ສນຫລ ຫວນຄືນວັນສຳຄັນຂອງຊາດ

ວັນທີ 15 ກໍລະກົດ 2022 ທີ່ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ນະຄອນຫຼວງວຽງຈັນ ໄດ້ຈັດປາຖະກະຖາວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 113 ປີ (13/7/1909-13/7/2022) ແລະ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປະຈຳປີ 2022 ໂດຍເປັນປະທານຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານ ສນຫລ ມີທ່ານຮອງປະທານ ສນຫລ ພ້ອມພະນັກງານຫຼັກແຫຼ່ງ ພາຍໃນ ສນຫລ ເຂົ້າຮ່ວມຮັບຟັງ.

ປະທານ ສນຫລ ໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນໄຫວປະຕິວັດທີ່ເຕັມໄປດ້ວຍຜົນງານ ແລະ ຄຸນງາມຄວາມດີຂອງປະທານສຸພານຸວົງໃນໄລຍະຜ່ານມາ ເຊິ່ງທ່ານໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ຊີ້ນໍາຂະບວນການປະຕິວັດລາວ ຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ປະເທດຊາດ ຊື່ສຽງຂອງປະທານສຸພານຸວົງ ໄດ້ພົ້ນເດັ່ນຂຶ້ນໃນຂະບວນການປະຕິວັດ ເຊິ່ງເປັນນັກຮົບຮັກຊາດຮຸ່ນທໍາອິດທີ່ໄດ້ເອົາຊີວິດຂອງຕົນຜູກພັນກັບການປະຕິວັດຕະຫຼອດມາ ໂດຍບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມຫຍຸ້ງຍາກລໍາບາກ ມີຄວາມເສຍສະຫຼະ ບໍ່ຫວາດຫວັ່ນຕໍ່ການຈັບກຸມຄຸມຂັງຂອງສັດຕູ ຍາມໃດກໍຕໍ່ສູ້ເພື່ອອຸດົມຄະຕິປະຕິວັດອັນສູງສົ່ງ ເພື່ອຄວາມເປັນເອກະລາດ ແລະ ວັດທະນາຖາວອນຂອງປະເທດຊາດ ເພື່ອອິດສະຫຼະພາບ ຄວາມຢູ່ດີກິນດີຂອງປະຊາຊົນລາວ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ປະທານສຸພານຸວົງ ໄດ້ນໍາພາປະຊາຊົນລາວຜ່ານຜ່າອຸປະສັກຕ່າງໆນາໆ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ ມີຄວາມເອື້ອເຟື້ອເພື່ອແຜ່ ການດໍາລົງຊີວິດດ້ວຍຄວາມຊື່ສັດ ງ່າຍດາຍ ຮັກແພງເພື່ອນມິດສະຫາຍດ້ວຍຄວາມຈິງໃຈ.

ພ້ອມດຽວກັນນີ້ ຜູ້ທີ່ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ຈາກທ່ານ ພົນຈັດຕະວາ ພອນໃຈ ພັນທະວົງ ຮອງປະທານ ສນຫລ # ຊ້ລິການດາ

error: Content is protected !!