ຈັນທະບູລີ ປ່ອຍປາລົງແຫຼ່ງນໍ້າທໍາມະຊາດ 10.000 ໂຕ

ທ່ານ ນາງ ຄໍາພັນ ພໍລະສິມ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຈັນທະບູລີ ກ່າວວ່າ: ເພື່ອປະຕິບັດຕາມເນື້ອໃນຈິດໃຈ ແລະ ຜັນຂະຫຍາຍມາດຕາ 69 ຂອງກົດໝາຍວ່າດ້ວຍການປະມົງ ໃຫ້ປາກົດຜົນເປັນຈິງ ແນໃສ່ເຮັດໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ການຈັດຕັ້ງປະຕິບັດວຽກງານປ່ອຍປາ ແລະ ສັດນໍ້າ ພ້ອມດຽວກັນນັ້ນ ກໍເປັນເຈົ້າການສືບຕໍ່ຈັດຕັ້ງປະຕິບັດ

ກິດຈະກໍາການປ່ອຍປາ ແລະ ສັດນໍ້າໃຫ້ປັນຂະບວນ ເນື່ອງໃນວັນປ່ອຍປາແຫ່ງຊາດຄົບຮອບ 25 ປີ ແລະ ວັນຄ້າຍວັນເກີດທ່ານປະທານສຸພານຸວົງ ເພື່ອເປັນການປຸກສໍານຶກໃຫ້ແກ່ເຍົາວະຊົນ ແລະ ທົ່ວປວງຊົນ ໃຫ້ເຫັນຄວາມສໍາຄັນຂອງປາ ແລະ ສັດ ທີ່ມີຕໍ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ທັງເປັນການຍູ້ແຮງຂະບວນການດັ່ງກ່າວໃຫ້ເປັນທຶນ ແລະເປັນຂະບວນການກ້ວາງຂວາງ ສົກປີ 2022.

ວັນທີ 15 ກໍລະກົດ 2022 ຫ້ອງການກະສິກໍາເມືອງຈັນທະບູລີ ຈັດກິດຈະກໍາປ່ອຍປາ 10.000 ໂຕ ມີປານິນ 5.000 ໂຕ ປາປາກມີ 5.000ໂຕ ລົງສູ່ແຫຼ່ງນໍ້າທໍາມະຊາດ ບ້ານບໍ່ນາງົວ ເມືອງຈັດທະບູລີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທ່ານ ແສງເພັດ ຈັນທະເສນ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ມີຫົວໜ້າຫ້ອງການອ້ອມຂ້າງ ອົງການຈັດຕັ້ງ 2 ບ້ານ ແລະ ພະນັກງານວິຊາການກ່ຽວຂ້ອງ.

# ວຽງມາ

error: Content is protected !!