ສະຫະພັນແມ່ຍິງພະແນກ ຖວທ ນວ ຫວນຄືນວັນສ້າງຕັ້ງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ກອງປະຊຸມສະຫຼຸບວຽກງານປະຈໍາປີ 2021 ແລະ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ວັນທີ 15 ກໍລະກົດ 2022 ທີ່ພະແນກດັ່ງກ່າວ ມີທ່ານ ນາງ ໂຄຕະມີນ ພົງຍາຮັກ ຮອງປະທານສະຫະພັນແມ່ຍິງ ນວ ທ່ານ ແກ້ວວິໄລສັກ ແສນສັກດາ ຫົວໜ້າຄະນະຈັດຕັ້ງພະນັກງານ-ລັດຖະກອນ ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນພະແນກ ຖວທ ນວ ພ້ອມດ້ວຍຄະນະພັກ ຄະນະສະຫະພັນແມ່ຍິງ ຫົວໜ້າຈຸ ແລະ ສະມາຊິກເອື້ອຍນ້ອງແມ່ຍິງເຂົ້າຮ່ວມ.

ກອງປະຊຸມ ທ່ານ ນາງ ຄໍາເປື່ອງ ວົງຈັນດີ ປະທານສະຫະພັນແມ່ຍິງ ພະແນກ ຖວທ ນວ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງທາງແຜນການປະຈຳປີ 2022 ເຊິ່ງ 1 ປີຜ່ານມາ ໄດ້ສົ່ງເອື້ອຍນ້ອງແມ່ຍິງເຂົ້າຮ່ວມເຝິກອົບຮົມວຽກງານຕ່າງໆທີ່ທາງອົງການຈັດຕັ້ງ ແລະ ພະແນກການຕ່າງໆຈັດຂຶ້ນ 7 ຄັ້ງ ໄດ້ຈັດເຝິກອົບຮົມກ່ຽວກັບການສ້າງເວັບໄຊ ແລະ ເພຈທາງເຟສບຸກຂອງພະແນກ ຖວທ ນວ ໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກສະຫະພັນແມ່ຍິງເວລາເຈັບເປັນ ເສຍຊີວິດ ສ້າງຄອບຄົວໃໝ່ ແລະ ເກີດລູກຈໍານວນ 14 ຄົນ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະມາຊິກສະຫະພັນແມ່ຍິງ ຕິດພັນກັບຂະບວນການລວມຂອງກົງຈັກການຈັດຕັ້ງ ມະຕິຂອງຄະນະພັກ ຄະນະພະແນກ ກໍຄືຕິດພັນກັບການປະເມີນຜົນລັດຖະກອນ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ສະແດງອອກໄດ້ປະຕິບັດຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດຂໍ້ແຂ່ງຂັນ 3 ດີ ເຊິ່ງມີຜູ້ໄດ້ຮັບການຍ້ອງຍໍຂັ້ນສູນກາງສະຫະພັນແມ່ຍິງລາວ ຈຳນວນ 86 ຄົນ ພ້ອມນີ້ ຍັງໄດ້ສ້າງຂະບວນການອອກແຮງງານລວມ ແລະ ກິດຈະກໍາອື່ນໆອີກຈໍານວນໜຶ່ງ. ສໍາລັບທິດທາງແຜນການປະຈຳປີ 2022 ຈະສືບຕໍ່ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຕ່າງໆຕາມທິດຊີ້ນຳສູນກາງສະຫະພັນແມ່ຍິງລາວ ກໍຄືສະຫະພັນແມ່ຍິງ ນວ ວາງອອກ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເພື່ອເປັນມາດຖານປະເມີນຜົນຂໍ້ແຂ່ງຂັນ 3 ດີ ໃນແຕ່ລະໄລຍະ ໃຫ້ແທດເໝາະກັບສະພາບຕົວຈິງ.

ກອງປະຊຸມ ທ່ານຮອງປະທານສະຫະພັນແມ່ຍິງ ນວ ໄດ້ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍີງລາວຄົບຮອບ 67 ປີ ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດຄວາມເປັນມາຂອງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນແຕ່ລະໄລຍະ ຜົນງານຄຸນງາມຄວາມດີຂອງແມ່ຍິງລາວໃນພາລະກິດຕໍ່ສູ້ກູ້ຊາດ ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນໃນໄລຍະຜ່ານມາ ກໍຄືວຽກງານການເຄື່ອນໄຫວຮອບດ້ານຂອງສູນກາງສະຫະພັນແມ່ຍິງລາວ ມາຮອດປັດຈຸບັນ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໄດ້ຮັບຮອງເອົາຄໍາຂວັນພັດທະນາບົດບາດຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ ແລະ ຂໍ້ແຂ່ງຂັນ 3 ດີຄື: ພົນລະເມືອງດີ ພັດທະນາດີ ແລະ ສ້າງຄອບຄົວດີ ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນບັນດາກິດຈະກໍາທີ່ສະຫະພັນແມ່ຍິງ ນວ ຈະຈັດຂຶ້ນເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໃນນັ້ນຈະໄດ້ຈັດຂະບວນການອອກແຮງງານຢູ່ເສັ້ນທາງຕັດໃໝ່ໜອງບຶກ ນໍາພາເອື້ອຍນ້ອງແມ່ຍິງເຂົ້າຊົມມູນເຊື້ອແມ່ຍິງລາວ ເຂົ້າອວຍພອນປ້າອາວຸໂສ ແລະ ນໍາພາທ່ຽວຊົມສວນວັດທະນະທໍາຊຽງຄວນ ລະດົມເອື້ອຍນ້ອງແມ່ຍິງຮ່ວມບໍລິຈາກເລືອດ ແລະ ອື່ນໆ.

ຕອນທ້າຍກອງປະຊຸມ ທ່ານຮອງປະທານສະຫະພັນແມ່ຍິງ ນວ ຍັງໄດ້ໃຫ້ກຽດມອບໃບຍ້ອງຍໍຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງພະແນກ ຖວທ ນວ ທີ່ມີຜົນງານດີເດັ່ນໃນການຊີ້ນໍາພາ ແລະ ມອບໃບຍ້ອງຍໍໃຫ້ສະມາຊິກເອື້ອຍນ້ອງແມ່ຍິງ ພະແນກ ຖວທ ນວ ທີ່ມີຜົນງານໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ 7 (2016-2020) ຈໍານວນ 86 ຄົນ.ແລະ ມອບໃບຍ້ອງຍໍຄະນະບໍລິຫານງານສະຫະພັນແມ່ຍິງ ນວ ໃຫ້ພະແນກ ຖວທ ນວ ທີ່ມີຜົນງານເດັ່ນໃນການຊີ້ນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ 7 (2016-2020).

# ຂັນທະວີ

error: Content is protected !!