ນະຄອນຫຼວງວຽງຈັນ ເປັນນະຄອນຫຼວງທຳອິດໃນອາຊຽນ ທີຖືກຮອງຮັບເປັນນະຄອນຫຼວງສຸຂານາໄມ

      ພິທີປະກາດຮັບຮອງນະຄອນຫຼວງວຽງຈັນ ເປັນນະຄອນຫຼວງສຸຂານາໄມ ເປັນນະຄອນຫຼວງທຳອິດ ໃນພາກພື້ນອາຊຽນ ທີ່ໄດ້ຮັບການປະກາດເປັນນະຄອນຫຼວງສຸຂານາໄມ ແລະ ເປັນແຂວງທີ 2 ຖັດຈາກແຂວງບໍລິຄໍາໄຊ ທີ່ສາມາດບັນລຸຂີດໝາຍອັນສໍາຄັນນີ້ ຫຼັງຈາກແຂວງບໍລິຄໍາໄຊ ໄດ້ຢຸດຕິການຖ່າຍຊະຊາຍໃນປີ 2020  ພິທີດັ່ງກ່າວຈັດຂື້ນວັນທີ 14 ກໍລະກົດ 2022 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ ຫົວໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ ບັນດາຕົວແທນຈາກແຂວງ ກະຊວງ ຫ້ອງການຕ່າງໆ ແລະ ຄູ່ຮ່ວມພັດທະນາ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ໃນປັດຈຸບັນ ສປປ ລາວ ເປັນປະເທດທີ່ຢຸດຕິການຖ່າຍຊະຊາຍ ຫຼາຍກວ່າ 5.000 ບ້ານ, 37 ເມືອງ ແລະ 2 ແຂວງ ທີ່ບັນລຸເປົ້າໝາຍໄດ້ແລ້ວ ຄື: ແຂວງບໍລິຄຳໄຊ ເປັນແຂວງທຳອິດ ແລະ ນະຄອນຫຼວງວຽງຈັນ ໃນທຸກໆປີ ສປປ ລາວ ມີເດັກນ້ອຍຫຼາຍກວ່າ 700 ຄົນເສຍຊີວິດຍ້ອນພະຍາດຖອກທ້ອງໃນທົ່ວປະເທດ ແລະ ມີເດັກ 1 ໃນ 3 ຄົນ ເປັນພະຍາດຂາດສານອາຫານແບບຊໍາເຮື້ອ ເຊິ່ງເປັນຕົວຊີ້ວັດໃນການສະໜັບສະໜູນທີ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດທີ່ດ້ອຍພັດທະນາ ແຕ່ພວກເຮົາສາມາດປ້ອງກັນໄດ້ ໂດຍການນໍາໃຊ້ສິ່ງອໍານວຍຄວາມສະດວກດ້ານສຸຂາພິບານຂັ້ນພຶ້ນຖານ ການລ້າງມືໃສ່ສະບູ ແລະ ດື່ມນໍ້າທີ່ສະອາດປອດໄພ.

      ໂອກາດດັ່ງກ່າວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:  ນະຄອນຫຼວງວຽງຈັນ ເປັນໜື່ງໃນແຂວງທີ່ມີປະຊາກອນຫຼາຍຢູ່ໃນປະເທດ ນາມມະຍົດໃໝ່ທີ່ໄດ້ຮັບນີ້ ແມ່ນຈະເຮັດໃຫ້ປະຊາກອນຫຼາຍກວ່າ 800.000 ຄົນ ໄດ້ດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ສະອາດ ຍ້ອນການປັບປຸງດ້ານສຸຂານາໄມໃຫ້ດີຂຶ້ນ.

     ນະຄອນຫຼວງວຽງຈັນ ແມ່ນໃຫ້ຄວາມສໍາຄັນໃນດ້ານວຽກງານສຸຂາອະນາໄມ ໂດຍສະເພາະ ການຢຸດຕິການຖ່າຍຊະຊາຍ ເຊິ່ງເປັນຕົ້ນກຳເນີດຂອງເຊື້ອພະຍາດ ການຂາດສຸຂາພິບານ ແມ່ນຈະສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສຸຂະພາບຂອງເດັກ ເຮັດໃຫ້ເຂົາເຈົ້າເຕ້ຍຍ້ອນຂາດສານອາຫານຊໍ້າເຮື້ອ ແລະ ເຮັດໃຫ້ມີການແຜ່ລະບາດຂອງພະຍາດຕ່າງໆທີ່ສາມາດປ້ອງກັນໄດ້ ການຢຸດຕິການຖ່າຍຊະຊາຍ ແມ່ນບາດກ້າວທໍາອິດເພື່ອບັນລຸສຸຂານາໄມ ແລະ ຄວບຄຸມພະຍາດ ຕາມແຜນ (ນວ) ຈະຕັ້ງເປົ້າຮອດປີ 2023 ໃຫ້ສໍາເລັດໃນການປະກາດຮັບຮອງເປັນນະຄອນສຸຂານາໄມ ແຕ່ທາງ (ນວ) ສາມາດຈັດຕັ້ງປະຕິບັດ ແລະ ປະກາດນະຄອນຫຼວງສຸຂານາໄມໄດ້ກ່ອນ. ປັດຈຸບັນ ປະຊາຊົນທົ່ວນະຄອນຫຼວງວຽງຈັນທຸກຄົນ ບໍ່ພຽງແຕ່ມີວິດຖ່າຍ ແຕ່ນໍາໃຊ້ວິດຖ່າຍໃນທຸກໆຄອບຄົວ 100%.

    ການຖືກຮັບຮອງເປັນນະຄອນຫຼວງໃນຄັ້ງນີ້ ບັນລຸເປົ້າໝາຍໄດ້ກໍແມ່ນຍ້ອນການຈັດຕັ້ງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນໄດ້ເອົາໃຈໃສ່ປະກອບສ່ວນ ເຮັດໃຫ້ຊາວນະຄອນຫຼວງວຽງຈັນມີສຸຂະພາບແຂງແຮງ.

error: Content is protected !!