ແມ່ຍິງຮາກຖານ ສສກ ຍ້ອງຍໍບຸກຄົນດີເດັ່ນ

    ສະຫະພັນແມ່ຍິງຮາກຖານ ສໍານັກກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ວາງແຜນໃນຕໍ່ໜ້າ ປີ 2022 ພ້ອມທັງຍ້ອງຍໍຜູ້ທີ່ມີຜົນງານອັນພົ້ນເດັ່ນໃນການປະຕິບັດວຽກງານ ໃນວັນທີ 13 ກໍລະກົດ 2022 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍເປັນປະທານຂອງສະຫາຍ ນາງ ບົວຄໍາ ດາວສະຫວັນ ຄະນະພັກກະຊວງ ສສກ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ສສກ ມີສະຫາຍ ນາງ ປ້ອງມິ່ງ ສີສະຫວັດ ຮອງປະທານສະຫະພັນແມ່ຍິງ ສສກ ປະທານສະຫະພັນແມ່ຍິງຮາກຖານສໍານັກກະຊວງ ສສກ ພ້ອມດ້ວຍບັນດາໜ່ວຍຮາກຖານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ສະຫາຍ ນາງ ປ້ອງມິ່ງ ສີສະຫວັດ ໄດ້ຜ່ານບົດສະຫຼຸບສະພາບລວມ ແລະ ຈຸດພິເສດ ສະຫະພັນແມ່ຍິງຮາກຖານສຳນັກກະຊວງ ສສກ ເປັນຮາກຖານໜຶ່ງທີ່ຂຶ້ນກັບສະຫະພັນແມ່ຍິງກະຊວງ ສສກ ປະກອບມີ 21 ໜ່ວຍ ມີສະມາຊິກແມ່ຍິງທັງໝົດ ຈຳນວນ 335 ສະຫາຍ ຄະນະສະຫະພັນແມ່ຍິງຮາກຖານສຳນັກກະຊວງ ມີ 5 ສະຫາຍ ໃນນັ້ນ ປະກອບເຂົ້າເປັນຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ສສກ ຊຸດທີ  ຈໍານວນ 3 ສະຫາຍ.

    ຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ສະຫະພັນແມ່ຍິງຮາກຖານສຳນັກກະຊວງ ສສກ ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນ ກໍຄືສະມາຊິກແມ່ຍິງທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ແລະ ໄດ້ມີຜົນງານສຳເລັດຫຼາຍດ້ານ  ໄດ້ຈັດຕັ້ງດຳເນີນການຮ່ວມຊີວິດດ້ວຍຮູບການຈັດກອງປະຊຸມສ່ອງແສງປະຈຳເດືອນ ປະຈຳໄຕມາດ ເພື່ອສະຫຼຸບວຽກງານ ແລະ ມີການຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ເພື່ອກໍ່ສ້າງຊ່ວຍເຫຼືອກັນຢ່າງເປັນປົກກະຕິ ນອກຈາກນີ້ ຍັງມີວຽກງານປ້ອງກັນສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ ວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ການພັດທະນາແມ່ຍິງດ້ານວິຊາສະເພາະ ວຽກງານພົວພັນ-ຮ່ວມມືຕ່າງປະເທດ ວຽກງານກວດກາ ແລະ ອື່ນໆ ຕື່ມອີກ.

    ຈາກຜົນງານດັ່ງກ່າວ ປາກົດມີກົມກອງ ບຸກຄົນດີເດັ່ນ ໄດ້ມີການຍ້ອງຍໍຂັ້ນສະຫະພັນແມ່ຍິງ ກະຊວງ ສສກ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງສໍານັກກະຊວງ ສສກ ປະເພດ I ໃນການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງປະຈໍາປີ 2021 ຈໍານວນ 319 ສະຫາຍ ໃບຍ້ອງຍໍສະຫະພັນແມ່ຍິງຮາກຖານສໍານັກກະຊວງ ສສກ ໃຫ້ແກ່ສະມາຊິກຂອງອົງການຈັດຕັ້ງສະຫະພັນແມ່ຍິງຮາກຖານສໍານັກ ທີ່ມີຜົນງານດີເດັ່ນ ໃນຂະນວນການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງສະຫະພັນແມ່ຍິງໄລຍະ 1 ປີ (2020-2021) ປະເພດ II ຈໍານວນ 17 ສະຫາຍ.

# ບຸນມີ

error: Content is protected !!