ປ່ອຍປາລົງສູ່ໜອງທຳມະຊາດ ເພື່ອເພີ່ມຈຳນວນປາຫຼາຍຂຶ້ນ

    ວັນທີ 15 ກໍລະກົດ 2022 ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຮ່ວມກັບພາກສ່ວນຫ້ອງການຕ່າງໆພາຍໃນເມືອງ ບໍລິສັດຫ້າງຮ້ານ ນັກທຸລະກິດ ແລະ ອົງການປົກຄອງບ້ານ ຈັດກິດຈະກຳປ່ອຍປາ 53.000 ໂຕ ລົງສູ່ໜອງນໍ້າທຳມະຊາດ ທີ່ບ້ານຈອມທອງ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນປ່ອຍປາແຫ່ງຊາດ ແລະ ອະນຸຮັກສັດນ້ຳ-ສັດປ່າ ທັງເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ຂອງພັກ ໂດຍ ສະເພາະກໍແມ່ນວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 113 ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ແລະ ວັນສຳຄັນອື່ນໆ ໂດຍມີທ່ານ ບຸນເພັນ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 

     ທ່ານ ສຸລິນ ອິນທາທິລາດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫາດຊາຍຟອງກ່າວວ່າ: ເນື່ອງໃນໂອກາດຂອງວັນດັ່ງກ່າວ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫາດຊາຍຟອງ ໄດ້ຈັດຕັ້ງປະຕິບັດເພື່ອສ້າງຂະບວນການໃນວັນປ່ອຍປາແຫ່ງຊາດ ຕາມແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ  ໃນນັ້ນ ໄດ້ນຳເອົາລູກປານ້ອຍຈຳນວນທັງໝົດ 53.000 ໂຕ ມາປ່ອຍລົງສູ່ໜອງນ້ຳທຳມະຊາດ ໃນນັ້ນ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ປ່ອຍ 35.000 ໂຕ ແລະ ໄດ້ຮັບການຊຸກຍູ້ລູກປານ້ອຍຈາກບໍລິສັດເບຍລາວ 20.000 ໂຕ ແລະ ເສື້ອຢືດຈຳນວນໜຶ່ງ ເຊິ່ງປາທີ່ນໍາມາປ່ອຍ ປະກອບມີ ປານິນ ປາໃຝໄນ ແລະ ປາປາກ ໂດຍຫຼັງຈາກປ່ອຍປາແລ້ວ ໄດ້ມອບໃຫ້ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທີ່ຢູ່ເຂດໃກ້ຄຽງ ຊ່ວຍກັນເປັນຜູ້ຄຸ້ມຄອງປົກປັກຮັກສາໃນໄລຍະທີ່ປາກຳລັງຂະຫຍາຍພັນ ເພື່ອໃຫ້ເພີ່ມຈຳນວນປາຫຼາຍຂຶ້ນ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ມີຄວາມຍືນຍົງ ຫ້າມບໍ່ ໃຫ້ມີການຫາປາໃນໄລຍະທີ່ປາກຳລັງວາງໄຂ່ ແລະ ການນຳໃຊ້ເຄື່ອງມືຫາປາທີ່ບໍ່ຖືກຕ້ອງ ເພາະຖ້າຫາກບໍ່ມີການເອົາໃຈໃສ່ຄຸ້ມຄອງຮັກສາຢ່າງຈິງຈັງແລ້ວ ກໍຈະເຮັດໃຫ້ສັດນ້ຳ ສັດປ່າ ຢູ່ໃນທຳມະຊາດນັ້ນຫຼຸດໜ້ອຍລົງ ແລະ ໃນທີ່ສຸດ ກໍສູນພັນ ດັ່ງນັ້ນຈຶ່ງໃຫ້ຄວາມສຳຄັນ ເປັນເຈົ້າການເຊີດຊູຫວງແຫນປົກປັກຮັກສາພັດທະນາ ແລະ ນຳໃຊ້ໃຫ້ມີຄວາມຍືນຍົງ ແນໃສ່ຮັບປະກັນ ຄວາມສົມບູນ ຄວາມສົມດຸນຂອງລະບົບນິເວດ ປະກອບສ່ວນຍົກລະດັບເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມຮັ່ງມີ.

# ຂັນທະວີ

error: Content is protected !!