ລັດຖະມົນຕີ ສສກ ຕິດຕາມ ຊຸກຍູ້ການສອບເສັງຈົບ ມ.7 ທີ່ແຂວງຄຳມ່ວນ

    ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ ໄດ້ລົງຊຸກຍູ້ ແລະ ເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ທົ່ວແຂວງຄໍາມ່ວນ ໃນວັນທີ 14 ກໍລະກົດ 2022 ມສ ທ່າແຂກ (ສູນໄອຊີທີ) ເມືອງທ່າແຂກ ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ຄະນະອຳນວຍການ ພະນັກງານ ແລະ ຄູ-ອາຈານໃຫ້ການຕ້ອນຮັບ.

    ຊັ້ນມັດທະຍົມສຶກສາຕອນປາຍ ມ.7 ທົ່ວແຂວງຄຳມ່ວນ ມີສູນສອບເສັງ 17 ສູນ ໃນຈຳນວນ 10 ເມືອງ ໃນນີ້ ເມືອງທ່າແຂກ 5 ສູນ ໜອງບົກ 2 ສູນ ຫີນບູນ 2 ສູນ ບົວລະພາ 2 ສູນ ເຫຼືອນັ້ນເມືອງລະ 1 ສູນ ມີນັກສອບເສັງທັງໝົດ 2.789 ຄົນ ນັກສອບນອກ 17 ຄົນ ຍິງ 5 ຄົນ ຫ້ອງສອບເສັງ 145 ຫ້ອງ ພິເສດ ປີນີ້ ພວກເຮົາໄດ້ນຳໃຊ້ພະນັກງານລົງກໍ່ສ້າງຮາກຖານ 10 ເມືອງ ຊີ້ນຳສູນສອບເສັງ ທັງ ມ.4 ແລະ ມ.7 ພ້ອມນີ້ ໄດ້ຮັບການຕອບຮັບການຕອບສະໜອງຜ້າອັດປາກ-ດັງ ເຈວລ້າງມື ຈາກພະແນກສາທາລະນະສຸກແຂວງ ຈຳນວນ 80 ກ່ອງ ຜ້າອັດປາກ 5 ພັນອັນ.

    ໂອກາດດຽວກັນ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ຮຽກຮ້ອງໃຫ້ພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຮ່ວມກັນໃຫ້ຫຼ້ອນໜ້າທີ່ໃນການປະຕິບັດວຽກງານດ້ວຍຄວາມສັດຊື່ບໍລິສຸດ ແລະ ໃຫ້ມີຄວາມໂປ່ງໃສຢ່າງແທ້ຈິງ ສິ່ງສຳຄັນ ພ້ອມກັນຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃນບັ້ນການສອບເສັງ ພ້ອມທັງເພີ່ມທະວີຄວາມຮັບຜິດຊອບ ໂດຍຕ້ອງມີຈັນຍາບັນ ແລະ ຈັນຍາທຳ ຍົກສູງຄວາມເປັນທຳຢ່າງເຂັ້ມງວດ ເຊື່ອໝັ້ນວ່າ ທຸກຄົນທີ່ເປັນກຳມະການຈະມີຈັນຍາບັນ ແລະ ຈັນຍາທຳໃນຄວາມເປັນຄູ ແລະ ຫວັງວ່າຈະບໍ່ມີປາກົດການຫຍໍ້ທໍ້ເກີດຂຶ້ນໃນຂອບເຂດຂອງພວກເຮົາ ສ່ວນນັກຮຽນ ກໍໃຫ້ເອົາໃຈໃສ່ປະຕິບັດຕາມຂໍ້ກົດນົດ ລະບຽບການສອບເສັງຢ່າງເຄັ່ງຄັດ ເພື່ອຍາດແຍ່ງເອົາຄະແນນການສອບເສັງໃຫ້ໄດ້ດີ ແລະ ພິເສດສຸດ ຮຽກຮ້ອງໃຫ້ພ້ອມກັນຮັກສາສຸຂະພາບ ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດ.

# ບຸນມີ

error: Content is protected !!