ກະກຽມການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024

    ກອງປະຊຸມປຶກສາຫາລື ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈັດຂຶ້ນວັນທີ 15 ກໍລະກົດ 2022 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງລັດຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆ.

    ນັບແຕ່ໄດ້ເຂົ້າເປັນສະມາຊິກອາຊຽນ ວັນທີ 23 ກໍລະກົດ 1997 ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນມາແລ້ວ 2 ຄັ້ງຄື: ຄັ້ງທີ 1 ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016 ແລະ ສປປ ລາວ ຈະໄດ້ຮັບກຽດເປັນປະທານອາຊຽນອີກເປັນຄັ້ງທີ 3 ໃນປີ 2024 ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກຳມະການຊີ້ນຳລະດັບຊາດ ເພື່ອປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ການເປັນປະທານອາຊຽນ ໃນປີ 2024 ເປັນຕົ້ນແມ່ນການຜັນຂະຫຍາຍຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເຊິ່ງໃນນີ້ກອງປະຊຸມໄດ້ຮັບຊາບການແຕ່ງຕັ້ງ 13 ອະນຸກຳມະການຮັບຜິດຊອບວຽກງານສະເພາະ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

    ພ້ອມກັນນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານຈາກບັນດາກະຊວງ ຂະແໜງທີ່ກ່ຽວຂ້ອງ ກ່ຽວກັບການສຳຫຼວດກວດກາຄືນຄວາມພ້ອມໃນເບື້ອງຕົ້ນຂອງຂະແໜງການຕົນ ເຊັ່ນ: ວຽກງານເນື້ອໃນຂອງ 3 ເສົາຄ້ຳປະຊາຄົມອາຊຽນ (ປະຊາຄົມການເມືອງ-ຄວາມໝັ້ນຄົງ ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມ) ວຽກງານປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ ວຽກງານດ້ານພະລາທິການ ແລະ ພິທີການ ໂດຍສະເພາະ ການກະກຽມຄວາມພ້ອມຂອງສະຖານທີ່ປະຊຸມ ແລະ ສະຖານທີ່ພັກເຊົາ ວຽກງານດ້ານພາຫະນະ ດ້ານງົບປະມານ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.   

    ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ມອບໝາຍໃຫ້ບັນດາອະນຸກຳມະການເລີ່ມກະກຽມວຽກທີ່ເຫັນວ່າມີຄວາມຈຳເປັນຮີບດ່ວນ ນັບແຕ່ດຽວນີ້ເປັນຕົ້ນໄປ ໂດຍສະເພາະ ໃຫ້ພາກສ່ວນຮັບຜິດຊອບເນື້ອໃນຂອງ 3 ເສົາຄ້ຳປະຊາຄົມອາຊຽນ ເລີ່ມປຶກສາຫາລືເພື່ອລະດົມຄວາມຄິດ ກ່ຽວກັບຄຳຂັວນ (Theme) ກາໝາຍ (Logo) ແລະ ບຸລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພ້ອມນີ້ ກໍໃຫ້ພາກສ່ວນຮັບຜິດຊອບພະລາທິການ ແລະ ພິທີການ ເລີ່ມສຳຫຼວດຕົວຈິງ ແລະ ເກັບກຳບັນຊີບັນດາໂຮງແຮມ ສຳລັບຄະນະຜູ້ແທນທີ່ຈະມາພັກເຊົາໃນໄລຍະເຂົ້າຮ່ວມກອງປະຊຸມ ແລະ ສະຖານທີ່ປະຊຸມ ເປັນຕົ້ນ ນອກນີ້ ກໍສະເໜີໃຫ້ບັນດາພາກສ່ວນອື່ນໆເລີ່ມປຶກສາຫາລື ແລະ ດຳເນີນການຕາມໜ້າວຽກຂອງຕົນ ແລະ ລາຍງານຄວາມຄືບໜ້າໃຫ້ກອງປະຊຸມຄັ້ງຕໍ່ໄປຊາບ. 

    ການເປັນປະທານອາຊຽນຂອງ ສປປ ລາວ ຈະເລີ່ມແຕ່ວັນທີ 1 ມັງກອນ – 31 ທັນວາ 2024.

error: Content is protected !!