິດເຊື້ອ ເສັ້ນທາງ​ຫາຍໃຈ ແລະ ປອດ (ຈາກ​ເຊື້ອ​ພະຍາດ​ຊະນິດ​ອື່ນ).

    “ຖ້າ​ຄົນ​ທີ່​ສູບຢາ​ຕິດເຊື້ອ​ພະຍາດ COVID- 19 ແລະ ອາການ​ໄອ ໃນ​ຂະນະ​ທີ່​ກຳລັງ​ສູບຢາ ແມ່ນ​ມີ​ໂອກາດ​ແຜ່​ເຊື້ອ​ນີ້​ໄດ້ ເພາະ ໄວ​​ຣັສ ໄດ້​ແຝງ​ມາ ກັບ​ລະອອງ ຂີ້ມູກ ແລະ ນ້ຳລາຍ ໄດ້​ປະສົມ​ປະສານ​ມາ​ກັບ​ຄວັນ​ຢາສູບ”.

    ປັດຈຸບັນ​ນີ້​ແມ່ນ​ຢູ່​ໃນ​ໄລຍະ​ການ​ແຜ່​ລະບາດ​ຂອງ​ພະຍາດ COVID- 19 ໂດຍ​ສະເພາະ ວັນ​ງົດ​ສູບຢາ​ໂລກ 31 ພຶດສະພາ ທີ່​ຈະ​ມາ​ເຖິງ​ນີ້ ເປັນ​ໂອກາດ​ທີ່ ເໝາະ​ສົມ​ທີ່​ສຸດ​ທີ່​ຈະ​ພ້ອມ​ກັນ​ຫັນ​ມາ​ອອກ ຫຼື ຢຸດ​ເຊົາ​ຢາສູບ​ເຊິ່ງ ການ​ອອກ​ຢາສູບ​ຈະ​ຊ່ວຍ​ໃຫ້​ປອດ​ກັບ​ມາ​ແຂງແຮງ ສາມາດ​ສູ້​ກັບ​ພະຍາດ COVID-19 ໄດ້ ອອກ​ຢາສູບ​ຕອນ​ນີ້​ຍັງ​ບໍ່​ຊ້າ​ເກີນ​ໄປ​ຕໍ່​ການ​ຮັກສາ​ສຸຂະພາບ​ເຮັດ​ເພື່ອ​ຕົວ​ເອງ ຄົນ​ທີ່​ຮັກ ແລະ ສັງຄົມ.

error: Content is protected !!